Homeສຸຂະພາບ ແລະ ສີ່ງແວດລ້ອມອອກ​ກຳ​ລັງ​ກາຍ ຊ່ວຍ​ກະຕຸ້ນ​ໃຫ້​ຜິວ​ໜັງ​

ອອກ​ກຳ​ລັງ​ກາຍ ຊ່ວຍ​ກະຕຸ້ນ​ໃຫ້​ຜິວ​ໜັງ​

Published on

 

27_201310071022241.

      ການ​ເບິ່ງແຍງ​ຜິວ​ພັນ​ດ້ວຍ​ການ​ໃຊ້​ເຄື່ອງ​ສຳ​ອາງ​ບໍ່​ສາມາດ​ແກ້​ຕົ້ນ​ຕໍ​ບັນຫາ​ການ​ໄຫລ​ວຽນ​ເລືອດ​ທີ່​ບໍ່​ດີ​ໄດ້ ໂດຍ​ສະເພາະ​ຄົົນທີ່​​ຕ້ອງ​ນັ່ງ​ເຮັດວຽກ​ບໍ່​ຄ່ອຍ​ໄດ້​ເຄື່ອນ​ໄຫວ​ຮ່າງກາຍ​ຈະ​ເປັນ​ຄົນ​ຂີ້​ໜາວ​ງ່າຍ ເມື່ອ​ເລືອດ​ໄຫລ​ວຽນ​ບໍ່​ດີ ເສັ້ນ​ເລືອດ​ຝອຍ​ທີ່​ເຮັດ​ຫນ້າທີ່​ສົ່ງ​ອອກ​ຊິ​ເຈນ​ຫລື​ສານ​ອາຫານ​ໄປ​ຍັງ​ເຊວ​ຜິວ​ຫນັງຈະ​ອຸດ​ຕັນ ຜິວ​ຊັ້ນລຸມ​​ເປັນ​ຊັ້ນ​ລຸ່ມ​ສຸດ​ຂອງ​ຫລືບຫນັງ​ທີ່​ເຊື່ອມ​ໂຍງ​ກັບ​ຊັ້ນ​ເທິງ​ສຸດ​ຂອງ​ໜັງ​ແທ້​ຈະ​ມີ​ເສັ້ນ​ເລືອດ​ຝອຍ​ກະ​ຈາຍ​​ຢູ່​ທົ່ວ​ຈະ​ອຸດ​ຕັນ​ໄດ້​ງ່າຍ
ການ​ຈະ​ເຮັດໃຫ້​ເລືອດ​ໄຫລ​ວຽນ​ດີ​ຂຶ້ນ​ມີ​ພຽງ​ການ​ອອກ​ກຳ​ລັງ​ກາຍເທົ່າ​ນັ້ນ ເມື່ອ​ອອກ​ກຳ​ລັງ​ກາຍ​ອຸນຫະພູມ​ໃນ​ຮ່າງກາຍ​ຈະ​ເພີ່ມ​ສູງ​ຂຶ້ນ​ດ້ວຍ ກະຕຸ້ນ​ເອນ​ໄຊ​ເຮັດວຽກ​ໄດ້​ດີ​ຂຶ້ນ​ເປັນ​ການ​ຍິງ​ປືນ​ນັດ​ດຽວ​ໄດ້​ນົກ​ສອງ​ຕົວ ເມື່ອ​ອຸນຫະພູມ​ຂອງ​ຮ່າງກາຍ​ເພີ່ມ​ຈາກ 36 ອົງ​ສາ​ເປັນ 37-37.5 ອົງ​ສາ ເອນ​ໄຊ​ທີ່​ກະຕຸ້ນ​ໃຫ້​ພູ​ມຄຸ້ມ​ກັນ​ພະຍາດ​ແຂງ​ແຮງ​ຂຶ້ນ​ຫລື​ກະຕຸ້ນ​ໃຫ້​ມີ​ການ​ເຜົາ​ຜານ​ອາຫານ​ກໍ​ຈະ​ເພີ່ມ​ສູງ​ຂຶ້ນ​ດ້ວຍ ຫາກ​ຈະ​ຈໍ໊ແລ່ນ​ກໍ​ຄວນ​ແລ່ນປະມານ​ 15 ນາ​ທີ​ຂຶ້ນ​ໄປ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...