Homeຂ່າວການສຶກສາ ໂຮງຮຽນທົ່ວເມືອງຫີນບູນ ໄຂສົກຮຽນໃໝ່ຕາມແຜນ

ໂຮງຮຽນທົ່ວເມືອງຫີນບູນ ໄຂສົກຮຽນໃໝ່ຕາມແຜນ

Published on

08

ຂປລ. ວັນທີ 3 ກັນຍາ 2015 ທ່ານ ສະຫວັດ ໄຟມະສານ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ປະຈໍາເມືອງຫີນບູນ ແຂວງຄຳມ່ວນ ໄດ້ລາຍງານ ສະພາບ ໂດຍລວມ ກ່ຽວກັບ ການໄຂສົກຮຽນໃໝ່ ວ່າ: ສົກຮຽນນີ້ ບັນດາໂຮງຮຽນແຫ່ງຕ່າງໆ ໃນທົ່ວເມືອງ ແມ່ນມີຄວາມພ້ອມ ໂດຍພື້ນຖານ ທາງດ້ານ ອາຄານຮຽນ, ສື່ການສອນ ແລະ ອຸປະກອນ ຮັບໃຊ້ ການສິດສອນອື່ນໆ, ຕະຫລອດເຖິງ ພະນັກງານຄູສອນ ​​ໂດຍໄດ້​​ໄຂສົກຮຽນ​ໃໝ່ ໃນວັນທີ 1 ກັນຍາ 2015 ຕາມ​ແຜນການ ​ທີ່ພະ​ແນ​ກສຶກສາ ​ທິການ ​ແລະ ກິລາ​ ວາງ​ອອກ, ​ເຊິ່ງທົ່ວເມືອງ ມີໂຮງຮຽນປະຖົມ 102 ແຫ່ງ, ມັດທະຍົມ 15 ແຫ່ງ ແລະ ອະນຸບານ 18 ແຫ່ງ.

ສຳລັບແຜນພັດທະນາ ການສຶກສາ ປະຈໍາສົກຮຽນ 2015 -2016 ​ຈະຂະຫຍາຍ ຫ້ອງກຽມປະຖົມ ໃຫ້ໄດ້ 1 ແຫ່ງ; ຂະຫຍາຍໂຮງຮຽນ ອະນຸບານ ໃຫ້ໄດ້ 4 ແຫ່ງ, ເດັກອາຍຸ 3-5 ປີ ຕ້ອງໄດ້ເຂົ້າຮຽນ ອະນຸບານ ຫລື ຫ້ອງກຽມ ຕາມບ່ອນມີເງື່ອນໄຂ; ອັດຕາເຂົ້າຮຽນ ສຸດທິຊັ້ນປະຖົມ ໃຫ້ໄດ້ 98%; ອັດຕາຄ້າງຫ້ອງ ຊັ້ນປະຖົມ ໃຫ້ຫລຸດລົງຍັງເຫລືອພຽງ 4%; ອັດຕາການປະລະ ໃຫ້ຍັງເຫລືອ 3%; ຄາດໝາຍ ຜົນການສອບເສັງ ເລື່ອນຂັ້ນ ແລະ ຈົບຊັ້ນປະຖົມ ໃຫ້ໄດ້ 95%; ເພີ່ມອັດຕາ ການເຂົ້າຮຽນ ຊັ້ນມັດທະຍົມ ຕອນຕົ້ນ ໃຫ້ໄດ້ 60%; ອັດຕາ ເຂົ້າຮຽນຊັ້ນມັດທະຍົມ ຕອນປາຍ ໃຫ້ໄດ້ 43%; ຫລຸດຜ່ອນ ອັດຕາປະລະ ການຮຽນ ໃນຊັ້ນມັດທະຍົມ ຕອນຕົ້ນ ໃຫ້ຍັງເຫລືອ 5% ແລະ ມັດທະຍົມ ຕອນປາຍ ໃຫ້ຍັງເຫລືອ 2%.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...