Homeຂ່າວຕ່າງປະເທດອິນໂດເນເຊຍ ທຳລາຍເຮືອປະມົງຕ່າງດ້າວ 34 ລຳ ທີ່ລັກລອບຫາປາໃນນ່ານນ້ຳຂອງປະເທດ!

ອິນໂດເນເຊຍ ທຳລາຍເຮືອປະມົງຕ່າງດ້າວ 34 ລຳ ທີ່ລັກລອບຫາປາໃນນ່ານນ້ຳຂອງປະເທດ!

Published on

558000009711901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ສິງຫາຜ່ານມານີ້ວ່າ ອິນໂດເນເຊຍໄດ້ດຳເນີນມາດຕະການປາບປາມເຮືອຕ່າງປະເທດ ທີ່ລັກລອບເຂົ້າມາຫາປາໂດຍບໍ່ໄດ້ຮັບອະນຸຍາດ ພາຍໃນເຂດນ່ານນ້ຳຂອງຕົນ ດ້ວຍການທຳລາຍເຮືອທີ່ຍຶດໄດ້ ຈຳນວນ 34 ລຳ ໃນມື້ວານນີ້ (18 ສິງຫາ) ຊຶ່ງໃນນັ້ນແມ່ນປະກອບມີືທັງເຮືອຈາກໄທ, ຫວຽດນາມ, ຟິລິບປິນ ແລະ ມາເລເຊຍ ຖືກຍິງທຳລາຍ ຫລື ປ່ອຍໃຫ້ຈົມລົງໃນທະເລຕາມຈຸດຕ່າງໆ ອັນເປັນການປະຕິບັດຕາມນະໂຍບາຍຂອງ ປະທານາທິບໍດີ ໂຈໂຄ ວິໂດໂດ ຂອງອິນໂດເນເຊຍເອງ ໂດຍທ່ານໄດ້ບອກວ່າ ເຮືອປະມົງເຖື່ອນຕ່າງໆເຫລົ່ານີ້ ໄດ້ເຮັດໃຫ້ປະເທດອິນໂດເນເຊຍ ຕ້ອງສູນເສຍລາຍໄດ້ນັບຕື້ໂດລາໃນແຕ່ລະປີ.

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...