Homeຂ່າວການສຶກສາສົກປີ 2012-2013 ກຸ່ມທ້ອນເງິນຂອງແມ່ຍິງທະຫານນະຄອນຫລວງວຽງຈັນ ບັນລຸຕົວເລກ 1,196,402000 ກີບ

ສົກປີ 2012-2013 ກຸ່ມທ້ອນເງິນຂອງແມ່ຍິງທະຫານນະຄອນຫລວງວຽງຈັນ ບັນລຸຕົວເລກ 1,196,402000 ກີບ

Published on

wed18sep1

ອີງຕາມການເປີດເຜີຍ ຂອງພັນຕີນາງ ດວງດີ ສີຫາ ເທບ ຮອງຫົວຫນ້າພະແນກ ສະຫະພັນແມ່ຍິງທະຫານນະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ສົກປີ 2012-2013 ນີ້, ກຸ່ມ ເງິນທ້ອນຂອງສະຫະພັນແມ່ ຍິງທະຫານນະຄອນຫຼວງ ວຽງຈັນ ມີເງິນທ້ອນເຖິງ 1.196.402.000 ກ່ວາ ກີບ.
ການເປີດເຜີຍດັ່ງກ່າວໄດ້ ມີຂຶ້ນໃນໂອກາດທີ່ສະຫະພັນ​ແມ່ຍິງກອງ​ບັນຊາ​ການ​ທະ ຫານ​ນະຄອນຫຼວງ​ວຽງຈັນ ໄດ້​ເປີດ​ກອງ​ປະຊຸມປັນ​ຜົນ​ດອກ​ເບ້ຍ​ເງິນ​ທ້ອນສົກ​ປີ 2012-2013 ຂຶ້ນ ໃນຕອນເຊົ້າວັນທີ 12 ກັນຍານີ້ ໂດຍ​ການ​ເປັນ​ປະທານ​ຂອງສະ ຫາຍພົນ​ຈັດ​ຕະວາ ຄຳ​ຫອມ ​ແສງ​ບົວ​ລົມ ​ເລຂາ​ຄະນະ​ພັກ ຫົວໜ້າການ​ເມືອງກອງ​ບັນຊາ​ການ​ທະຫານນະຄອນ ຫຼວງ​ວຽງຈັນ, ມີ​ທ່າ​ນນາງ ວຽງພອນ ແກ້ວ​ຄູນ​ສີ ຮອງ ປະທານ​ສະຫະພັນ​ແມ່ຍິງນະ ຄອນຫຼວງ​ວຽງຈັນພ້ອມບັນ ດາ​ເອື້ອຍ​ນ້ອງສະມາຊິກສະ ຫະພັນ​ແມ່ຍິງ​ເຂົ້າຮ່ວມ.
ສະຫາຍພັນ​ຕີ ນາງ ດວງ​ດີ ສີ​ຫາ​ເທບ ກ່າວວ່າ: ສະຫະ ພັນ​ແມ່ຍິງໄດ້ເອົາ​ໃຈ​ໃສ່ປະ ຕິບັດ​ກົດ​ລະບຽບຂອງ​ກອງ​ທຶນ​ຢ່າງ​ເຂັ້ມງວດ​ເຮັດ​ໃຫ້​ສະມາຊິກ​ກອງ​ທຶນ​ໄວ້​ເນື້ອ​ເຊື່ອ​ໃຈ ຕື່ນ​ຕົວຫ້າວ​ຫັນໃນ ການ​ຝາກ​ເງິນ​ທ້ອນຢ່າງ​ເປັນ​ເອກ​ກະພາບນັບ​ມື້ນັບ​ເຕີບ​ໃຫ່ຍຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​ວົງວຽນການ​ກູ້-​ຝາກ​ຕາມ​ເງື່ອນ​ໄຂ​ລວມ ​ແລະ ບຸກຄົນສາມາດ​ຊ່ວຍ​ເຫືຼອ​ເຊິ່ງ​ກັນ ແລະ ກັນ​ໄດ້​ເປັນ​ຢ່າງ​ດີ. ປັດຈຸ​ບັນ​ໄດ້​ມີ​ສະມາຊິກ​ເງິນ​ທ້ອນ​ທັງໝົດ 474 ສະຫາຍ, ຍິງ 248 ສະຫາຍ, ມີ​ເງິນ​ທ້ອນ​ທັງໝົດ 1.196.402.000 ກ່ວາ​ກີບ ​ແລະ ​ສາມາດ​ເກັບ​ດອກ​ເບ້ຍ​ໄດ້​ເຖິງ 473.417.000 ກີບ, ນອກ​ນີ້ຍັງ​ມີ​ເງິນ​ສຳຮອງ 27.737.000 ກີບ​, ເງິນສະ ຫວັດດີ​ການ 27.719.000 ກີບ, ​ເງິນ​ພັດທະນາ 14.404.000​ ກີບ ອີກ​ດ້ວຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...