spot_img
Homeຂ່າວພາຍ​ໃນສປ ຈີນ ຄອງແຊັ້ມຜູ້ລົງທຶນອັນດັບໜຶ່ງ ຢູ່ນະຄອນຫລວງວຽງຈັນ

ສປ ຈີນ ຄອງແຊັ້ມຜູ້ລົງທຶນອັນດັບໜຶ່ງ ຢູ່ນະຄອນຫລວງວຽງຈັນ

Published on

10-15032G0132N31

ທ່ານ ພູຂົງ ບັນນາວົງ ຫົວໜ້າພະແນກແຜນການ ແລະ ລົງທຶນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນມີຫລາຍກວ່າ 47 ປະເທດເຂົ້າມາລົງທຶນຢູ່ນະຄອນຫລວງວຽງຈັນ, ໃນນັ້ນ ລົງທຶນຫລາຍກວ່າໝູ່ແມ່ນ ສປ ຈີນ, ຖັດມາແມ່ນນັກລົງທຶນຈາກຫວຽດນາມ ແລະ ໄທ, ສາມາດດຶງດູດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ 6.670 ໂຄງການ, ລວມມູນຄ່າທັງໝົດ 9,66 ຕື້ໂດລາສະຫະລັດ, ພົ້ນເດັ່ນກວ່າໝູ່ແມ່ນໂຄງການພັດທະນາສູນເສດຖະ ກິດ ແລະ ການຄ້າຄົບວົງຈອນໜອງຈັນຕອນເໜືອ(ວຽງຈັນເຊັນເຕີ), ໂຄງການພັດທະນາເຂດດອນຈັນ, ໂຄງການກໍ່ສ້າງເຮືອນປະມຸກລັດ 50 ຫລັງ, ໂຄງການພັດທະນາແບບກວມລວມໄຊເສດຖາ, ບຶງທາດຫລວງ ແລະ ອື່ນໆ, ເຊິ່ງບັນດາໂຄງການເຫລົ່ານັ້ນ, ໄດ້ປະກອບສ່ວນໃຫ້ແກ່ຂະບວນການຜະລິດ, ການບໍລິການ, ການຄ້າມີບາດກ້າວໃໝ່ ແລະ ມີຫລາຍສີສັນ, ທັງນຳເອົາເຕັກໂນໂລຊີທີ່ທັນສະໄໝເຂົ້າມາພັດທະນາເຮັດໃຫ້ນະຄອນຫລວງມີຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານທັນສະໄໝຫລາຍແຫ່ງ, ສ້າງວຽກເຮັດງານທຳໃຫ້ທ້ອງຖິ່ນ, ຕົວເມືອງໄດ້ຮັບການພັດທະນາ ແລະ ມີຄວາມຈົບງາມຂຶ້ນກວ່າເກົ່າ, ລະດັບຊີວິດການເປັນຢູ່ຂອງຊາວນະຄອນຫລວງວຽງຈັນໄດ້ຮັບການປັບປຸງດີຂຶ້ນ.

ຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ຢູ່ນະຄອນຫລວງວຽງຈັນເພີ່ມຂຶ້ນສະເລ່ຍບໍ່ຫລຸດ 11%  ຕໍ່ປີ, ສຸມໃສ່ຂຸດຄົ້ນແຫລ່ງລາຍຮັບໃຫ້ໄດ້ 35,75% ຂອງ (GDP), ໃນນັ້ນການລົງທຶນເອກະຊົນ ແລະ ຕ່າງປະເທດໃຫ້ບັນລຸ 61.050 ຕື້ກີບ, ເທົ່າກັບ 73% ຂອງຄວາມຕ້ອງການທຶນທັງໝົດ, ສະນັ້ນ ຕ້ອງໄດ້ສຸມໃສ່ການສົ່ງເສີມ, ໂຄສະນາ, ດຶງດູດການລົງທຶນໃຫ້ເຂັ້ມແຂງໜັກແໜ້ນກວ່າເກົ່າ, ເອົາໃຈໃສ່ຊຸກຍູ້, ຕິດຕາມ,ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດການຄຸ້ມຄອງໂຄງການລົງທຶນທີ່ໄດ້ຮັບອະນຸຍາດແລ້ວໃຫ້ເປັນປົກກະຕິ, ປັບປຸງກົນໄກການບໍລິການ-ການລົງທຶນຜ່ານປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງ​ໃສ ແລະ ມີປະສິດທິຜົນແທ້ຈິງ ເພື່ອເຮັດໃຫ້ບັນຍາກາດການລົງທຶນຢູ່ໃນນະຄອນຫລວງດີຂຶ້ນເປັນລຳດັບ, ຂະນະດຽວກັນກໍເພີ່ມທະວີການສ້າງບັນຊີຮຽກການລົງທຶນໂດຍອີງໃສ່ທ່າແຮງບົ່ມຊ້ອນ, ສອດຄ່ອງຕາມລະບຽບກົດໝາຍ ແລະ ເອົາໃຈໃສ່ການຊົດເຊີຍສິດນຳໃຊ້ ແລະ ສິ່ງປຸກສ້າງຕ່າງໆຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການໄວຂຶ້ນ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...