spot_img
Home​ຂ່າວບັນເທິງເທິ ຢູ່ນາ ເຈົ້າຂອງຄລິບຮິດ “ຂ່າວຜູ້ໄທ” (แปลไทยให้แล้ว)

ເທິ ຢູ່ນາ ເຈົ້າຂອງຄລິບຮິດ “ຂ່າວຜູ້ໄທ” (แปลไทยให้แล้ว)

Published on

Ther Una on Laopost
ເທິ ຢູ່ນາ ເຈົ້າຂອງຄລິບຮິດ “ຂ່າວຜູ້ໄທ”

ເປັນຂ່າວຮິດຕິດກະແສແບບ “ແສບດາກ ກະຊາກຮູຫູ” ທີ່ສຸດໃນຂະນະນີ້ ບາງຄລິບມີຜູ້ຊົມນັບລ້ານ ສ້າງສັນບັນຍາກາດໃຫ້ຄົນໃນໂລກ ອອນລາຍນ໌ ຕ່າງກໍໄດ້ຮັບຄວາມສະໜຸກສະໜານ ໄດ້ຂ່າວສານໄປພ້ອມ ດັງທີ່ສຸດແມ່ນຄລິບຂ່າວເສິກຊິງແຊ້ມ U19 ຈົນຜູ້ຊົມທັງຄົນລາວແລະໄທ ທີ່ໄດ້ຟັງຕ່າງກໍຍ້ອງຍໍຊົມເຊີຍ ກົດຖືກໃຈແລະສົ່ງຕໍ່ຢ່າງມັນມື ນັ້ນກໍຄື “ຜູ້ໄທນິວສ໌” ຈາກຢູ່ນາສະຕູດິໂອ.

ມື້ນີ້, ທີມຂ່າວ ລາວໂພສດັອດຄອມ ( www.laopost.com ) ຈຶ່ງຂໍໂອກາດສຳພາດທາງໄກ ຈາກ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄປຍັງບ້ານນາບໍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ເຖິງປະຫວັດຄວາມເປັນມາທັງຂອງຄລິບ ແລະເຈົ້າຂອງຄລິບມາຝາກຜູ້ອ່ານ ໃຫ້ຫາຍຈາກອາການ “ແສບດາກ” ຈັກບາດກ່ອນ.

Ther Una on Laopost.com
ເທິຢູ່ນາ ເຈົ້າຂອງຄລິບຮິດຕິດກະແສ

ແນະນຳໂຕແດ່!

ສະບາຍດີ! ເທິ ຢູ່ນາ ຫຼື ສີພອນ ວົງຈິນດາ ຖິ່ນຖານບ້ານເກີດ ຢູ່ບ້ານນາຂອນຍາງ ເມືອງອາດສະພອນ ແຂວງສະຫວັນນະເຂດ (ປັດຈຸບັນບ້ານນາຂອນຍາງກາຍເປັນບ້ານຮ້າງບໍມີໃນລາຍຊື່) ມີອ້າຍນ້ອງນຳກັນ 3 ຄົນ (ເທິເປັນອ້າຍກົກ, ມີນ້ອງ 2 ຄົນ ຍິງ 1 ຊາຍ 1) ອາຍຸໄດ້ 3 ປີຍ້າຍມາຢູ່ບ້ານນາບໍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ເຕີບໃຫຍ່ແລະອາໄສຢູ່ເຊໂປນຈົນເຖິງປັດຈຸບັນ.

ເລິ່ມມີຄວາມສົນໃຈເລື່ອງສິລະປະບັນເທິງ ມາແຕ່ອາຍຸຈັກປີ?

ຕອນຍັງນ້ອຍເປັນຄົນຂີ້ອາຍບໍສົນໃຈເລື່ອງການບັນເທີງ ນ້ອງຫາກໍສົນໃຈເລື່ອງບັນເທີງຕອນຈົບ ມ.7 ປີ 2013 ອາຍຸ 20 ປີ ເລີ່ມມີກ້ອງຖ່າຍວີດີໂອ ແລະຖ່າຍທຳເຮັດຄິບຕັດຕໍ່ດ້ວຍຕົວເອງ. ທີ່ຈິງເລີ່ມສົນໃຈສິລະປະດົນຕີຕັ້ງແຕ່ອາຍຸ 14 ປີ ຕອນຮຽນ ມ.1 ຊື້ກິຕ້າມື ສີ່ ລາຄາ 25 ພັນກີບ ມາຫຼິ້ນເປັນກິຕ້າໜ່ວຍທຳອິດໃນຊີວິດ ນ້ອງຫຼິ້ນກິຕ້າ, ຄີບອດ, ເບສ ແລະເປັນຜູ້ຮຽບຮຽງດົນຕຣີ.

ເລື່ອງການສຶກສາເດ ເວົ້າສູ່ຟັງແດ່!

ຈົບ ມ.7 ຢູ່ ມັດທະຍົມສົມບູນ ນາບໍ່ ເມືອງເຊໂປນ ແຂວງ ສະຫວັນນະເຂດ ຫຼັງຈາກຈົບ ມ.7 ນ້ອງໄດ້ຮັບທຶນໄປຮຽນຕໍ່ສາຍກົດໝາຍທຸລະກິດ ຢູ່ນະຄອນດາໜັງ ສສ ຫວຽດນາມ ແຕ່ຮຽນໄດ້ປີກັບຫົກເດືອນນ້ອງຖອນໂຕ ກັບມາຫຼິ້ນດົນຕີອາຊີບ ເຮັດຄ້າຍເພງນ້ອຍໆຂອງຕົວເອງ ພ້ອມທັງເປັນຕາກ້ອງຖ່າຍພາບ ຕັດຕໍ່ດ້ວຍຕົວເອງ.

 ທັກສະການຫຼິ້ນດົນຕີ ແລະເທັກນິກຕ່າງໆ ຮຽນຮູ້ເອງບໍ ຫຼືເຄີຍໄປຮຽນຈາກໂຮງຮຽນ?

ພໍ່ແມ່ພີ່ນ້ອງບໍມີໃຜເປັນນັກສິລະປິນ, ດົນຕຣີທຸກຢ່າງຮຽນດ້ວຍຕົວເອງ, ເທັກນິກແລະການນຳໃຊ້ເຄື່ອງມືຮຽນດ້ວຍຕົວເອງ ແລະຖາມບັນດາອ້າຍໆຜູ້ຮູ້ໃນເຟສບຸກ ບໍເຄີຍຜ່ານໂຮງຮຽນຫຼືຄອສຕ່າງໆ ເພາະບ້ານຢູ່ເຂດຫ່າງໄກຂາດໂອກາດດ້ານນີ້.

 ຄິດຈັ່ງໃດຈຶ່ງເຮັດຄລິບຂ່າວຜູ້ໄທ?

ຄິບຜູ້ໄທນິວສ໌ ເກີດຈາກຄວາມຄິດຕົວເອງ ທີ່ເຮັດຂຶ້ນມາເພື່ອການອະນຸລັກພາສາທ້ອງຖິ່ນ ແລະໃຫ້ຄວາມບັນເທີງແກ່ຜູ້ຟັງ ບໍເຄີຍຄິດເລີຍວ່າສິດັງປານນີ້

 ໃນໄລຍະຜ່ານມາເຄີຍເຮັດຫຍັງ ທີ່ເປັນປະສົບການທາງດ້ານນີ້ມາກ່ອນບໍ?

ຕອນຮຽນຊັ້ນ ມ.7 ອາຍຸ 19 ປີ ນ້ອງໄດ້ຮັບມອບໝາຍໃຫ້ເປັນຜູ້ຮັບເໝົາ ອັດສຽງຮຽບຮຽງດົນຕີ  ແລະຖ່າຍພາບຕັດຕໍ່ເພງໃຫ້ງານ ກິລາທົ່ວແຂວງສະຫວັນນະເຂດ ທີ່ມີ 15 ຕົວເມືອງເຂົ້າຮ່ວມ ເຊໂປນເກມ 2013 ແລະນັ້ນເປັນກ້າວທີ່ສຳຄັນໃນຊີວິດນ້ອງ. ນ້ອງເຄີຍຂຽນບົດກຳກັບຖ່າຍພາບຕັດຕໍ່ ສ້າງໜັງສັ້ນຂອງຕົວເອງ ຊື່ ມົນຮັກບ້ານນາ.

11846781_733464503443031_806211464485840208_n

ຈະສ້າງປະໂຫຍດຈາກຄລິບຂ່າວ ຕໍ່ຕົນເອງ ແລະສັງຄົມແນວໃດ?

ຜູ້ໄທນິວສ໌ ກໍຍັງເປັນຂ່າວໃຫ້ຄວາມບັນເທີງຄືເກົ່າ ແລະຕະຫຼອດໄປ. ປະໂຫຍດແກ່ຕົວເອງກະຄືຊິແມ່ນ ນ້ອງກໍໄດ້ຮັບຄວາມສຸກເວລາໄດ້ສ້າງ ຮອຍຍິ້ມໃຫ້ຄົນອື່ນ. ແລະຈະພະຍາຍາມແຊກເນື້ອຫາ ສາລະແລະຄະຕິເຕືອນໃຈຕ່າງໆ ສອດເຂົ້າໄປ ເພື່ອໃຫ້ຜູ້ຟັງໄດ້ແງ່ຄິດໄປພ້ອມໆ ກັນກັບຄວາມບັນເທີງ ສຽງຫົວ ແລະການແຝງສາລະນັ້ນນ່າຈະແມ່ນ ສິ່ງທີ້ສັງຄົມໄດ້ ແລະ ເຮົາຈະມີການສ້າງຄລິບຕະຫຼົກ ຊວນຫົວເພື່ອປຸກລະດົມດ້ານຕ່າງໆ ເຊັ່ນ ດ້ານຄວາມປອດໄພເທີງທ້ອງຖະໜົນ, ການຊ່ວຍເຫຼືອສັງຄົມ, ລະດົມການບໍລິຈາກ, ປູກຈິດສຳນຶກທີ່ຖືກຕ້ອງແກ່ສັງຄົມ ແລະເປັນສື່ໂຄສະນາໃຫ້ກັບ ທຸລະກິດຕ່າງໆ…

 ລຸງບ້ຽວ ແລະພໍ່ຕະແອະ ທີ່ມີຊື່ໃນຄລິບນັ້ນ ມີຕົວຕົນແທ້ຈິງບໍ?

ລຸງບ້ຽວແລະພໍ່ຕະແອະ ມີຕົວຕົນຢູ່ຈິງແຕ່ພາບນັ້ນແມ່ນ Jay Graydon ທີ່ເປັນລຸງບ້ຽວ ເຊິ່ງບຸກຄົນທັງສອງເປັນພີ່ນ້ອງແທ້ໆ ກັບຕົນເອງ ແລະໄດ້ຂໍອະນຸຍາດ ໃຊ້ຊື່ເພິ່ນມາປະກອບຄລິບຄັກແນ່. ຄືເຮົາເອົາຊື່ຄົນທີ່ມີຕົວຕົນຢູ່ຈິງ ມາເປັນຊື່ຕົວລະຄອນສົມມຸດ.

 ເພື່ອເປັນການຢືນຢັນວ່າ ການໃຊ້ເຕັກໂນໂລຢີສື່ສານສະໄໝໃໝ່ ທີ່ຖືກວິທີສາມາດເກີດເປັນລາຍໄດ້, ຢາກຖາມວ່າປັດຈຸບັນມີລາຍໄດ້ຈາກ ການຕິດໂຄສະນາໃນຢູທູບຫຼາຍປານໃດແລ້ວ?

ປັດຈຸບັນມີລາຍໄດ້ຈາກໂຄສະນາ ໃນ youtube ຫຼັກລ້ານກີບນີ້ລະ!

ຮູ້ສຶກຈັ່ງໃດກັບການໄດ້ເປັນຜູ້ສ້າງ ຄລິບດັງອັນດັບໜຶ່ງຂອງປະເທດ?

ທຳອິດກະແປກໃຈແລະຕອນນີ້ດີໃຈຫຼາຍ ແລະຢາກບອກຮັກແຟນທຸກຄົນຫຼາຍໆ ທັງຝັ່ງລາວແລະຝັ່ງໄທ ຖ້າບໍ່ມີພວກເຈົ້າກໍບໍ່ມີເທິ ຢູ່ນາ ໃນວັນນີ້.

 ຄວາມຫວັງສູງສຸດໃນວົງການບັນເທີງເດ?

ຄວາມຫວັງສູງສຸດໃນດ້ານການບັນເທີງ ກໍບໍມີຫຍັງຫລາຍຕ້ອງການໃຫ້ສັງຄົມ ມຸມກວ້າງຍອມຮັບໃນໃນຜົນງານຄົນບ້ານນອກ ຈັ່ງນ້ອງ ແລະຢາກໃຫ້ມີຄົນຕິດຕາມຜູ້ໄທນິວ ແບບນີ້ຕະຫຼອດໄປ.

 ນອກຈາກກິດຈະກຳໃນສາຍບັນເທີງແລ້ວ ມີຫຍັງອີກບໍທີ່ເທິຢາກເຮັດ?

ຕອນນີ້ ກະມີແຜນຢາກຮຽນຕໍ່ສາຍພາສາອັງກິດຢູ່ ມະຫາວິທະຍາໄລສະຫວັນນະເຂດ ແລະເຮັດຄລິບໄປນຳເລື້ອຍໆ

ມີຫຍັງຢາກຝາກເຖິງແຟນໆ ທີ່ຕິດຕາມບໍ?

ຢາກຝາກເຖິງແຟນໆ ທຸກທ່ານທີ່ຕິດຕາມວ່າ ຂ້ອຍສຸດຊາບຊື້ງໃນທຸກໄລ້ທຸກແຊຣ໌ ຂອງພວກເຈົ້າ ຮັກພວກເຈົ້າທຸກຄົນ ແບບສຸດໆໄປເລີຍ ແລະຫາກຄຳໃດຮຸນແຮງ ແລະຫຍາບຄາຍໃນຜູ້ໄທນິວສ໌ ເທິຢູ່ນາກະຂໍ ຕີລັງກາສາມຕະຫຼົບນົບສາມບາດ ຂາບຂໍອະໄພທ່ານໄວ້ນະບ່ອນນີ້.

ແລະຢາກຝາກຂໍອະນຸຍາດທ່ານໃດ ທີ່ເປັນບຸກຄົນໃນຂ່າວ ເຊັ່ນ ຂ່າວອຸບັດຕິເຫດແລະອື່ນໆອື່ນໆ ທີ່ພວກເຮົາເອົາມາເວົ້າຕໍ່ ຫວັງວ່າທ່ານຊິບໍຖືໂທດໂກດເຄືອງ ເພາະໜຶ່ງຄວາມຜິດພາດເປັນໜຶ່ງອຸທາຫອນ ແລະຄະຕິເຕືອນໃຈໃຫ້ຄົນອື່ນຫຼາຍໆຄົນ ທີ່ໄດ້ເຫັນຂ່າຂອງທ່ານ.

ແລະຂໍຂອບໃຈຕໍ່ເວັບໄຊ໊ www.laopost.com ທີ່ໃຫ້ກຽດສຳພາດ ພ້ອມທັງຄອຍເປັນກຳລັງໃຈໃຫ້ ບໍ່ວ່າຈະເປັນຄຳແນະນຳ ແລະປະຊາສຳພັນເພງຂອງ ຢູ່ນາສະຕູດິໂອ ຂໍຂອບໃຈ!
11898633_947676501944890_4823573184226623898_n

ນີ້ ຄືຕົວຕົນທີ່ແທ້ຈິງ ຂອງເທິ ຢູ່ນາ ເຈົ້າຂອງຄລິບດັງສະທ້ານພູມິພາກ ກະຊາກຫົວໃຈຂອງຫຼາຍໆຄົນ. ມັນເປັນບົດພິສູດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ວຽກງານສື່ສານແລະການບັນເທີງ ເທິງລະບົບອອນລາຍນ໌ ຖ້າຮູ້ຈັກວິທີໃຊ້ທີ່ຖືກຕ້ອງ ມັນຈະສາມາດສ້າງປະໂຫຍດ ໃຫ້ກັບຕົນເອງ, ສັງຄົມ ແລະປະເທດຊາດໄດ້ ຢ່າງຫຼວງຫຼາຍ, ກວ້າງຂວາງ ແລະວ່ອງໄວ.

ຕິດຕາມຜົນງານຂອງ ເທິ ຢູ່ນາ ໄດ້ທີ່ນີ້: https://www.facebook.com/UnaLaos?fref=ts

ໂດຍ: ແອັດມິນຊຽງ

แปลไทย:

เป็นข่าวฮิตติดกระแสแบบ แสบดาก กะชากฮูหู ที่สุดในขนะนี้ บางคลิปมีผู้ชมนับล้านครั้ง สร้างสรรค์บรรยากาศให้คนในโลก ออนไลน์ ต่างก็ได้รับความสนุกสนาน ได้ข่าวสารไปพร้อม จนผู้ชมทั้งคนลาวและไทย ที่ได้ฟังต่างก็ชื่นชม กดถูกใจและส่งต่ออย่างมันมือ นั้นก็คือ ภูไทนิวส์ จากอยู่นาสตูดิโอ

วันนี้ ทีมข่าว ลาวโพสดอทคอม ( www.laopost.com ) จึงขอโอกาสสัมภาษณ์ทางไกล จากบ้านหนองพะยา เมืองไชธานี นครหลวงเวียงจันทน์ ไปยังบ้านนาบ่อ เมืองเชโปน แขวงสะหวันนะเขต ถึงประวัติความเป็นมาทั้งคลิป และเจ้าของคลิปมาฝากผู้อ่าน ให้หายจากอาการ  “แสบดาก”  สักหน่อย.

Ther Una on Laopost.com

แนะนำตัวหน่อย!

สบายดี! เทอะ อยู่นา หรือ สีพอน วงจินดา ถิ่นฐานบ้านเกิด อยู่บ้านนาขอนยาง เมืองอาดสะพอน แขวงสะหวันนะเขต (ปัจจุบันบ้านนาขอนยาง กลายเป็นบ้านร้าง ไม่มีในรายชื่อบ้าน) มีพี่น้องร่วมกัน 3 คน (เทอะ เป็นพี่ชายคนแรก มีน้องสองคน หญิง 1 ชาย 1 ) เมื่ออายุได้ สามขวบ ได้ย้ายมาอยู่บ้านนาบ่อ เมืองเชโปน แขวงสะหวันนะเขต เติบโตและอาศัยอยู่ที่เชโปนจนถึงปัจจุบัน.

เริ่มสนใจเรื่องศิลปะบันเทิง ตั้งแต่อายุกี่ปี?

ตอนยังเล็ก เป็นเด็กน้อยที่ขี้อาย ไม่สนใจเรื่องการบันเทิง น้องพึ่งเริ่มสนใจเรื่องบันเทิงตอนเรียนจบ ม7 ปี 2013 อายุ 20 ปี เริ่มจากมีกล้องถ่ายวิดีโอ และถ่ายทำคลิปตัดต่อด้วยตัวเอง. ที่จริงแล้วเริ่มสนใจศิลปะดนตรี ตั้งแต่อายุ 14 ปี ตอนเฺรียน ม.1 ชื้อกิต้าร์มือ สี่ ราคา 25,000 กีบ (ประมาณร้อยบาท) มาหัดเล่น เป็นกิต้าร์ตัวทำแรกในชีวิต น้องเล่นกิต้าร์ คีย์บอร์ด เบส และเป็นคนเรียบเรียงดนตรีเอง.

เรื่องการศึกษาเป็นอย่างไร เล่าให้ฟังหน่อย!

จบ ม.7 อยู่มัธยมสมบูรณ์ นาบ่อ เมืองเชโปน แขวงสะหวันนะเขต หลังจากจบ ม.7 น้องได้รับทุนไปศึกษาต่อ วิชากฎหมายธุรกิจ อยู่เมืองดาหนัง ประเทศเวียดนาม แต่ได้เรียนเพียงปีและอีกหกเดือน น้องก็ถอนตัว กลับมาเล่นดนตรีอาชีพ สร้างค่ายเพลงเล็กๆของตัวเอง ทั้งเป็นตากล้องถ่ายภาพ ตัดต่อด้วยตัวเอง.

ทักษะการเล่นดนตรี และเทคนิคต่างๆ เรียนรู้เอง หรือไปเรียนฝึกที่ไหนมาก่อนไหม?

พ่อแม่พี่น้องไม่มีใครเป็นนักศิลปิน ดนตรีทุกอย่างเรียนด้วยตัวเอง เทคนิคและเทคนิคใช้เครื่องมือต่างๆ ก็เรียนรู้ด้วยตัวเอง และถามพี่ๆผู้รู้ในเฟสบุ๊ค ไม่เคยผ่านโรงเรียนหรือคอร์สต่างๆ เพราะบ้านอยู่เขตชนบท ห่างไกล ขาดโอกาสด้านนี้.

 คิดยังไง จึงทำเป็นคลิปข่าวภูไท?

คลิปภูไทนิวส์ เกิดจากความคิด ของตัวเองที่สร้างขึ้นมา เพื่อเป็นการอนุรักษ์ภาษาท้องถิ่น และให้ความบันเทิงแก่ผู้ฟัง ไม่เคยคิดเลยว่ามีชื่อเสียงมากขนาดนี้.

ในระยะที่ผ่านมาเคยทำอะไร หรือ เคยมีประสบการณ์ทางด้านนี้มาก่อนหรือไม่?

ตอนเรียนอยู่ ม.7 น้องได้รับมอบหมาย ให้เป็นคนรับเหมา อัดเสียง เรียบเรียงดนตรี และถ่ายภาพตัดต่อเพลงให้งาน กีฬาทั่วแขวงสะหวันนะเขต ที่มี 15 เมืองเข้าร่วม เชโปนเกม 2013 และนั้นคือก้าวที่สำคัญในชีวิตน้อง. น้องเคยเขียนบท กำกับการแสดง ตัดต่อ สร้างหนังสั้นของตัวเอง ชื่อ มนต์รักบ้านนา.
11846781_733464503443031_806211464485840208_n

จะสร้างประโยชน์จากคลิปข่าว ต่อตนเอง และสังคมอย่างไร?

ภูไทนิวส์ ก็ยังเป็นข่าวให้ความบันเทิงเหมือนเดิม และตลอดไป. ประโยชน์แก่ตัวเองก็คงใช่  น้องก็ได้รับความสุขเวลาได้สร้างรอยยิ้มให้คนอื่น. และจะพยายามแทรกเนื้อหา สาระและคติเตือนใจต่างๆ เข้าไป เพื่อให้ผู้ฟังได้แง่คิดไปพร้อมๆ กับความบันเทิง เสียงหัวเราะ และการแฝงสาระนั้นน่าจะเป็น สิ่งที่สังคมได้รับประโยชน์ และเราจะมีการสร้างคลิปตลก ชวนหัว เพื่อรณรงค์ด้านต่างๆ เช่น ด้านความปลอดภัยบนท้องถนน การช่วยเหลือสังคม ระดมการบริจาค ปลูกจิตสำนึกที่ถูกต้องแก่สังคม และเป็นสื่อโฆษณาให้กับ ธุรกิจต่างๆ…

 ลุงเบี้ยวและพ่อตะแอะในคลิปนั้น มีตัวตนจริงหรือไม่?

ลุงเบี้ยวและพ่อตะแอะ มีตัวตนอยู่จริง แต่ภาพนั้นคือ Jay Graydon ที่เป็นลุงเบี้ยว ซึ่งบุคคนทั้งสองเป็นพี่น้องแท้ๆ กับตนเอง และได้ขอนุญาต ใช้ชื่อท่านมาประกอบคลิป คือเราเอาชื่อคนที่มีตัวตนอยู่จริง มาเป็นชื่อตัวละครสมมุติ.

เพื่อเป็นการยืนยันว่า การใช้เทคโนโลยี่สื่อสารสมัยใหม่ ที่ถูกวิธีสามารถเกิดเป็นรายได้ อยากถามว่าปัจจุบันมีรายได้จาก การติดโฆษณาในยูทูปมากน้อยเท่าไร?

ปัจจุบันมีรายได้จากโฆษณาใน youtube หลักล้านกีบ! (สี่พันบาทขึ้นไป)

รู้สึกอย่างไรกับการได้เป็น คนสร้างคลิปดังอันดับหนึ่งของประเทศ?

ตอนแรกก็แปลกใจ แต่ตอนนี้ดีใจหลาย และอยากบอกว่า รักและขอบคุณแฟนๆทุกคน ทั้งฝั่งลาวและฝั่งไทย ถ้าไม่มีท่าน ก็ไม่มี เทอะอยู่นา ในวันนี้.

ความหวังสูงสุดในวงการบันเทิง?

ความหวังสุงสุดในด้านการบันเทิง ก็ไม่มีอรไรมากมายมาย เพียงต้องการให้สังคม เปิดกว้างยอมรับและให้โอกาสในผลงานของคนบ้านนอก อย่างน้องและอยากให้มีคน ติดตามภูไทนิวส์ แบบนี้ตลอดไป.
นอกจากกิจกรรมในสายบันเทิงแล้ว ยังมีแะไรอีกที่อยากจะทำ?

ตอนนี้ ก็มีแผนอยากศึกษาต่อภาษาอังกฤษ อยู่มหาวิทยาลัยสะหวันนะเขต และสร้างคลิปไปเรื่อยๆ.

มีอะไรที่อยากฝากถึงแฟนๆ ที่ติดตาม?

อยากฝากถึงทุกท่าน ที่ติดตามว่า รู้สึกชาบชึ้งและขอบคุณในทุกไลค์ ทุกแชร์ ของท่าน  รักท่านทุกคน แบบสุดๆไปเลย และหากว่ามีคำพูดใด รุนแรงไป หรือไม่เหมาะสม และหยาบคายในภูไทนิวส์ เทอะ ขอตีลังกาสามตลบ ก้มกราบสามครั้ง กราบขออภัยท่านไว้ ณ ที่ตรงนี้.

และอยากฝากขอนุญาตท่านใด ที่เป็นบุคคนในข่าว เช่น ข่าวอุบัติเหตุ และอื่นๆ ที่พวกเราเอามากล่าวถึง หวังว่าท่านจะให้อภัยและไม่ถือโทษโกรธเคือง เพราะหนึ่งความผิดพลาดเป็นหนึ่งอุทาหรณ์ และคติเตือนใจให้คนอื่นหลายๆ คน ที่ได้ข่าวของท่าน.

และขอขอบคุณต่อเว็บไชต์ www.laopost.com ที่ให้เกียรติสัมภาษณ์ พร้อมทั้งคอยเป็นกำลังใจ ไม่ว่าจะเป็นคำแนะนำ และการประชาสัมพันธ์เพลงของ อยู่นา สะตูดิโอ ขอขอบคุณหลายๆ!
11898633_947676501944890_4823573184226623898_n

นี้คือตัวตนที่แท้จริง ของเทอะ อยู่นา เจ้าของคลิปดังสะท้านภูมิภาค กระชากหัวใจของหลายๆคน. มันเป็นบทพิสูจน์ให้เห็นอย่างชัดเจนแล้วว่า งานสื่อสารและการบันเทิง บนระบบออนไลน์ ถ้ารู้จักวิธีใช้ที่ถูกต้อง ก็จะสร้างประโยชน์ให้กับตัวเอง สังคม และประเทศชาติได้อย่างมากมาย กว้างขวาง และรวดเร็ว.

โดย: Adminxieng

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...