spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານແກ້ອາການບວມນໍ້າ

ອາຫານແກ້ອາການບວມນໍ້າ

Published on

drink water

ອາການ​ບວມ​ນ້ຳ​ຄື​ຄວາມ​ບໍ່​ສະບາຍ​ທີ່​ເກີດ​ເນື່ອງ​ຈາກ​ປະລິມານ​ນ້ຳ​ໃນ​ຮ່າງກາຍ​ມີ​ຫລາຍ​ເກີນ​ປົກກະຕິຊຶ່ງ​ເຮັດໃຫ້​ເກີດ​ມີ​ອາການ​ຕາມ​ມາ​ຫລວງຫລາຍຕັ້ງ​ແຕ່​ຮູ້ສຶກ​ອຶດ​ອັດອືດ​ອາດ ເຊື່ອງ​ຊຶມ,ເຈັບ​ຫົວ,ນອນ​ບໍ່​ດີ,ຂາ​ບວມຄວາມ​ດັນ​ເລືອດ​ສູງ​ປວດ​ປະຈຳ​ເດືອນນ້ຳ​ໜັກ​ຂຶ້ນ​ເປັນ​ຕົ້ນ

ສາ​ເຫດ​ຂອງ​ອາການ​ບວມ​ນ້ຳ​ມີ​ຫລາຍ​ປັດ​ໄຈ​ຄື

1.ຮໍ​ໂມນ​ໃນ​ຮ່າງກາຍ​ໂດຍ​ສະເພາະ​ຮໍ​ໂມນ​ເພດ​ປັ່ນປ່ວນເຮັດໃຫ້​ເກີດ​ອາການ​ປວດ​ປະຈຳ​ເດືອນ​ປວດ​ຫລັງ​ປວດ​ແອວ​ປວດ​ຫົວ​ທ້ອງ​ອືດ​ທ້ອງ​ເສຍ​ໜ້າ​ແຂ້ງ​ບວມ​ເຮັດໃຫ້ຮູ້ສຶກ​ໜັກ​ຂາ​ແລະ​ນ້ຳ​ໜັກ​ຂຶ້ນ​ນໍາຈະ​ເກີດ​ກ່ອນ​ມີ​ປະຈຳ​ເດືອນ​ທຸກ​ເດືອນຫລື​ເກີດ​ໃນ​ຂະນະ​ຖືພາທັງ​ນີ້​ເພາະ​ຮໍ​ໂມນ​ໃນ​ຮ່າງກາຍ​ຜິດ​ໄປ​ຈາກ​ຍາມ​ປົກກະຕິ

ວິທີ​ແກ້ຄື ​ນອກ​ຈາກ​ງົດ​ອາຫານ​ເຄັມ​ແລ້ວ​ຕ້ອງ​ເພິ່ງ​ກົດ​ແກມ​ມາ​ໄລ​ໂນ​ເລ​ນິກ​ໂດຍ​ກິນ​ນ້ຳ​ມັນ​ດອກ​ພິມ​ໂຣສ​​ມື້​ລະ 2 ກຣາມ​ເປັນ​ເວລາ3ເດືອນ​ເມື່ອ​ກິນ​ນ້ຳ​ມັນ​ດອກ​ພິມ​ໂຣສ​ບານ​​ຕ້ອງ​ງົດ​ນົມ​ງົວ​ຜະລິດຕະພັນ​ຈາກ​ນົມ​ງົວ,ກາ​ເຟ,ຊາ​ຂຽວ​ນໍາອີກ

2.ກິນ​ເກືອ​ໂຊ​ດຽມ​ຫລາຍ​ເກີນ​ໄປເພາະເກືອ​ໂຊ​ດຽມ​ເມື່ອ​ຢູ່ໃນ​ຮ່າງກາຍ​ມັນ​ຈະ​ຕ້ອງ​ອຸ້ມ​ນ້ຳ​ເອົາ​ໄວ້​ສະເໝີ​ເມື່ອ​ມີ​ເກືອ​ໃນ​ຮ່າງກາຍ​ຫລາຍ​ກໍ​ຈະ​ເກີດ​ອາການ​ບວມ​ນ້ຳ​ຫລາຍ
ວິທີ​ແກ້ຄື​ ຫລຸດ​ການ​ກິນ​ເຄັມ​ລົງ​ລວມ​ທັງ​ງົດ​ການ​ກິນ​ແປ້ງນົວ​ຢ່າງ​ເດັດ​ຂາດເພາະແປ້ງນົວ​ຄື​ໂມ​ໂນ​ໂຊ​ດຽມ​ກູ​ຕາ​ເມດ​ໂຊ​ດຽມ​ໃນ​ແປ້ງນົວ​ກໍ​ຄື​ເກືອ​ແບບ​ດຽວ​ກັບ​ເກືອ​ເຄັມໆແຕ່​ເຜ​ອິນ​ແປ້ງນົວ​ມັນ​ມີ​ລົດ​ຫວານ​ຈຶ່ງ​ເຮັດໃຫ້​ຄົນ​ທົ່ວ​ໄປ​ບໍ່​ໄດ້​ລະ​ມັດ​ລະ​ວັງ​ເກືອ​ໂຕ​ນີ້

3.ແອນ​ບູ​ມິນ​ຫລື​ໄຂ່​ຂາວ​ໃນ​ເລືອດ​ຕ່ຳ​ຈະ​ເຮັດໃຫ້​ເລືອດ​ບໍ່​ສາມາດ​ດຶງ​ນ້ຳ​ໄວ້​ໄດ້​ໃນ​ຫລອດ​ເລືອດ​ນ້ຳ​ຈຶ່ງ​ຊຶມ​ອອກ​ໄປ​ຢູ່ໃນ​ເນື້ອ​ເຍື່ອແລະ​ເຮັດໃຫ້​ເກີດ​ອາການ​ບວມ​ນ້ຳເຊັ່ນ:ໃນ​ກໍລະນີ​ທີ່​ເປັນ​ພະຍາດ​ຕັບ,ພະຍາດ​ມະ​ເຮັງ​ໃນ​ໄລ​ຍະ​ທ້າຍແລະພະຍາດ​ຫມາກໄຂ່ຫລັງ​ບາງ​ຊະນິດ​ທີ່​ສູນ​ເສຍ​ໄຂ່​ຂາວໄປ​ທາງ​ຍ່ຽວ
ວິທີ​ແກ້ຄື ​ການ​ກິນ​ໄຂ່​ຂາວ​ທຸກ​ມື້​ເຊັ່ນ​ມື້​ລະ6-9ໜ່ວຍ​ຫລື​ບໍ່​ເຊັ່ນ​ນັ້ນ​ກໍ​ຕ້ອງ​ຮັບ​ແອນ​ບູ​ມິນ​ທາງ​ເສັ້ນ​ເລືອດ​ດຳ

4.ມີ​ກ້ອນ​ຊີ້ນ​ໄປ​ຂວາງ​ທາງເດີນ​ຂອງ​ນ້ຳ​ເຫລືອງ​ນ້ຳ​ຈຶ່ງ​ຄ້າງ​ຢູ່​ສ່ວນ​ລຸ່ມ​ຂອງ​ຮ່າງກາຍ​ເຮັດໃຫ້​ຕີນ​ບວມ​ເຊັ່ນ​:ຕຸ້ຍ,​ຜູ້ຍິງ​ທ້ອງ​ມີ​ກ້ອນ​ໃນ​ທ້ອງ,ມີ​ຕັບ​ໃຫຍ່
ວິທີ​ແກ້ຄື ​ຕ້ອງ​ເອົາ​ກ້ອນ​ນັ້ນ​ອອກເຊັ່ນ:ຜ່າ​ຕັດ​ອອກ​ຫລື​ເມື່ອ​ນ້ຳ​ໜັກ​ຫລຸດລົງ​ອາການ​ບວມ​ນ້ຳ​ຈະຫລຸດລົງ
5.ການ​ຢູ່​ລ້າໆ​ບໍ່​ເຄື່ອນ​ໄຫວ​ເຮັດໃຫ້​ນ້ຳ​ຄ້າງ​ຢູ່ໃນ​ສ່ວນ​ລຸ່ມ​ຂອງ​ຮ່າງກາຍເຊັ່ນ:ນັ່ງ​ລົດ​ເມ​ນັ່ງ​ເຄື່ອງ​ບິນ​ຢູ່​ກັບ​ບ່ອນດົນ​ໆ

ບົດຄວາມຫຼ້າສຸດ

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...