spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຈັບຄໍ ຢ່າກິນແຕ່ກິນແກ້ອັກເສບ

ເຈັບຄໍ ຢ່າກິນແຕ່ກິນແກ້ອັກເສບ

Published on

images

ເຈັບ​ຄໍ ເປັນ​ອາການ​ທີ່​ພົບ​ໄດ້​ເລື້ອຍໆ​ໃນ​ທຸກ​ເພດ​ທຸກ​ໄວບາງ​ຄົນ​ເມື່ອ​ມີ​ອາການ​ເຈັບ​ຄໍ​ຂຶ້ນ​ມາເຂົ້າໃຈ​ວ່າ​ເປັນ​ຄໍ​ອັກ​ເສບກໍ​ຈະ​ຊື້​ຢາ​ແກ້​ອັກ​ເສບ​ມາ​ກິນ​ເອງພຽງ2-3ມື້ກໍ​ດີ​ຂຶ້ນຈຶ່ງ​ມີ​ຄວາມ​ຝັງ​ໃຈ​ວ່າ​ເປັນ​ວິທີ​ເບິ່ງແຍງ​ຕົນ​ເອງ​ທີ່​ຖືກ​ຕ້ອງກໍ​ຈະ​ເຮັດ​ແບບ​ນີ້​ທຸກ​ເທື່ອ​ທີ່​ມີ​ອາການ​ເຈັບ​ຄໍແທ້ໆແລ້ວອາການ​ເຈັບ​ຄໍ​ອາດ​ເກີດ​ຈາກ​ຫລາຍ​ສາ​ເຫດສ່ວນ​ໃຫຍ່​ເປັນ​ສາ​ເຫດ​ທີ່​ບໍ່​ຕ້ອງ​ໃຊ້​ຢາ​ປະຕິ​ຊີວ​ນະ​ໃນ​ການ​ບຳ​ບັດ​ປິ່ນປົວຍົກ​ເວັ້ນ​ເກີດ​ຈາກ​ອາມິດານ​ອັກ​ເສບ​ຈາກ​ເຊື້ອ​ແບກ​ທີ​ເຣຍ(ມີ​ໄຂ້​ສູງ,ເຈັບ​ຄໍ​ແຮງແລະ​ກວດ​ພົບ​ວ່າ​ອາມິດານ​ບວມ​ໃຫຍ່​ແລະ​ອັກ​ເສບ​ຫລາຍ)ຊຶ່ງ​ແພດ​ຈະໃຫ້​ຢາ​ປະຕິ​ຊີວ​ະນະ

ບາງ​ຄົນ​ຄິດວ່າ​ອາການ​ເຈັບ​ຄໍ​ກ່ຽວ​ຂ້ອງ​ກັບ​ຄໍ​ອັກ​ເສບຈຶ່ງ​ຫາ“ຢາ​ແກ້​ອັກ​ເສບ”ມາ​ກິນໂດຍ​ຫາ​ຮູ້​ບໍ່​ວ່າ“ຢາ​ແກ້​ອັກ​ເສບ”ນັ້ນ​ທີ່​ແທ້​ຄື​ຢາ​ປະຕິ​ຊີວະ​ນະທີ່​ມີ​ປະໂຫຍດ​ໃນ​ການ​ບຳ​ບັດ​ພະຍາດ​ຕິດ​ເຊື້ອ​ແບກ​ທີ​ເຣຍ​ໂດຍ​ສະເພາະ​ເທົ່າ​ນັ້ນບໍ່​ມີ​ປະໂຫຍດ​ໃນ​ການ​ແກ້​ອັກ​ເສບ​ທີ່​ເກີດ​ຈາກ​ສາ​ເຫດ​ອື່ນໆແຕ່​ຢ່າງ​ໃດການ​ໃຊ້​ຢາ​ປະຕິ​ຊີວະ​ນະ​ເພື່ອ​ເກີນ​ຈຳ​ເປັນນອກ​ຈາກ​ສິ້ນ​ເປືອງ​ແລ້ວໃນ​ໄລ​ຍະ​ຍາວ​ຍັງ​ອາດ​ເກີດ​ໂທດ​ຕໍ່​ຮ່າງກາຍເຊັ່ນ:ສົ່ງ​ເສີມ​ໃຫ້​ເກີດ​ບັນຫາ​ເຊື້ອ​ດື້​ຢາ,ການ​ແພ້​ຢາການ​ເກີດ​ພະຍາດ​ແຊກ​ຊ້ອນ​ຕ່າງໆໄດ້

ສາ​ເຫດ​ທີ່​ພົບ​ເລື້ອຍໆ​ຂອງ​ອາການເຈັບ​ຄໍ

1.ກໍລະນີ​ເຈັບ​ຄໍ​ຮ່ວມ​ກັບ​ເປັນໄຂ້​
​ຄໍ​ອັກ​ເສບ​ຈາກ​ເຊື້ອ​ໄວ​ລັດ/ໄຂ້​ຫວັດ ຜູ້​ປ່ວຍ​ຈະ​ມີ​ໄຂ້ ເຈັບ​ຄໍ​ເລັກນ້ອຍກວດ​ເບິ່ງ​ພາຍ​ໃນ​ຄໍ ບໍ່​ພົບ​ວ່າ​ມີ​ອາມິດານ​ໃຫຍ່​ແລະ​ຝາ​ຄໍ​ຫອຍ​ບໍ່​ມີ​ລັກສະນະ​ອັກ​ເສບ(ຄື​ບໍ່​ພົບ​ວ່າ​ມີ​ສີ​ແດງ​ກວ່າ​ປົກກະຕິ)ໃນ​ກໍລະນີ​ທີ່​ເປັນ​ໄຂ້​ຫວັດຈະ​ມີ​ອາການ​ເຈັບ​ຄໍ​ໃນ​ລັກສະນະ​ດັ່ງ​ກ່າວ​ໃນ​ມື້​ທໍາອິດ​ແລະ​ຕໍ່​ມາ​ເມື່ອ​ມີ​ອາການ​ນ້ຳ​ມູກ​ໄຫລອາການ​ເຈັບ​ຄໍ​ມັກ​ຈະ​ບັນເທົາ​ໄປ​ເອງ
​ອາມິດານ​ອັກ​ເສບ​ຈາກ​ເຊື້ອ​ແບກ​ທີ​ເຣຍຜູ້​ປ່ວຍ​ຈະ​ມີ​ໄຂ້​ສູງເຈັບ​ຄໍ​ຫລາຍກືນ​ລຳ​ບາກກວດ​ເບິ່ງ​ພາຍ​ໃນ​ລຳ​ຄໍ​ພົບ​ອາມິດານ​ບວມ​ໃຫຍ່ອອກ​ສີ​ແດງ​ໆແລະ​ອາດ​ມີ​ຈຸດ​ໜອງ​ຢູ່​ເທິງ​ທອນ​ຊິລ

2.ກໍລະນີ​ເຈັບ​ຄໍ​ໂດຍ​ບໍ່ເປັນໄຂ້
​ພະຍາດ​ພູ​ມ​ແພ້ຜູ້​ປ່ວຍ​ຈະ​ມີ​ອາການ​ເຈັບ​ຄໍ​ເລັກນ້ອຍແລະ​ມັກ​ມີ​ອາການ​ຄັນ​ຄໍ,ຄັນ​ດັງ,ຈາມ ນ້ຳ​ມູກ​ໃສໆ​ມີພ້ອມເວລາ​ສຳ​ຜັດ​ຖືກ​ສິ່ງ​ທີ່​ແພ້ເຊັ່ນ:ຝຸ່ນ,ລະ​ອອງ​ເກສອນ,ອາ​ກາດ​ເຢັນ ເປັນ​ຕົ້ນມັກ​ມີ​ອາການ​ເປັນໆເຊົາໆເລື້ອຍໆ
​ການ​ລະ​ຄາຍ​ເຄືອງຜູ້​ປ່ວຍ​ຈະ​ມີ​ອາການ​ເຈັບ​ຄໍ​ເລັກນ້ອຍເວລາ​ຖືກ​ສິ່ງ​ລະ​ຄາຍ​ເຄືອງເຊັ່ນ ສູບ​ຢາສູບ,ດື່ມ​ເຫລົ້າ,ເປັນ​ຕົ້ນເມື່ອ​ລະ​ເວັ້ນ​ຈາກ​ສິ່ງເຫລົ້ານີ້​ກໍ​ຈະ​ຄ່ອຍ​ໆບັນເທົາ​ໄປ​ເອງ
​ແຜ​ຮ້ອນ​ໃນ(ແຜ​ແອ​ຟ​ທັດ)ເມື່ອ​ເກີດ​ຂຶ້ນ​ທີ່​ຄໍ​ຫອຍຜູ້​ປ່ວຍ​ຈະ​ມີ​ອາການ​ເຈັບ​ຄໍ​ຢ່າງ​ຫລວງຫລາຍຈົນ​ກືນ​ແລະ​ເວົ້າ​ລຳ​ບາກຜູ້​ປ່ວຍ​ຈະ​ບໍ່​ຮູ້ສຶກ​ເຈັບ​ທົ່ວ​ລຳ​ຄໍແຕ່​ສາມາດ​ບົ່ງບອກ​ໄດ້​ວ່າ​ມີ​ຈຸດ​ທີ່​ເຈັບ​ບ່ອນໃດ​ໄດ້​ຊັດເຈນອາການ​ເຈັບ​ຈະ​ເປັນ​ຫລາຍ​ທີ່ສຸດ​ໃນ3-4ມື້​ທໍາອິດ ຫລັງ​ຈາກ​ນັ້ນ​ຈະ​ເຈັບ​ນ້ອຍ​ລົງແລະ​ຄ່ອ​ຍໆ​ບັນເທົາ​ໄປ​ໄດ້​ເອງ​ພາຍ​ໃນ7-10ມື້
​ພະຍາດ​ກົດ​ໄຫລ​ຍ້ອນມັກ​ພົບ​ໃນ​ໄວ​ກາງ​ຄົນ​ຂຶ້ນ​ໄປ(ສ່ວນ​ຫນ້ອຍ​ອາດ​ພົບ​ໃນ​ໄວ​ໜຸ່ມ​ສາວ)ຜູ້​ປ່ວຍ​ຈະ​ມີ​ອາການ​ເຈັບ​ຄໍ​ເລັກນ້ອຍ​ໃນ​ໄລຍະ​ຫລັງ​ຕື່ນ​ນອນ​ຕອນ​ເຊົ້າອາດ​ມີ​ອາການ​ສຽງ​ແຫບ​ຫລື​ໄອ​ຮ່ວມ​ນໍາພໍ​ຕອນສວາຍໆກໍ​ທຸ​ເລົາ​ໄປມັກ​ເປັນ​ທຸກ​ມື້ຊຳເຮື້ອ​ເປັນ​ເດືອນຫລື​ຈົນ​ກວ່າ​ໄດ້ຮັບ​ການ​ບຳ​ບັດ​ປິ່ນປົວບາງ​ຄົນ​ອາດ​ມີ​ອາການ​ເຈັບ​ລິ້ນ​ປີ່​ຫລັງ​ກິນ​ອາຫານ​ຮ່ວມ​ນໍາ

ການ​ເບິ່ງແຍງ​ຕົນເອງ​ເມື່ອ​ມີ​ອາການ​ເຈັບ​ຄໍສາມາດ​ປະຕິບັດ​ໂຕ​ດັ່ງນີ້

1.ຄວນ​ໄປ​ພົບ​ແພດຖ້າມີ​ລັກສະນະ​ຂໍ້​ໃດ​ຂໍ້​ໜຶ່ງດັ່ງ​ຕໍ່ໄປນີ້
​ ມີ​ໄຂ້​ສູງແລະ​ເຈັບ​ຄໍ​ຫລາຍ
​ ມີ​ນ້ຳ​ມູກ​ຫລື​ສະເລດ​ຂົ້ນ​ເຫລືອງ​ຫລື​ຂຽວ
​ ມີ​ອາການ​ເຈັບ​ຄໍ​ທຸກ​ມື້​ກາຍ1ອາທິດ
​ ຄໍາໄດ້​ກ້ອນ​ແຂງ​ທີ່​ຂ້າງ​ຄໍ

2.ຖ້າ​ບໍ່​ມີ​ອາການ​ດັ່ງ​ໃນ​ຂໍ້1ຄວນ​ໃຫ້​ການ​ເບິ່ງແຍງ​ເບື້ອງ​ຕົ້ນ​ດັ່ງນີ້
​ ງົດ​ດື່ມ​ເຫລົ້າແລະ​ສູບຢາ

ຖ້າ​ມີ​ນ້ຳ​ມູກ​ໃສ​ຫລື​ມີ​ອາການ​ຂອງ​ພະຍາດ​ພູ​ມ​ແພ້ໃຫ້​ກິນ​ຢາ​ແກ້​ແພ້ຄອລ​ເຟ​ນິ​ລາ​ມີນ
​ຫາກ​ມີ​ໄຂ້​ຫລື​ເຈັບ​ຄໍ​ຫລາຍໃຫ້​ກິນ​ພາ​ລາ​ເຊ​ຕາ​ມອນເທື່ອ​ລະ1-2 ເມັດ ຊໍ້າ​ໄດ້​ທຸກ 6 ຊົ່ວ​ໂມງ
​ປົວ​ຄໍ​ດ້ວຍ​ນ້ຳ​ເກືອໂດຍ​ປະສົມ​ເກືອ​ປົ່ນ 1 ບ່ວງ​ໃນ​ນ້ຳ​ອຸ່ນ1ຈອກມື້​ລະ 2-3 ເທື່ອ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...