spot_img
Homeຂ່າວທ້ອງຖິ່ນສານປະຊາຊົນຫຼວງນ້ຳທາ ລົງດາບປະຫານຊີວິດ ຂະບວນຄ້າຢາເສບຕິດ

ສານປະຊາຊົນຫຼວງນ້ຳທາ ລົງດາບປະຫານຊີວິດ ຂະບວນຄ້າຢາເສບຕິດ

Published on

tudsing

ສານປະຊາຊົນ​ຫລວງ​ນ້ຳທາ​ຕັດສິນ ​ປະຫານ​ຊີວິດຂະບວນການຄ້າ​ຢາ​ເສບ​ຕິດ ຂ້າມຊາດລາຍໃຫຍ່

ມິຖຸນາ 2013 ແລະ ຕັດສີນປະຫານຊີວິດທ້າວ ທອງຂາວ ອາຍຸ 32 ປີ, ທ້າວ ​ແປງ ອາຍຸ 49 ປີ ​ແລະ ທ້າວ ອິນ ອາຍຸ 30 ປີ ສັນຊາດ​ມຽນມາ, ທັງ​ສາມ​ຢູ່​ບ້ານ​ນາ​ຄຳ ເມືອງ​ສິງ ແລະ ຕັດສິນລົງໂທດຜູ້ຮ່ວມຂະບວນການອີກສອງຄົນ ຄື: ທ້າວ ກອງ ອາຍຸ 26 ປີ ຢູ່​ບ້ານ​ມອມ​ແລະ ທ້າວ ຄຳ​ແກ້ວ ອາຍຸ 26 ປີ ຢູ່​ບ້ານ​ນາ​ຄຳ, ເມືອງສິງໃຫ້ຈຳຄຸກ 15 ປີ, ພ້ອມປັບໃໝຜູ້ລະ 100 ລ້ານກີບ ໃນຂໍ້ຫາຂົນສົ່ງຢາເສບຕິດປະເພດຢາບ້າຈຳນວນ 30 ມັດ, ນ້ຳໜັກ 6 ກິໂລຈາກປະເທດມຽນມາເຂົ້າມາລາວ, ຊຶ່ງພວກກ່ຽວແມ່ນຖືກເຈົ້າໜ້າທີ່ຈັບຕົວໄດ້ ຢູ່ເຂດຊາຍແດນລາວ-ມຽນມາເຊັ່ນກັນ ເມື່ອເດືອນເມສາ 2013 ຜ່ານມາຈຶ່ງຖືກສານຕັດສີນ ລົງໂທດຕາມລະບຽບກົດໝາຍ. ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫລວງນ້ຳທາ, ໄດ້ຕັດສີນປະຫານຊີວິດຂະບວນການ ຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຫລາຍຄະດີຄື: ຕັດສີນປະຫານຊີວິດທ້າວ ໜໍ ອາຍຸ 45 ປີ(ສັນຊາດ​ຈີນ) ພັກ​ເຊົາ​ຢູ່​ບ້ານ​ຊຽງ ​ແລະ ທ້າວ ​ໃໝ່​ຈ້ອຍ ຢູ່​ບ້ານ​ຊຽງ, ​ເມືອງ​ສິງໃນຂໍ້ຫາຂົນສົ່ງຢາເສບຕິດປະເພດເຮໂຣອິນ, ນ້ຳໜັກ 700 ກລາມ, ເຊິ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເຮືອນພັກ ແຫ່ງໜຶ່ງໃນເຂດເມືອງສິງ ແລະ ຕັດສິນປະຫານຊີວິດທ້າວ ​ໃໝ່​ອຸ່ນ​ແສງ ອາຍຸ 42ປີ, ທ້າວ ​ໃໝ່​ຈ່າຍ​ປີ ອາຍຸ 28 ປີທັງ​ສອງ​ຢູ່​ບ້ານ​ຊຽງ​ມູນ, ທ້າວ ​ໃໝ່​ຂຸ່ງ ອາຍຸ 38 ປີຢູ່​ບ້ານນ້ຳກຽງ ​ເມືອງ​ສິງ ​ແລະ ທ້າວ ຕຸ​ນ ອາຍຸ 35 ປີ ຢູ່​ບ້ານ​ດົງ​ສະຫວາດ ເມືອງ​ສີ​ສັດຕະ​ນາກນະຄອນຫລວງ​ວຽງຈັນ ໃນຂໍ້ຫາຂົນສົ່ງຢາເສບຕິດປະເພດຫົວເຊື້ອ ຜະລິດຢາໄອນ້ຳໜັກ 56ກິໂລຈາກປະເທດມຽນມາເຂົ້າມາລາວ, ໂດຍພວກກ່ຽວຖືກເຈົ້າໜ້າທີ່ ຈັບຕົວໄດ້ຢູ່ເຂດຊາຍແດນລາວ-ມຽນມາໃນເດືອນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...