spot_img
Homeຂ່າວພາຍ​ໃນທ່ານ ຈູມມາລີ ໄຊຍະສອນ ເຂົ້າຮ່ວມພິທີເປີດຕົວດາວທຽມ ດວງທຳອິດຂອງລາວ

ທ່ານ ຈູມມາລີ ໄຊຍະສອນ ເຂົ້າຮ່ວມພິທີເປີດຕົວດາວທຽມ ດວງທຳອິດຂອງລາວ

Published on

lao settellite

ໃນວັນທີ 2 ກັນຍານີ້, ຊຶ່ງເປັນມື້ທີ 9 ຂອງການຢ້ຽມຢາມ ສປ ຈີນ ຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ຊຶ່ງໄດ້ໄປສະຖາບັນອາວະກາດແຫ່ງ ສປ ຈີນ ເພື່ອຢ້ຽມຢາມໂຮງງານຜະລິດ ດາວທຽມ ແລະ ເປັນໂຮງງານຜະລິດ ດາວທຽມດວງທຳອິດຂອງລາວ
ແລະ ໄດ້ຮັບຟັງການລາຍງານສະພາບການຜະລິດ ດາວທຽມລາວດວງທຳອິດຈາກ ທ່ານ ເລີຍ ຝານເຜີຍ ປະທານກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອາວະກາດ ສປ ຈີນ ແລະ ການກະກຽມຄວາມພ້ອມຂອງ ສປປ ລາວ ຈາກທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານວ່າ: ໃນເດືອນທັນວາ 2011, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ປັບປຸງ ແລະ ເຊັນສັນຍາການກໍ່ສ້າງໂຄງການດາວທຽມນີ້ ກັບບໍລິສັດ China APMT ແລະບໍລິສັດອຸດສາຫະກຳກຳແພງຍັກຂອງສປຈີນ ທີ່ນະຄອນຫລວງວຽງຈັນ, ໃນການຮ່ວມມືພັດທະນາໂຄງການ ດາວທຽມລາວແລະນັບແຕ່ນັ້ນມາ, ທັງສອງຝ່າຍກໍໄດ້ຮ່ວມມືກັນດຳເນີນການ ປະຕິບັດໂຄງການນີ້ຢ່າງມີຄວາມຮັບຜິດຊອບສູງ, ເພາະວ່າເປັນໂຄງການທີ່ມີຄວາມໝາຍ ສຳຄັນຫລາຍຕໍ່ການພົວພັນແລະຮ່ວມມື ລາວ-ຈີນ, ໂດຍສະເພາະໃນຂົງເຂດເຕັກໂນໂລຊີ ລະດັບສູງກໍຄືໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ ແລະສັງຄົມຂອງ ສປປ ລາວ.

ທ່ານ ຫຽມ ພົມມະຈັນ ໃຫ້ຮູ້ວ່າ : ໂຄງການໄດ້ດຳເນີນເປັນສອງໄລຍະຄື : ໄລຍະທີ 1 ແມ່ນໄລຍະການຜະລິດ ແລະສົ່ງດາວທຽມຂຶ້ນສູ່ວົງໂຄຈອນ, ພ້ອມທັງເປັນໄລຍະກໍ່ສ້າງສະຖານີບັນຊາ ພາກພື້ນດິນ, ເຊິ່ງມາຮອດປັດຈຸບັນໄດ້ສຳເລັດໂດຍພື້ນຖານ ແລະ ມີຄວາມພ້ອມທຸກຢ່າງແລ້ວຊຶ່ງຄາດວ່າ ດາວທຽມດວງນີ້ຈະໄດ້ສົ່ງຂຶ້ນສູ່ວົງໂຄຈອນ ໃນທ້າຍເດືອນພະຈິກ 2015 ທີ່ຈະມາເຖິງນີ້ ເພື່ອເປັນຂອງຂວັນອັນປະເສີດຕ້ອນຮັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ.

ໄລຍະທີ2 ແມ່ນໄລຍະການດຳເນີນທຸລະກິດ ດາວທຽມທັງສອງຝ່າຍຈະໄດ້ຮ່ວມກັນສ້າງຕັ້ງ ບໍລິສັດຮ່ວມທຶນນຳກັນເພື່ອດຳເນີນທຸລະກິດດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງຝ່າຍ ແລະ ສຳລັບຝ່າຍລາວແມ່ນມີຄວາມມຸ້ງຫວັງ ຢາກໃຫ້ໂຄງການດາວທຽມດວງທຳອິດນີ້ ສາມາດສ້າງລາຍໄດ້ເພື່ອທົດແທນເງິນກູ້ ແລະ ເພື່ອສືບຕໍ່ຂະຫຍາຍໂຄງການນີ້ຕໍ່ໄປ ພ້ອມຈະເປັນການຍົກຖານະຂອງ ສປປລາວ ສູງເດັ່ນຂຶ້ນໃນວົງຄະນາຍາດສາກົນ.

ໃນງານເປີດຕົວດາວທຽມລາວດວງທຳອິດ ຂອງລາວນີ້ທ່ານເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດຕາງໜ້າການນຳສູງສຸດຂອງພັກ ແລະ ລັດແຫ່ງ ສປປ ລາວ ຕັດແຖບຜ້າເປັນສິລິມຸງຄຸນຢ່າງສູງໃຫ້ແກ່ດາວທຽມລາວ ແລະເປັນການຢັ້ງຢືນເຖິງຜົນສຳເລັດການພັດທະນາ ດາວທຽມລາວດວງທຳອິດ.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...