Homeຂ່າວທ້ອງຖິ່ນຕຳຫລວດຈະລາຈອນ ນ.ວ ເສີມກຳລັງ 370 ກ່ວາຄົນ ອຳນວຍຄວາມສະດວກ ມື້ເປີດສົກຮຽນໃໝ່!

ຕຳຫລວດຈະລາຈອນ ນ.ວ ເສີມກຳລັງ 370 ກ່ວາຄົນ ອຳນວຍຄວາມສະດວກ ມື້ເປີດສົກຮຽນໃໝ່!

Published on

police

ເຊົ້າວັນທີ 28 ສິງຫານີ້, ຢູ່ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ເປີດກອງປະຊຸມກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ສຳລັບເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຕ່າງໆ, ພ້ອມດ້ວຍນາຍ ແລະ ພົນຕຳຫລວດເຂົ້າຮ່ວມເປັນຈຳນວນຫລາຍ.

ກອງປະຊຸມດັ່ງກ່າວ ກໍເພື່ອແນໃສ່ຮັບປະກັນໃຫ້ແກ່ມື້ເປີດສົກຮຽນໃໝ່ 2015-2016 ນີ້, ມີຄວາມປອດໄພຮັບປະກັນໃນການສັນຈອນສະດວກດີ, ໂດຍສະເພາະແມ່ນໜ້າໂຮງຮຽນ ແລະ ເສັ້ນທາງຫລັກ, ເສັ້ນທາງເຂົ້າອອກເມືອງຈຸດສາມແຍກ, ສີ່ແຍກ, ຕະຫລາດ ແລະ ບ່ອນຊຸມຊົນຕ່າງໆ.

ທ່ານຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນນີ້ ພາຫະນະລົດລາງຢູ່ໃນນະຄອນຫລວງວຽງຈັນ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເສັ້ນທາງສັນຈອນແຕ່ເສັ້ນທາງຮອງຮັບການສັນຈອນຍັງຈຳກັດ ແລະ ມີຄວາມຫຍຸ້ງຍາກ, ມີບາງບ່ອນເປເພ, ເປັນບວກ, ເປັນຂຸມ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນພົບຄວາມຫຍຸ້ງຍາກ ບໍ່ມີຄວາມສະດວກໃນການສັນຈອນໄປມາ, ເຊິ່ງປະກົດການດັ່ງກ່າວ ຍິ່ງຈະສົ່ງຜົນກະທົບໃຫ້ການສັນຈອນໃນໄລຍະເປີດສົກຮຽນໃໝ່ນີ້ມີຄວາມແອອັດ ຫລາຍຂຶ້ນ ແລະ ອາດສົ່ງຜົນໃຫ້ການສັນຈອນອຸດຕັນເປັນບາງຄັ້ງຄາວ ກໍເປັນໄດ້ ຖ້າພວກເຮົາບໍ່ເອົາໃຈໃສ່ການຄວບຄຸມລະບຽບການສັນຈອນ ແລະ ການລະບາຍລົດທີ່ເໝາະສົມ, ພ້ອມນັ້ນ ກໍອາດຈະມີອຸປະຕິເຫດເກີດຂຶ້ນກໍເປັນໄດ້ ແລະ ອາດຈະມີຄົນບໍ່ດີສວຍໃຊ້ປຸ້ນຈີ້, ຊິງຊັບ, ດຶງກະເປົາ ແລະ ອື່ນໆ ໃນຊ່ວງເວລາການຈະລາຈອນແອອັດ. ຍ້ອນແນວນັ້ນ ທາງເຈົ້າໜ້າທີ່ຈິງໄດ້ເສີມກຳລັງເຈົ້າໜ້າທີ່ເຂົ້າຕື່ມອີກຫລາຍກວ່າ 370 ຄົນ ເພື່ອຊ່ວຍຄວບຄຸມການສັນຈອນໃນມື້ເປີດສົກຮຽນໃໝ່ຢູ່ຕາມແຕ່ລະຈຸດທີ່ຫລໍ່ແຫລມດ້ວຍກັນ ຈຳນວນ 93 ຈຸດ, ເພື່ອເຮັດໃຫ້ການສັນຈອນໄປມາໃນໂມງເລັ່ງດ່ວນ ຕາມສາມແຍກ, ສີ່ແຍກ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຫລຸດຜ່ອນອຸປະຕິເຫດທີ່ອາດຈະເກີດຂຶ້ນ ແລະ ເພື່ອສາມາດຮັບປະກັນຄວາມສະຫງົບໄດ້ 100%.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...