Homeຂ່າວທ້ອງຖິ່ນເຈົ້າເມືອງໆນານເຜີຍ ມີຜູ້ເສຍຊີວິດ 4 ຄົນ ສັດລ້ຽງ ແລະ ເນື້ອທີ່ຜະລິດເສຍຫາຍໜັກ ຈາກເຫດນ້ຳປ່າໄຫລຊຸ!

ເຈົ້າເມືອງໆນານເຜີຍ ມີຜູ້ເສຍຊີວິດ 4 ຄົນ ສັດລ້ຽງ ແລະ ເນື້ອທີ່ຜະລິດເສຍຫາຍໜັກ ຈາກເຫດນ້ຳປ່າໄຫລຊຸ!

Published on

11995534_883367448407009_1392238034_n

ຂປລ. ທ່ານ ສີວອນ ວົງຄໍາຈັນ ເຈົ້າເມືອງໆນານ ແຂວງຫລວງພະບາງ ໄດ້ໃຫ້ຂໍ້ມູນຫລ້າສຸດໃນເວລາ 14:00 ໂມງຂອງວັນທີ 9 ກັນຍາ 2015 ນີ້ວ່າ: ຈາກ ​ເຫດການນ້ຳໄຫລຊຸ ຢູ່​ຕາດຫ່ຽນ​ເມືອງຂອງຕົນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ປັດຈຸບັນ ກູ້ຊາກສົບແລ້ວ 2 ສົບ, ຍັງ 2 ສົບບໍ່ທັນພົບ, ຂະນະທີ່ເຈົ້າໜ້າທີ່ ແລະ ຍາດພີ່ນ້ອງ ກໍາລັງເລັ່ງຄົ້ນຫາຢູ່.


ເຈົ້າເມືອງດັ່ງກ່າວ ​ໄດ້ລາຍງານຕື່ມວ່າ: ເຫດການດັ່ງກ່າວ ໄດ້ເຮັດໃຫ້ເຮືອນຊານຂອງ ປະຊາຊົນເສຍຫາຍ 24 ຫລັງ, ລວມທັງສັດລ້ຽງ ແລະ ເນື້ອທີ່ການຜະລິດຖືກເສຍ ຫາຍຢ່າງໜັກ. ແນວໃດກໍດີຍັງບໍ່ສາມາດ ຄາດຄະເນຄວາມເສຍຫາຍໄດ້ເທື່ອ, ແຕ່ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຂຸ້ນຂ້ຽວເກັບກໍາຂໍ້ມູນ, ໂດຍບ້ານທີ່ເສຍຫາຍ ຫລາຍທີ່ສຸດ ແມ່ນບ້ານນາຝາຍ, ສີບຸນເຮືອງ ແລະ ອີກຫລາຍບ້ານ ທີ່ລຽບແຄມຢູ່ສາຍນໍ້ານານ.

ຢ່າງໃດກໍຕາມ ປັດຈຸບັນອໍານາດການປົກຄອງແຂວງ ໄດ້ສົ່ງກໍາລັງ​ເຂົ້າໄປຊ່ວຍເຫລືອ ປະຊາຊົນເບື້ອງຕົ້ນແລ້ວ, ພ້ອມນັ້ນທາງເມືອງນານ ກໍໄດ້ຈັດຕັ້ງຄະນະ ກໍາມະການ ກູ້ໄພເພື່ອຊ່ວຍເຫລືອ ປະຊາຊົນຜູ້ຖືກຜົນກະທົບ ແລະ ຄອບຄົວຜູ້ເສຍຊີວິດ.

ໃນວັນທີ 10 ກັນຍາ ນີ້, ເຈົ້າແຂວງພ້ອມດ້ວຍໜ່ວຍງານ ທີ່ກ່ຽວຂ້ອງໄດ້ລົງສຳຫລວດ ຄວາມເສຍຫາຍ ແລະ ໃຫ້ກໍາລັງໃຈ​ແກ່ປະຊາຊົນ, ພ້ອມທັງຫາລື ເພື່ອ​ຊອກຫາວິທີ ທາງແກ້ໄຂໂດຍໄວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...