spot_img
Homeຄົມຄິດຄົມຄົນປັດຊະຍາໄຂ່ເນົ່າ

ປັດຊະຍາໄຂ່ເນົ່າ

Published on

SAMSUNG

ຖ້າເອົາຕາມຄວາມເປັນຈິງ ໄຂ່ເນົ່າ ເຖິງແມ່ນເບິ່ງດ້ານນອກຂອງໄຂ່ ອາດຈະຍັງມີຮູບຮ່າງສີສັນທີ່ສວຍງາມກໍຕາມ ແຕ່ຖ້າເຮົາດົມເບິ່ງ ຫຼືທຸບໄຂ່ໃຫ້ແຕກອອກ ເຮົາຈະໄດ້ຮັບກິ່ນອັນເໝັນພິລຶກ ຢ່າງຫາທີ່ສຸດບໍ່ໄດ້.

ວິທີແກ້ໄຂຂອງຄົນລາວຕາມຊົນນະບົດແບບດັ້ງເດີມນັ້ນ ກ່ອນຈະໃຫ້ແມ່ໄກ່ຟັກໄຂ່ໃຫ້ເປັນໄກ່ນ້ອຍ ເຈົ້າຂອງໄກ່ຈະຈັບໄຂ່ສັ່ນເບິ່ງ ຖ້າໄຂ່ຄອນແມ່ນເພິ່ນຈະເອົາອອກໄປຕົ້ມກິນ ລົດຊາດແຊບກວ່າໄຂ່ດີອີກຊ້ຳ.

ແຕ່ຖ້າຫາກວ່າບໍ່ມີການກວດກາເບິ່ງໄຂ່ ປະໃຫ້ແມ່ໄກ່ຟັກໄຂ່ຈົນໄຂ່ສ່ວນຫຼາຍແຕກອອກເປັນໄກ່ນ້ອຍແລ້ວ ຈຶ່ງໄປກວດເບິ່ງໄຂ່ຕາມທີຫຼັງ ເຮົາກໍຈະໄດ້ໄຂ່ໄກ່ເນົ່າ ທີ່ໂຄດເໝັນ ຈະເອົາມາຕົ້ມແລ້ວປິ້ງຈີ່ຈັ່ງໃດມັນກະເໝັນ ເໝັນຈົນບາງເທື່ອຜູ້ກິນເກີດເຈັບຫົວກໍໄດ້.

ຖ້າປຽບໃສ່ກັບບັນຫາສັງຄົມກໍເຊັ່ນກັນ ການກວດພົບບັນຫາແຕ່ຫົວທີແລ້ວຮີບຟ້າວແກ້ໄຂແມ່ນເປັນເລື່ອງທີ່ດີ ເປັນປະໂຫຍດ. ແຕ່ການປິດບັງຄວາມຈິງ ບໍ່ເປີດເຜີຍເລື່ອງລາວ ປິດຫູປິດຕາ ກໍຈະເຮັດໃຫ້ບັນຫາທີ່ບໍ່ດີ ມັນຮຸນແຮງຂຶ້ນ ຈົນເຖິງຂັ້ນແກ້ໄຂບໍ່ຕົກກໍມີ

ຄືກັບໄຂ່ທີ່ປະໄຫ້ມັນເນົ່າສຸດຂີດແລ້ວ ເຖິງຂ້າງນອກຍັງສວຍງາມ ແຕ່ຂໍບອກວ່າ ຢ່າໃຫ້ມັນແຕກໃສ່ມືກໍແລ້ວກັນ ຈະເໝັນຕິດມືໄປຈົນທ່ານນອນບໍ່ຫຼັບເລີຍກໍໄດ້ ແລະມື້ໜຶ່ງຂ້າງໜ້າ ເຖິງບໍ່ທຸບ ໄຂ່ເນົ່າກໍຈະແຕກສົ່ງກິ່ນເໝັນໃຫ້ໄດ້ດົມຢ່າງບໍ່ອີ່ຕົນດັງຢ່າງແນ່ນອນ.

ບັນຫາຂອງໄຂ່ມັນມີຢູ່ແລ້ວ ຕ່າງແຕ່ວ່າເຮົາຊິສະຫຼາດພໍ ທີ່ຈະເລືອກກິນໄຂ່ຄອນ ຫຼືຊິກິນໄຂ່ເນົ່າ ເທົ່ານັ້ນເອງ

ແອັດມິນຊຽງ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...