Homeຂ່າວພາຍ​ໃນເມົາແລ້ວມັກໂວຍ ຖືກລູກໂຫດຟັນຄໍສາຫັດ

ເມົາແລ້ວມັກໂວຍ ຖືກລູກໂຫດຟັນຄໍສາຫັດ

Published on

11898600_774843125974950_300831583257030066_n

ໜ່ວຍງານກູ້ໄພມຸນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ ໄດ້ຮັບແຈ້ງເຫດ ອາລະວາດຜິດຖຽງ ຢູ່ບ້ານ ທົ່ງສ່າງນາງ ເມືອງຈັນທະບູລີ ກຳແພງນະຄອນຫຼວງວຽງຈັນ

ຫຼັງຈາກທາງທີມງານອາສາສະໝັກມູນນິທິ ແລະ ທີມງານ ນາທີ ຊີວີດໄປເຖິງຈຸດເກີດເຫດ ພົບຊາຍຄົນໜຶ່ງນອນເລືອດອາບທົ່ວຕົວ ເນື່ອງຈາກຖືກທຳຮ້າຍຈາກຂອງມີຄົມ (ພ້າແຕ່ງກິນ) ອາສາສະໝັກຮີບຢຸດເລືອດ ແລະ ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ

ທາງທີມງານໄດ້ລົງເກັບກຳລາຍລະອຽດ ເພີ່ມເຕີມຈຶ່ງໄດ້ຂໍ້ມູນມາອີກວ່າ ເຫດການທີ່ເກີດຂື້ນແມ່ນ ບໍ່ໄດ້ເກີດຂື້ນເພາະສິ່ງເສບຕິດ ຫຼື ສິ່ງມຶນເມົາ ແຕ່ລູກຊາຍມີບັນຫາທາງດ້ານອາລົມ ເປັນຄົນເກັບກົດ

ເຫດການຄັ້ງນີ້ແມ່ນເລີ່ມຈາກການ ມີປາກສຽງກັນຂອງ ສາມີພັນລະຍາ (ພໍ່ ແລະ ແມ່) ຜູ້ເປັນພໍ່ (ຜູ້ບາດເຈັບ) ໄດ້ດື່ມສິ່ງມຶນເມົາກັບມາບ້ານ ແລະ ຫິວເຂົ້າ ເມື່ອເຫັນວ່າບໍ່ມີຂອງກິນກໍ່ໄດ້ຮ້າຍໃຫ້ພັນລະຍາ ແລະ ທຸບມ້າງເຄື່ອງພາຍໃນເຮືອນຢ່າງທີ່ເຄີຍ ກະທຳມາກ່ອນ

ໃນຂະນະທີ່ເກີດເຫດ ຜູ້ເປັນພໍ່ ແລະ ແມ່ກຳລັງມີປາກສຽງກັນ ລູກຊາຍ ໄດ້ຈັບພ້າແຕ່ງກິນທີ່ຫາກໍ່ລັບມາໃໝ່ໆ ຟັນເຂົ້າທີ່ ບໍລິເວນກົກຄໍພໍ່ ແລ້ວພໍ່ກໍ່ລົ້ມລົງທ່າມກາງກອງເລືອດກອງໃຫຍ່

ຈາກການສອບຖາມຜູ້ເປັນແມ່ບອກວ່າ ປົກກະຕິກໍ່ໄດ້ຍີນລູກຊາຍວ່າ ບໍ່ມັກທີ່ພໍ່ມີນິດໄສແບບນີ້ ແລະ ບໍ່ມັກການຜິດຖຽງກັນ ໂດຍທີ່ແມ່ຂອງລາວບໍ່ຄິດວ່າ ລູກຈະກະທຳລົງມືໂຫດຮ້າຍເຊັ່ນນີ້ອກັບຜູ້ເປັນພໍ່ໄດ້ລົງຄໍ

ອາການບາດເຈັບຂອງຜູ້ເປັນພໍ່ແມ່ນ ມີຮອຍບາດແຜຈາກຂອງມີຄົມກວ້າງ 5 ນິ້ວ ເລີກ 3 ຂໍ້ມື ສູນເສຍເລືອດປະລິມານຫຼາຍສົມຄວນ ຫາຍໃຈອ່ອນແຮງ ຫົວໃຈເຕັ້ນຄ່ອຍ ແຕ່ກໍ່ຍັງມີສະຕິສາມາດຕອບສະໜອງໄດ້.

11947684_774843529308243_2880340243587158064_n

11904110_774843329308263_1447236017799823367_n

ລາຍງານຈາກ: ທີມຂ່າວນາທີຊີວິດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...