Homeຂ່າວຕ່າງປະເທດຫວຽດນາມຕັດອິດສະຫລະພາບ 20 ປີ ຍິງຊາວອົດສະຕາລີ ລັກລອບຂົນເຮໂຣອີນໃນເສື້ອຊ້ອນ!

ຫວຽດນາມຕັດອິດສະຫລະພາບ 20 ປີ ຍິງຊາວອົດສະຕາລີ ລັກລອບຂົນເຮໂຣອີນໃນເສື້ອຊ້ອນ!

Published on

558000010551201

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 8 ກັນຍາຜ່ານມານີ້ ສານຫວຽດນາມໄດ້ຕັດສິນຕັດອິດສະຫລະພາບ 20 ປີ ນາງ ເລິມຖິ ກຶມຫົ່ງແຮັງ ອາຍຸ 38 ປີີ ສັນຊາດອົດສະຕາລີ ຫລັງຈາກທີ່ຖືກຈັບກຸມພ້ອມເຮໂຣອີນ ນ້ຳໜັກ 376 ກຣາມ ທີ່ສະໜາມບິນເຕິ່ນເຊິ່ນເຍິດ ໃນນະຄອນໂຮ່ຈິມິນ ທາງພາກໃຕ້ຂອງຫວຽດນາມ ເມື່ອເດືອນທັນວາປີ 2014 ຜ່ານມາ ໂດຍນາງໄດ້ເຊື່ອງຢາເສບຕິດດັ່ງກ່າວໄວ້ໃນເສື້ອຊ້ອນໃນຂອງຕົນເອງ ເພື່ອວາງແຜນຈະຂົນຢາເສບຕິດດັ່ງກ່າວອອກຈາກຫວຽດນາມໄປອົດສະຕາລີ ຊຶ່ງໄດ້ຄ່າຈ້າງທັງໝົດ 5,000​ ໂດລາ ແຕ່ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບກຸມ ແລະ ລົງໂທດຕາມກົດໝາຍຂອງຫວຽດນາມ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...