spot_img
Homeຂ່າວການສຶກສາສົກຮຽນໃໝ່ປີນີ້ ລາຄາເຄື່ອງນຸ່ງ - ອຸປະກອນການຮຽນ ຍັງຢູ່ໃນເກນປົກກະຕິ

ສົກຮຽນໃໝ່ປີນີ້ ລາຄາເຄື່ອງນຸ່ງ – ອຸປະກອນການຮຽນ ຍັງຢູ່ໃນເກນປົກກະຕິ

Published on

student

ຂປລ. ​​ເມື່ອ​ໃກ້​ຈະຮອດ ​ເປີດ​ສົກຮຽນ​ໃໝ່​ ຫລາຍ​ໆໂຮງຮຽນໃນ​ທົ່ວ​ປະ​ເທດ ກໍ​ໄດ້​ມີ​ການກຽມຄວາມ​ພ້ອມ, ​ເຊັ່ນ​ດຽວກັນ​ກັບ​ນ້ອງ​ນັກຮຽນ ກໍ​ມີ​ຄວາມ​ຕື່ນ​ເຕັ້ນ ​ທີ່​ຈະ​ໄດ້​ຮຽນ​ໃນ​ຊັ້ນ​ຮຽນໃໝ່ ​ແຕ່ອີກ​ສິ່ງໜຶ່ງທີ່​ຟົດ​ຟື້ນ​ເຊັ່ນ​ດຽວ ກັນ​ກໍ​ຄື ການ​​​ໃຊ້​ຈ່າຍ ຊື້-ຂາຍ​ ອຸປະກອນ​ການ​ຮຽນ, ​​ເຄື່ອງຊຸດ​ນັກຮຽນ, ​ເກີບ, ກະ​ເປົາ, ບິ​ກສໍ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ໃນ​​ໄລຍະ​ນີ້​ ເຊັ່ນ​ດຽວກັນ

ທີ​ມງານ​ນັກ​ຂ່າວ​ ສຳນັກ​ຂ່າວສານ​ປະ​ເທດລາວ​ ໄດ້​​ມີ​ໂອກາດ​ໄດ້​ໄປ​​ສຳພາດ​ຕົວ​ຈິງ ທີ່​ຕະຫລາດ​ຂົວ​ດິນ​ເຫັນ​ໄດ້​ວ່າ ​ບັນຍາກາດ​ໃນ​ການ​ໃຊ້​ຈ່າຍ ຊື້-ຂາຍ ມີ​ຄວາມ​ຄຶກຄັກພໍ​ສົມຄວນ ​ມີ​ພໍ່-​ແມ່ ຜູ້​ປົກຄອງ​ໄດ້​ພາ​ລູກ, ຫລານ ມາ​ຊື້​ເຄື່ອງ​ໃຊ້ ​ແລະ ອຸປະກອນ​ການ​ຮຽນ ຢ່າງ​ຫລວງຫລາຍ. ​ ​ແມ່​ຄ້າ​ຮ້ານ​ຂາຍ​ເສື້ອ​ຜ້າ​​ເວົ້າ​ວ່າ: ຜູ້​ປົກຄອງ​ໄດ້​ເລີ່​ມທະ​ຍ່ອຍ​ມາ​ໃຊ້ຈ່າຍ ຊື້​ອຸປະກອນ​ການ​ຮຽນ​ ຕັ້ງ​ແຕ່ຕົ້ນ​ເດືອນສິງຫາ​ ສ່ວນ​ລາຄາ​ກໍ​ເປັນ​ປົກ​ກະຕິ​ ເມື່ອ​ທຽບ​ໃສ່​ປີ​ກາຍນີ້ ​ກໍ​ບໍ່​ໄດ້​ແຕກ​ຕ່າງກັນ​ຫລາຍ ​ເຊັ່ນ: ​ເສື້ອ​ຂາວ​ແຂນ​ສັ້ນ ລາຄາ​ຕົກ​ຢູ່​ປະ​ມານ 25.000- 40.000 ກີບ, ​ເສື້ອ​ຂາວ​ແຂນ​ຍາວ 35.000- 70.000 ກີບ, ສົ້ງ 25.0000-45.000 ກີບ, ​ແຜ່​ສິ້ນ 25.000-30.000 ກີບ/1 ​ແມັດ, ກະ​ໂປງ 22.000- 27.000 ກີບ, ຕີນ​ສິ້ນ 12.000-15.000 ກີບ ລາຄາສິນຄ້າ​ແຕ່ລະ​ຢ່າງ​ ແມ່ນ​​ຂຶ້ນກັບ​ເນື້ອ​ຜ້າ, ນອກຈາກ​ນັ້ນ ​ຍັງ​ມີ​ຮ້ານ​ເກີບ ​ເຊິ່ງມີ​ຫລາຍ​ລາຄາ​ໃຫ້​ເລືອກ ​ເຊິ່ງ​ເລີ່​ມ​ແຕ່ 45.000-300.000 ກີບ, ຮ້ານ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ ອີກ​ຮ້ານໜຶ່ງກໍ​ແມ່ນ​ກະ​ເປົາ​ ເຊິ່ງມີ​ຫລາຍ​ສີສັນ ຫລາຍ​ຂະໜາດ​ໃຫ້​ນ້ອງ​ນັກຮຽນ​ ເລືອກລາຄາ​ເລີ່​ມຕົ້ນ​ແມ່ນ 35.000 ຂຶ້ນ​ໄປ ​ແລະ ລາຄາປື້​ມຂຽນ 15.000-50.000 ກີບຕໍ່​ຫໍ່

​ ​ແມ່​ຄ້າ​ຫລາຍໆຮ້ານ​ຕ່າງ​ ກໍເວົ້າ​​ເປັນສຽງດຽວກັນວ່າ: ​ໃນ​​ໄລຍະ​ນີ້ສິນຄ້າ​ທີ່​ຂາຍ​ດີ​ທີ່​ສຸດ ​ກໍ​ຄືເຄື່ອງ​ນຸ່ງ ຊຸດ​ນັກຮຽນ ​ແລະ ອຸປະກອນການ​ຮຽນ​ຕ່າງໆ ​ເຊິ່ງປີ​ນີ້​​ໄດ້​ຂາຍ​ດີ​ພໍ​ສົມຄວນ ​ໂດຍມີ​ລູກ​ຄ້າ​ ຊາວ​ນະຄອນຫລວງວຽງ​ຈັນ ​ແລະ ​ເຂດ​ຊານ​ເມືອງ ​ເຂົ້າ​ມາ​ຊື້​​ເປັນ​ຈຳນວນ​ຫລວງຫລາຍ .

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...