Homeຂ່າວການສຶກສາປີນີ້ມີຜູ້ສຳເລັດການສຶກສາຂັ້ນປະລິນຍາທັງຫມົດ 8,550 ຄົນ

ປີນີ້ມີຜູ້ສຳເລັດການສຶກສາຂັ້ນປະລິນຍາທັງຫມົດ 8,550 ຄົນ

Published on

mon16sep1

ໃນປີການສຶກສາ 2012- 2013ມີຜູ້ສໍາເລັດການສຶກສາ ໃນລະດັບຕ່າງໆລວມທັງໝົດ 8.550 ຄົນ, ພິທີມອບປະກາສະນີຍະບັດ ໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 13 ກັນ ຍາ 2013 ນີ້ຢູ່ທີ່ມະຫາວິທະ ຍາໄລແຫ່ງຊາດ, ນະຄອນ ຫຼວງວຽງຈັນ, ໂດຍພາຍໃຕ້ ການເປັນປະທານ  ແລະ  ໃຫ້ກຽດມອບຂອງທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ, ກຳ ມະການສູນກາງພັກ, ອະທິ ການບໍດີມະຫາວິທະຍາໄລ ແຫ່ງຊາດ ເຊິ່ງມີບັນດາທ່ານ ຄະນະບໍດີ, ພະນັກງານຄູອາ ຈານ, ຜູ້ຊ່ຽວຊານຕະຫຼອດເຖິງ   ນັກສຶກສາເຂົ້າຮ່ວມຢ່າງພ້ອມ ພຽງ.
ທ່ານ ສຈ. ດຣ. ສຸກກົງແສງ    ໄຊຍະເລີດ ໄດ້ກ່າວຕໍ່ພິທີວ່າ: ໂດຍຢຶດໝັ້ນຕາມແນວທາງ ໃນການພັດທະນາຊັບພະຍາ ກອນມະນຸດໃຫ້ມີປະສິດທິ ພາບ, ມີຄວາມຮູ້, ຄວາມສາ ມາດທາງດ້ານວິທະຍາສາດວິ ທະຍາການ ແລະ ຕອບສະ ໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງຕະຫຼາດແຮງ ງານແຕ່ລະພາກສ່ວນໃນໄລ ຍະໃໝ່. ໃນສົກຮຽນ 2012-2013 ນີ້ທາງມະຫາວິທະຍາ ໄລແຫ່ງຊາດໄດ້ສຳເລັດການ ສ້າງບຸກຄະລາກອນໃນລະ ດັບຕ່າງໆອອກຮັບໃຊ້ສັງຄົມ ມີທັງໝົດ 8.550 ຄົນຍິງ 3191 ຄົນໃນນີ້ມີປະລິນຍາໂທ 478 ຄົນ, ປະລິນຍາຕີ 8007 ຄົນ ແລະ ອະນຸປະລິນຍາ 65 ຄົນ, ບັນດາບຸກຄະລາກອນທີ່  ສຳເລັດການສຶກສາລ້ວນແຕ່ ຜ່ານການຝຶກຝົນຫຼໍ່ຫຼອມກໍ່ ສ້າງຈາກມະຫາວິທະຍາໄລ ແຫ່ງຊາດ ເຊິ່ງແມ່ນນັກພັດ ທະນາ, ນັກບໍລິຫານ, ນັກວິ ຊາການ, ນັກຄົ້ນຄວ້າ, ທີມີ ຄວາມຮູ້ຄວາມສາມາດ ແລະ ມີຄວາມພ້ອມໃນການເປັນ ພະນັກງານສືບທອດພາລະ ກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນກ້າວໜ້າ ຍິ່ງໆຂຶ້ນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...