Homeຂ່າວການສຶກສາວຊນ ຈັດຕັ້ງພິທີເປີດສົກຮຽນໃຫມ່ 2013-2014

ວຊນ ຈັດຕັ້ງພິທີເປີດສົກຮຽນໃຫມ່ 2013-2014

Published on

wed18sep3

ວິທະຍາຄານບັນຊາ- ເສນາ ໄດ້ຈັດຕັ້ງພິທີເປີດສົກ ຮຽນໃຫມ່ສົກ 2013-2014 ໃນຕອນເຊົ້າຂອງວັນທີ 12 ກັນຍາ 2013 ທີ່ຜ່ານມາ ໂດຍການເຂົ້າຮ່ວມເປັນກຽດ ເປັນປະທານຂອງສະຫາຍ ພົນຈັດຕະວາ ພູວົງ ວົງພົມ, ຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີຄະ ນະອຳນວຍການ, ແຂກທີ່ຖືກ ເຊີນພ້ອມດ້ວຍອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມ ພຽງ.
ສະຫາຍພັນໂທ ບຸນກ້ຽງ ວົງສາລາດ ຮອງຫົວຫນ້າອຳ ນວຍການ ຫົວຫນ້າຫ້ອງອົບ ຮົມໄດ້ຂຶ້ນຜ່ານທິດທາງແຜນ ການໃນການດຳເນີນໂຄງ ການອົບຮົມກໍ່ສ້າງພະນັກງານ ນາຍທະຫານວິຊາສະເພາະ ພະລາທິການເຕັກນິກ ແລະ ນາຍທະຫານຊີ້ນຳບັນຊາ ຕ່າງໆໃນແຕ່ລະສາຂາວິຊາ ຮຽນເຊ່ິງໃນສົກສຶກສາ 2013-2014 ນີ້ມີນັກສຶກສາເຂົ້າອົບ ຮົມກໍ່ສ້າງທັງຫມົດ 260 ກ່ວາ ສະຫາຍ, ໃນນັ້ນມີລະບົບກໍ່ ສ້າງຍາວນານ 95 ສະຫາຍ, ກໍ່ສ້າງຊັ້ນສູງເລ່ັງລັດ 165 ສະ ຫາຍ ແລະ ນັກສຶກສາສ່ວນ ຫລາຍແມ່ນພະນັກງານຫລັກ ແຫລ່ງທີ່ມີຄວາມຮູ້ ຄວາມສາ ມາດ ຜ່ານການເຮັດຫນ້າທີ່ວິ ຊາສະເພາະ ແລະ ຂະບວນ ການປັບປຸງກໍ່ສ້າງກົມກອງ ຕາມ 4 ແຜນງານ 26 ໂຄງ ການທີ່ກະຊວງປ້ອງກັນປະ ເທດວາງອອກ ແລະ ມີຜົນ ສຳເລັດໃນແຕ່ລະຂົງເຂດ ວຽກງານ.
ໂອກາດນີ້ສະຫາຍພົນຈັດ ຕະວາ ພູວົງ ວົງພົມ ຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ພະລາ ທິການກອງທັບກໍ່ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍມາຍັງ ບັນດາສະຫາຍຄະນະພັກ-ຄະນະອຳນວຍການທີ່ໄດ້ຕັ້ງ ຫນ້າສຸມທຸກສະຕິປັນຍາເຂົ້າ ໃນການເຮັດຫນ້າທີ່ວຽກງານ ການກະກຽມຄວາມພ້ອມເຮັດ ໃຫ້ພິທີເປີດສົກຮຽນໃຫມ່ໄດ້ ດຳເນີນຕາມກຳນົດເວລາທີ່ ວາງໄວ້, ຈາກນັ້ນຍັງໄດ້ຮຽກ ຮ້ອງມາຍັງບັນດາສະຫາຍພະ ນັກງານ-ຄູອາຈານຈ່ົງພ້ອມ ກັນເພີ່ມທະວີຄວາມເປັນ ແບບຢ່າງນຳຫນ້າອັນດີເຂົ້າ ໃນການຄົ້ນຄ້ວາເພື່ອຊອກ ຫາບັນດາເນື້ອໃນຕຳລາທິດ ສະດີ-ຫລັກການ ຄວາມຮູ້ພື້ນ ຖານເພື່ອຮັບປະກັນການຂຶ້ນ ຫ້ອງສິດສອນ ແລະ ຮຳ່ຮຽນ ໃຫ້ມີລັກສະນະວິທະຍາສາດ ອັນແນ່ນອນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...