spot_img
Homeຂ່າວທ້ອງຖິ່ນສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊຮັບຟັງມູນເຊື້ອວັນຍຶດອໍານາດ ແລະ ເອກະສານນໍາພາແນວຄິດ

ສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊຮັບຟັງມູນເຊື້ອວັນຍຶດອໍານາດ ແລະ ເອກະສານນໍາພາແນວຄິດ

Published on

ໃນຕອນເຊົ້າວັນທີ 27 ສິງຫາ 2015 ນີ້ ຢູ່ທີ່ສະໂມສອນ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ກ່ຽວກັບການໂຄສະນາ-ປາຖະກະຖາ ມູນເຊື້ອປະຫວັດສາດວັນຍຶດອໍານາດ 23 ສິງຫາ ແລະ ເອກະສານນໍາພາແນວຄິດ ຜົນງານການເຄື່ອນໄຫວ ຊີ້ນໍາ-ນໍາພາ ທີ່ພົ້ນເດັ່ນຂອງອົງຄະນະພັກແຂວງອຸດົມໄຊ ສະໄໝທີ VII ໃນໄລຍະ 5 ປີຜ່ານມາ ແລະ ເອກະສານທີ່ສໍາຄັນຂອງລັດອີກຈໍານວນໜຶ່ງ.
ໃນທາມກາງໄລຍະທົ່ວພັກທົວປວງຊົນລາວທັງຊາດ ພວມສ້າງຂະບວນການຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ເປັນຂະບວນການກວ້າງຂວາງ, ຟົດຟື້ນ ແລະ ກະກຽມກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍ່ຄືກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງອຸດົມໄຊ ທີ່ຈະເປີດຂື້ນໃນໄວໆນີ້, ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຖືເອົາໂອກາດການສ້າງຂະບວນການຕ້ອນຮັບວັນສໍາຄັນດັ່ງກ່າວນີ້, ເພື່ອໂຄສະນາ ປາຖະກະຖາເອກະສານມູນເຊື້ອປະຫວັດສາດ ທີ່ສໍາຄັນຕ່າງໆ ໃຫ້ສະມາຊິກພັກ ພະນັກງານ ໄດ້ເຊື່ອມຊຶມ ເຂົ້າໃຈ ຢ່າງເລິກເຊິງຕໍ່ກັບມູນເຊື້ອເຫດການດັ່ງກ່າວ.
ຈຸດປະສົງກໍເພື່ອແນໃສ່ສຶກສາອົບຮົມສະມາຊິກພັກ ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມເລິກເຊິ່ງ ກ່ຽວກັບມູນເຊື້ອການຕໍ່ສູ້ພິລະອາດກ້າຫານ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວເອກະພາບທາງດ້ານແນວຄິດ ຕໍ່ການນໍາພາຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ ແລະ ເຊີດຊູສະຕິລະວັງຕົວ ຕໍ່ກົນອຸບາຍຂອງອິດທິກໍາລັງປໍລະປັກ, ພວກກຸ່ມຄົນບໍ່ດີ ທີ່ໂຄສະນາບິດເບືອນ ສ້າງຄວາມແບ່ງແຍກ ລະຫວ່າງ ຜູ່ນໍາພັກ-ລັດ ແລະ ປະຊາຊົນບັນດາເຜົ່າ.
ກອງປະຊຸມເປັນປະທານຂອງ ທ່ານ ສົມດີ ສີລາທອດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ (ສກຂ), ທ່ານ ພວງວິໄລ ອິນທະວົງ ຄະນະພັກຮາກຖານ ຮອງຫົວໜ້າ (ສກຂ), ທ່ານ ຄອນທະວີ ມິ່ງບຸບຜາ ຮອງຫົວໜ້າ (ສກຂ), ທ່ານ ສົມສະນິດ ສຸດທິວົງ ຄະນະພັກຮາກຖານ ຫົວໜ້າຫ້ອງການບໍລິຫານ (ສກຂ), ມີຫົວໜ້າຂະແໜງ, ຮອງຂະແໜງ ຕະຫຼວດຮອດສະມາຊິກພັກ ພະນັກງານ ວິຊາການ ພາຍໃນພະແນກ (ສກຂ) ເຂົ້າຮ່ວມ.
ພາຍຫຼັງຄະນະຈັດຕັ້ງໄດ້ສະເໜີຈຸດປະສົງ, ຜູ່ເຂົ້າຮ່ວມ ແລະ ຜ່ານມະຕິຕົກລົງຂອງເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແລ້ວ ຜູ່ເຂົ້າຮ່ວມໄດ້ຮັບຟັງການສະເໜີຜ່ານເອກະສານຕ່າງໆ ທີ່ສໍາຄັນ ເປັນຕົ້ນແມ່ນ:
– ເອກະສານ ປາຖະກະຖາ ເນື່ອງໃນໂອກາດ ວັນຢຶດອໍານາດ 23 ສິງຫາ ຄົບຮອບ 70 ປີ ແລະ 40 ປີ ( 23 ສິງຫາ 1945 ແລະ 23 ສິງຫາ 1975 ຫາ 23 ສິງຫາ 2015).
ນໍາສະເໜີໂດຍ ທ່ານ ຄອນທະວີ ມິ່ງບຸບຜາ ຮອງຫົວໜ້າ (ສກຂ)
– ເອກະສານ ດໍາລັດຂອງລັດຖະບານ ວ່າດ້ວຍການປະຍັດມັດທະຢັດ ຕ້ານປາກົດການຟຸມເຟີອຍ ແລະ ເອກະສານ ບົດແນະນໍາຂອງກະຊວງການເງິນວ່າດ້ວຍການຈັດຕັ້ງປະຕິບັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບປັບປຸງໃໝ່
ນຳສະເໜີໂດຍ ທ່ານ ພວງວິໄລ ອິທະວົງ ຄະນະພັກຮາກຖານ ຮອງຫົວໜ້າ (ສກຂ)
– ເອກະສານ ນໍາພາແນວຄິດ ຜົນງານການເຄື່ອນໄຫວ ຊີ້ນໍາ-ນໍາພາ ທີ່ພົ້ນເດັ່ນ ຂອງອົງຄະນະພັກແຂວງອຸດົມໄຊ ຊຸດທີ VII ໃນລະຍະ 5 ປີຜ່ານມາ ແລະ ເອກະສານນໍາພາແນວຄິດ ກ່ຽວກັບການຊີ້ແຈງອະທິບາຍ ຫາງສຽງສັງຄົມທີ່ເກີດຂື້ນ ພານໃນແຂວງອຸດົມໄຊ.
ນໍາສະເໜີໂດຍ ທ່ານ ສົມດີ ສີລາທອດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ (ສກຂ).
ໃນໂອກາດນີ້, ທ່ານປະທ່ານກອງປະຊຸມໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ ຈົ່ງພ້ອມກັນນໍາເອົາ ເນື້ອໃນຈິດໃຈ ຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຕົວຈິງ ແລະ ໜ້າວຽກຂອງໃຜລາວທີ່ຮັບຜິດຊອບ ເພື່ອພັດທະນາຕົນເອງໄປຕາມແນວທາງຂອງພັກ-ລັດ ພ້ອມກັນສ້າງສາຜົນງານ ເພື່ອຂໍ່ານັບຮັບຕ້ອນເນື່ອງໃນໂອກາດວັນສໍາຄັນຕ່າງໆ ຂອງຊາດ.
ກອງປະຊຸມໄດ້ດໍາເນີນໄປໃຊ້ເວລາ 1 ຕອນ ຈຶ່ງໄດ້ປິດລົງດ້ວຍຜົນສໍາເລັດ ຕາມຈຸດປະສົງ.

1611013_1617649858485835_7020471779745808650_n

11781715_1617649531819201_906635369533765720_n

11888108_1617650148485806_6323708353288571990_n

11935008_1617650278485793_3849579072023865631_n

11951326_1617649911819163_7640211726081120798_n

11013518_1617649721819182_8977076039785437846_n

11960250_1617649938485827_186377710997842157_n

ຂອບໃຈຂ່າວແລະພາບຈາກ: ສກຂ ອຸດົມໄຊ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...