spot_img
Homeນານາສາລະອັດສະຈັນຄວາມລັບຂອງເຕົ້າຮູ້

ອັດສະຈັນຄວາມລັບຂອງເຕົ້າຮູ້

Published on

 

ເຕົ້າຮູ້ນັບ​ເປັນ​ຜະລິດຕະພັນ​ມະຫັດສະຈັນ​ທີ່ສຸດ​ຢ່າງ​ໜຶ່ງ​ທີ່​ເກີດ​ຈາກ​ການ​ແປ​ຮູບ​ຖົ່ວ​ເຫລືອງເພາະ​ຖື​ວ່າ​ເປັນ​ອາຫານ​ທີ່​ໃຫ້​ໂປ​ຕີນ​ຈາກ​ຖົ່ວ​ເຫລືອງ​ທີ່​ສົມບູນ​ແລະ​ຍ່ອຍ​ໄດ້​ງ່າຍ​ທີ່ສຸດແລະ​ມີ​ແຄ​ລໍ​ລີ​ຕ່ຳ​ຢ່າງ​ເຫລືອ​ເຊື່ອ​ເມື່ອ​ທຽບ​ກັບ​ໂປ​ຕີນ​ແລະ​ແຄ​ລໍ​ລີ​ທີ່​ເຮົາ​ໄດ້ຮັບ​ຈາກ​ໄຂ່​ລວກນອກ​ຈາກ​ນີ້​ຍັງມີ​ກົດ​ອະ​ມິ​ໂນ​ຈຳ​ເປັນ​ອີກ8ຊະນິດແລະ​ແຄ​ຊຽມ​ທີ່​ພຽງ​ພໍ​ໃຫ້​ຮ່າງກາຍ​ດູດ​ຊຶມ​ໄດ້​ບໍ່​ແພ້​ນົມ​

ນອກ​ຈາກ​ນີ້​ເຕົ້າ​ຮູ້​ຍັງມີ​ຄວາມ​ລັບ​ໃນ​ແງ່​ຂອງ​ສາດ​ການ​ແພດຊ່ວຍ​ໃນ​ເລື່ອງ​ຂອງ​ການ​ປ້ອງ​ກັນ​ແລະ​ປິ່ນປົວພະຍາດ​ອີກ​ຫລວງຫລາຍເຊັ່ນ:ຫລຸດຜ່ອນ​ແລະ​ປ້ອງ​ກັນ​ພະຍາດ​ມະ​ເຮັງ ຫລຸດ​ກະດູກ​ຜ່ອຍປັບ​ນ້ຳ​ຕານ​ໃນ​ເລືອເປັນ​ຕົ້ນ

ເລືອກ​ຊື້​ເຕົ້າ​ຮູ້​ແບບໃດ​ໃຫ້​ໄດ້​ຂອງ​ສົດ​ແລະດີ?ຄຳ​ແນະ​ນຳ​ທໍາອິດ​ເລີຍ​ຄື​ເຮົາ​ຕ້ອງ​ພະຍາຍາມ​ຫາ​ແລະ​ເລືອກ​ຊື້​ເຕົ້າ​ຮູ້ທີ່ຜະລິດ​ແບບ​ກະເສດ​ປອດສານພິດເພາະ​ຈະ​ເປັນ​ໂຕຮັບ​ປະ​ກັນ​ໄດ້​ວ່າ​ເຮົາ​ຈະ​ບໍ່​ໄດ້​ກິນ​ເຕົ້າ​ຮູ້ທີ່​ເຮັດ​ຈາກ​ຖົ່ວ​ເຫລືອງGMOsແນ່ນອນແມ່ນ​ແຖວຕະຫລາດທົ່ວໄປ​ມັກ​ພົບ​ພຽງໃຊ້​ສ່ວນ​ປະສົມ​ຈາກ​ທຳມະຊາດ​ທັງ​ໝົດຊຶ່ງ​ນັ້ນ​ບໍ່​ໄດ້​ແປວ່າຜະລິດ​ແບບ​ກະເສດ​ອິນຊີແລະ​ບໍ່​ເຈືອປົນນອກ​ຈາກ​ຄຸນນະພາບ​ເຕົ້າ​ຮູ້​ແລ້ວ​ສິ່ງ​ທີ່​ຕ້ອງ​ເບິ່ງ​ຕໍ່ມາຄື:ມີ​ນ້ຳ​ສີ​ຂຸ້ນໆອອກ​ມາ​ຈາກ​ເຕົ້າ​ຮູ້ບໍ່ມີ​ກິ່ນ​ສົ້ມ​ຫລື​ບໍ່ແລະ​ສຸດ​ທ້າຍ​ຄືເບິ່ງ​ມື້​ໝົດ​ອາ​ຍຸ​ບໍ່​ຄວນ​ເລືອກ​ເຕົ້າ​ຮູ້​ທີ່​ໃກ້​ມື້​ໝົດ​ອາ​ຍຸ​ຫລາຍ​ເກີນໄປຢ່າງ​ນ້ອຍ​ຕ້ອງ​ຖິ້ມ​ໄລ​ຍະ​ຫ່າງ​ໃນ​ມື້ທີ່​ນຳ​ມາ​ເຮັດ​ອາຫານ​ກັບ​ມື້​ອາ​ຍຸ​ຢ່າງ​ນ້ອຍ1ຫລື2ອາທິດເປັນ​ຢ່າງຕ່ຳ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...