spot_img
Homeຂ່າວພາຍ​ໃນເຕືອນ !!! ​ປະຊາຊົນ​ລະວັງໄພນ້ຳຖ້ວມ

ເຕືອນ !!! ​ປະຊາຊົນ​ລະວັງໄພນ້ຳຖ້ວມ

Published on

11923196_1041634785868193_4227945764262675776_n

#ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ນັບ​ແຕ່​ວັນ​ທີ 2-8 ກັນຍາ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຂອງ​ອາກາດ​ຮ້ອນ ​ຍັງ​ຈະ​ສືບ​ຕໍ່​ພັດ​ຜ່ານ​ແຂວງ​ພາກ​ເໜືອ​ ຫາ​ພາກ​ກາງຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕ​​າ​ເວັນ​ຕົກ-ຕາ​ເວັນ​ຕົກ​ສ່ຽງ​​ໃຕ້ ​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ​ເຊິ່ງຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວ​ນກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກຢູ່​ບາງ​ທ້ອງ​ຖິ່ນ​ ຂອງ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້, ນັບ​ທັງ​ນະຄອນຫລວງ​ວຽງຈັນ. ຈາກ​ນັ້ນ ທ້າຍ​ອາທິດ​ກະ​ແສ​ລົມ​ຕ​າ​ເວັນ​ຕົກ​ສ່ຽງ​ໃຕ້​ ຈະ​ມີ​ທ່າ​ອ່ຽງອ່ອນ​ກຳລັງ​ລົງ​ພັດ​ປົກ​ຄຸມ​ຢູ່​ທົ່ວ ທຸກ​ພາກ​ຂອງ​ລາວ, ຊຶ່ງ​ຈະ​ເຮັດ​ໃຫ້​ ອາກາດ​ຮ້ອນ ​ແລະ ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ເປັນ​ບາງ​ໂອກາດ ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​​ແຕ່​ລະ​ພາກ.

​ໃນ​ອາທິດ​ຕໍ່ໜ້ານີ້ ສະພາບ​ອາກາດ​ໂດຍ​ທົ່ວ​ໄປ​ແລ້ວ ຈະ​ຮ້ອນ​​ຢູ່​ແຕ່​ລະ​ພາກ ​ແລະ ຈະ​ເຢັນ​ລົງຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ, ​ແຂວງ​ໄຊ​ສົມບູນ ​ແລະ ພູ​ພຽງ​ບໍລະ​ເວນ​ປາກ​ຊ່ອງ, ​ໃນ​ລະຫວ່າງ​ ວັນ​ທີ 2-5 ກັນຍາ​ນີ້, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ ເປັນ​ບໍລິ​ເວ​ນກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ຈາກ​ນັ້ນ ວັນ​ທີ 6-8 ກັນຍາ 2015, ສະພາບ​ຝົນ​ຈະ​ເບົາ​ບາງ​ລົງ​ຢູ່​ແຕ່​ລະ​ພາກ.

​ຂະນະ​ດຽວກັນ ກົມ​ອຸຕຸ ຍັງ​ໄດ້​ຄາດ​ຄະ​ເນ ​ລະດັບ​ນ້ຳຂອງ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​​​ ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ກັນຍາ​ນີ້ວ່າ: ນ້ຳຂອງ​ຢູ່​ຫລວງ​ພະ​ບາງຈະ​ເພີ່ມ​ຂຶ້ນ​ຈາກ 11,04​ ເປັນ 11,47 ຊັງ​ຕີ​ແມັດ, ນະຄອນຫລວງ​ວຽງ​ຈັນ ຈາກ 5,96 ​ເປັນ 6,95 ຊັງ​ຕີ​ແມັດ, ປາກ​ຊັນ ຈາກ 8,35 ​ເປັນ 8,69 ຊັງ​ຕີ​ແມັດ, ສະຫວັນ​ນະ​ເຂດ ຈາກ 7,80 ​ເປັນ 8,08 ຊັງ​ຕີ​ແມັດ, ປາກເຊ ຈາກ 7,78 ​ເປັນ 8,21 ຊັງ​ຕີ​ແມັດ, ​ເຊ​ບັ້ງ​ໄຟ (ຂົວ​ເຊ) 17,11 ​ເປັນ 17,77 ຊັງ​ຕີ​ແມັດ, ໜ້າ​ເຂື່ອນນ້ຳ​ງື່ມ1 ຈາກ 209,39 ​ມາ​ເປັນ 209,53 ຊັງ​ຕີ​ແມັດ. ດັ່ງ​ນັ້ນ ຈຶ່ງ​ແຈ້ງ​ເຕືອນ​ປະຊາຊົນ​ຜູ້​ຢູ່​ເຂດ​ຈຸດ​ສ່ຽງ ​ໃຫ້​ມີ​ສະຕິ​ລະວັງ​ຕົວ ​ເກັບ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໄປ​ໄວ້​ບ່ອນ​ທີ່​ປອດ​ໄພ ​ເພື່ອ​ປ້ອງ​ກັນ​ນ້ຳ​ຖ້ວມ​ກະທັນຫັນທີ່ອາດຈະເກີດຂຶ້ນ.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...