Homeຂ່າວການສຶກສາແຂວງແລະນະຄອນຫຼວງ ເປັນຜູ້ອອກໃບປະກາດຈົບ ມ.

ແຂວງແລະນະຄອນຫຼວງ ເປັນຜູ້ອອກໃບປະກາດຈົບ ມ.

Published on

20140320150808

     ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການກ່ຽວກັບ ການມອບໂອນ ການອອກໃບປະກາສະນີຍະບັດສາຍສາມັນຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນ ປາຍໃຫ້ແຂວງ ແລະ ນະຄອນຫລວງ ເປັນຜູ້ຮັບຜິດຊອບເອງ ຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1031/ສສກ.ມຍ/2014 ລົງວັນທີ 21 ມີນາ 2014, ວ່າດ້ວຍການມອບໂອນການສອບເສັງ ແລະ ອອກໃບປະກາສະນີຍະບັດຊັ້ນມັດທະຍົມສຶກສາດັ່ງກ່າວ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງ ແລະນະຄອນຫລວງວຽງຈັນ ແລະ ຕາມແຜນການປັບປຸງຄຸນນະພາບການສຶກສາໃນແຕ່ລະໄລຍະ, ໂດຍການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄຸນນະພາບ, ພ້ອມທັງຂະຫຍາຍໂອກາດ ການສຶກສາລົງໄປສູ່ເຂດຫ່າງໄກສອກຫລີກໃນຂອບເຂດທົ່ວປະເທດ, ໂດຍເລີ່ມແຕ່ສົກຮຽນ 2014-2015 ນີ້ເປັນຕົ້ນໄປແມ່ນມອບໃຫ້ແຂວງ, ນະຄອນຫລວງ ຮັບຜິດຊອບການອອກປະກາດສະນີຍະບັດຈົບ ຊັ້ນສາຍສາມັນສຶກສາຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ທັງສະບັບເປັນ ພາສາລາວ ແລະ ພາສາຕ່າງປະເທດ ແລະໃບຢັ້ງຢືນຄະແນນສອບເສັງ,

ຊຶ່ງກົມມັດ ທະຍົມສຶກສາຈະເປັນຜູ້ຄຸ້ມຄອງບັນຊີລາຍຊື່ນັກຮຽນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ແລະ ແຈ້ງຜົນການສອບເສັງອອກທາງເວັບໄຊຂອງກະຊວງ, ເຊິ່ງທ່ານສາມາດກວດ ສອບລາຍຊື່ຜູ້ທີ່ສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍໃນແຕ່ລະສົກຮຽນ,ໃນແຕ່ລະສົກຮຽນໄດ້ ແລະ ພ້ອມນັ້ນໄດ້ມອບໃຫ້ກົມພົວພັນຕ່າງປະເທດ, ກົມກິດຈະການນັກສຶກສາ ແລະ ກົມວິຊາການທີ່ກ່ຽວຂ້ອງແຈ້ງໄປຍັງພາກສ່ວນທີ່ກ່ຽວ ຂ້ອງທັງພາຍໃນ ແລະ ຕ່າງປະເທດຮັບຊາບ.

ຂອບໃຈຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...