spot_img
Homeຂ່າວຕ່າງປະເທດເຂົ້າປອມລະບາດຢູ່ຟິລິບປິນ ລັດໃຊ້ມາດຕະການຫ້າມນຳເຂົ້າ ເຂົ້າສານຈາກຈີນ!

ເຂົ້າປອມລະບາດຢູ່ຟິລິບປິນ ລັດໃຊ້ມາດຕະການຫ້າມນຳເຂົ້າ ເຂົ້າສານຈາກຈີນ!

Published on

400 ข้าวปลอม

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ໃນວັນ​ທີ 25 ສິງຫາ 2015, ອົງການ ອາຫານ ແຫ່ງຊາດ ຟີ​ລິບ​ປິນ ໄດ້ລົງໄປກວດສອບ ຄຸນນະພາບ ເຂົ້າສານ ທີ່ຈຳໜ່າຍໃນຕະຫລາດທົ່ວໄປ ຫລັງຈາກມີຄຳຮ້ອງ ທຸກ ຈາກປະຊາຊົນວ່າ ມີການຈຳໜ່າຍ ເຂົ້າປອມ ຫລາຍຊະນິດ ຈາກການນຳຕົວຢ່າງ ເຂົ້າໄປທົດລອງ ພົບສານໄດທິລທາເລດ ທີ່ໃຊ້ຜະລິດຢາງ ບໍ່ໄດ້ໃຊ້ຜະລິດ ອາຫານ ຢ່າງແນ່ນອນ.   ກ່ອນໜ້ານີ້ ຟີ​ລິບ​ປິນ ຈະ​ບໍ່​ອະນຸຍາດ ​ໃຫ້​ນຳ​ເຂົ້າ ​ເຂົ້າ​ຈາກ​ຈີນ ​ແຕ່​ກໍ່​ມີ​ການ​ລັກລອບ​ນຳ ​ເຂົ້າແບບຜິດກົດໝາຍ ເກີດມີຄວາມສ່ຽງສູງ ຈະເປັນເຂົ້າປອມ. ສຳລັບ ​ຜູ້​ນຳມາຈຳໜ່າຍ ທີຝ່າ​ຝືນ ຈະຖືກ​ດຳເນີນ​ຄະດີ​ ອາຍາ ​ແລະ ຖືກ​ປັບ​ໃໝ ເປັນເງິນ ​ແຕ່ 4.000-8.000 ​ເປ​ໂຊ ​ແລະ​ ຕິດຄຸກເຖິງ 6 ປີ. ​ເຂົ້າ​ປອມ ​ເຊື່ອ​ວ່າ ​ຜະລິດ​ຢູ່ຈີນ ຫລັງ​ຈາກ​ຫຸງສຸກ​ແລ້ວ ​ເມັດເຂົ້າ​ ຈະ​​ແຂງຫລາຍ ຖ້າ​ຫາກ​ກິນເຂົ້າໄປ ​ຈະ​ເປັນ​ອັນຕະລາຍ ​ແລະ​ ທ​ຳລາຍ​ລະບົບ ​ຍ່ອຍ​ອາຫານ​.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...