spot_img
Homeຂ່າວຕ່າງປະເທດເທດສະການສົງຄາມໝາກເລັ່ນປະຈຳປີຂອງແອັດສະປາຍ ຈັດຂຶ້ນປີນີ້ເປັນຄັ້ງທີ 70

ເທດສະການສົງຄາມໝາກເລັ່ນປະຈຳປີຂອງແອັດສະປາຍ ຈັດຂຶ້ນປີນີ້ເປັນຄັ້ງທີ 70

Published on

558000010039701

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນພຸດທີ 26 ສິງຫາຜ່ານມານີ້ ບັນດາຜູ້ຄົນທັງຊາວແອັດສະປາຍ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ຮ່ວມມ່ວນຊື່ນກັບງານເທດສະການ ໂທເມທິນາ ຊຶ່ງເປັນງານເທດສະການປະເພນີປະຈຳປີຂອງຊາວແອັດສະປາຍ ໂດຍປີນີ້ແມ່ນຈັດຂຶ້ນເປັນຄັ້ງທີ 70 ໃນເມືອງບູໂນນ ທາງພາກຕາເວັນອອກຂອງປະເທດ, ພາຍໃນງານແມ່ນມີການແກວ່ງໝາກເລັ່ນໃສ່ກັນຢ່າງມ່ວນຊື່ນ ໂດຍປີນີ້ແມ່ນມີລົດບັນທຸກໝາກເລັ່ນທັງໝົດ 150 ໂຕນ ຈອດລຽງລາຍຢູ່ຕາມຖະໜົນໃນເມືອງ ເພື່ອແຈກຢາຍໝາກເລັ່ນໃຫ້ແກ່ຜູ້ເຂົ້າຮ່ວມງານນຳໄປດຶກແກວ່ງໃສ່ກັນ.

ທັງນີ້ ເທດສະການດັ່ງກ່າວແມ່ນໄດ້ຖືກຍົກໃຫ້ເປັນງານ ການຕໍ່ສູ້ດ້ວຍອາຫານທີ່ໃຫຍ່ທີ່ສຸດໃນໂລກ ແລະ ກາຍເປັນຈຸດດຶງດູດນັກທ່ອງທ່ຽວຈາກທຸກມູມໂລກ ໂດຍສະເພາະແມ່ນຊາວອັງກິດ, ຍີ່ປຸ່ນ, ອົດສະຕາລີ ແລະ ສະຫະລັດອາເມຣິກາ ເພື່ອເຂົ້າມາຮ່ວມມ່ວນຊື່ນໃນສົງຄາມໝາກເລັ່ນປະຈຳປີ ຢູ່ປະເທດແອັດສະປາຍ.

558000010039702 558000010039703

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...