spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ກິນຄູ່ກັນແລ້ວຊ່ວຍຕ້ານມະເຮັງມີແທ້

ອາຫານທີ່ກິນຄູ່ກັນແລ້ວຊ່ວຍຕ້ານມະເຮັງມີແທ້

Published on

1355065505

ສາວໆຫລາຍ​ຄົນ​​ຮູ້​ກັນ​ດີ​ຢູ່​ແລ້ວ​ເລື່ອງ​ຂອງ​ສັບ​ພະຄຸນ​ປະໂຫຍດ​ໃນ​ສານ​ອາຫານ​ແຕ່​ລະ​ຊະນິດ​ວ່າ​ມັນ​ໃຫ້​ຄຸນຄ່າ​ຫລວງຫລາຍ​ກັບ​ຕົນເອງຫລາຍພຽງໃດແຕ່​ຈະ​ມີ​ໃຜ​ຮູ້​ບໍ່​ວ່າ​ອາຫານ​ຊະນິດ​ໃດ​ແນ່ທີ່​ເມື່ອ​ກິນ​ຮ່ວມ​ກັນ​ແລ້ວ​ຈະໃຫ້​ຄຸນຄ່າ​ຊ່ວຍ​ຕ້ານ​ມະ​ເຮັງ​ແບບ​ບວກ​ບວກ​!

1355065505

1.ໝາກ​ເລັ່ນ​ກັບ​ອະ​ໂວ​ຄາໂດ ມະຫາ​ວິທະຍາ​ໄລ​ລັດ​ໂອ​ໄຮ​ໂອ​ສຶກ​ສາ​ພົບ​ວ່າຜູ້​ທີ່​ກິນ​ຊັນ​ຊ່າ​ທີ່​ມີ​ສ່ວນ​ປະສົມ​ຂອງ​ໝາກເລັ່ນ​ແລະ​ອະ​ໂວ​ຄາ​ໂດ​ນັ້ນ​ຈະ​ສາມາດ​ຊ່ວຍ​ຕ້ານ​ພະຍາດ​ມະ​ເຮັງ​ໄດ້​ດີເພາະ​ວ່າ​ສານ​ເບ​ຕ້າ​ແຄ​ໂລ​ທີນ​ທີ່​ຢູ່ໃນ​ໝາກເລັ່ນ​ຈະ​ເພີ່ມ​ຂຶ້ນ2ເທົ່າ​ເຄິ່ງແລະ​ສານ​ໄລ​ໂຄ​ປີນ​ທີ່​ຢູ່ໃນ​ອະ​ໂວ​ຄາ​ໂດ​ນັ້ນ​ຈະ​ມີ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ດູດ​ຊຶມ​ເພີ່ມ​ຫລາຍ​ຂຶ້ນ​ເຖິງ4ເທົ່າ​ເຄິ່ງ

Untitled-1

2.ແອບ​ເປີ້ນ​ກັບ​ລາດ​ເບີລີ ເມື່ອ​ຫມາກໄມ້​ສອງ​ຊະນິດ​ນີ້​ໄດ້​ປະສົມ​ປະ​ສານ​ເຂົ້າ​ນຳກັນ​ແລ້ວ ຈະ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ຕ້ານ​ມະ​ເຮັງ​ໃຫ້​ກັບ​ຮ່າງກາຍ​ໄດ້​ດີເພາະ​ມີ​ການ​ວິ​ໄຈ​ພົບ​ວ່າໃນ​ໜ່ວຍລາດ​ເບີລີມີ​ກົດ​ເອນ​ລາ​ຈິກ​ຊຶ່ງ​ເປັນ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະຈະ​ເຂົ້າໄປ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ເຄີ​ຊິ​ທິນ​ຊຶ່ງ​ເປັນ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະ​ທີ່​ພົບ​ໃນ​ແອບ​ເປີ້ນ​ເພື່ອ​ຈັດການ​ກັບ​ຈຸລັງ​ມະ​ເຮັງ​ໂຕ​ຮ້າຍ!

12

3.ປາ​ທູ​ນາ​ກັບ​ບລັອກ​ໂຄລີ ປາ​ທູ​ນາ​ເປັນ​ແຫລ່ງ​ຂອງ​ຊີ​ເລ​ນຽມ​ຊຶ່ງ​ມີ​ສັບ​ພະຄຸນ​ຊ່ວຍ​ເພີ່ມ​ລະ​ດັບ​ເອນ​ໄຊ​ຕ້ານ​ມະ​ເຮັງ​ທີ່​ມີ​ຊື່​ວ່າ ໄທ​ໂອ​ລີ​ດັອກ​ຊິນ ລີ​ດັກ​ເຕສ  ສ່ວນ​ບລັອກ​ໂຄ​ລີ​ເອງ​ກໍ​ມີ​ຊັນ​ໂຟ​ລາ​ເຟນ​ທີ່​ຊ່ວຍ​ເພີ່ມ​ລະ​ດັບ​ເອມ​ໄຊ​ທີ່​ຕ້ານ​ມະ​ເຮັງ​ເຊັ່ນ​ກັນເມື່ອ​​ສາວໆກິນ​ທັງ​ສອງ​ຢ່າງ​ນີ້​ຮ່ວມ​ກັນ​ມັນ​ຈະ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ຢັບຢັ້ງການ​ເຕີບໂຕ​ຂອງ​ຈຸລັງມະ​ເຮັງ​ຫລາຍກວ່າ​ກິນ​ແຍກ​ເຖິງ 13 ເທົ່າ​

ບົດຄວາມຫຼ້າສຸດ

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້: