spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕິດຄຸກໜຶ່ງປີບໍ່ຫລາບ! ອອກມາຄ້າຢາອີກ ປກສ ຄຳມ່ວນ ຈັບລົງໂທດເທື່ອສອງ ພ້ອມຂອງກາງ 6 ພັນເມັດ!

ຕິດຄຸກໜຶ່ງປີບໍ່ຫລາບ! ອອກມາຄ້າຢາອີກ ປກສ ຄຳມ່ວນ ຈັບລົງໂທດເທື່ອສອງ ພ້ອມຂອງກາງ 6 ພັນເມັດ!

Published on

Two man

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ລາຍງານວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າມີການເຄື່ອນ ໄຫວຊື້ຂາຍຢາເສບຕິດຢູ່ເຂດບ້ານຫ້ວຍນາງລີ້ ເມືອງທ່າແຂກຈຶ່ງໄດ້ນຳກຳລັງລົງຕິດຕາມເປົ້າໝາຍ ແລະ ສາມາດຈັບຜູ້ຕ້ອງຫາໄດ້ຄື: ທ້າວ ຄອງສະໄໝ (ນ້ອຍ) ອາຍຸ 31 ປີ ແລະ ທ້າວ ຈີນດາ (ເຕື່ອຍ) ອາຍຸ 20 ປີທັງສອງຢູ່ບ້ານຫ້ວຍນາງລີ້ ພ້ອມຂອງກາງຢາບ້າເກືອບ 6 ພັນເມັດ, ລົດຈັກສອງຄັນ ແລະ ໂທລະສັບມືຖືຈຳນວນ 3 ເຄື່ອງ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີ.

ຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບວ່າ: ຢາເສບຕິດທັງໝົດແມ່ນຊື້ມານຳເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ຢູ່ບ້ານປຸ່ງ ເມືອງຫີນບູນ ແຂວງຄຳມ່ວນ ເພື່ອຈະເອົາໄປສົ່ງໃຫ້ລູກຄ້າຢູ່ເຂດບ້ານຈອມແກ້ວ ເມືອງທ່າແຂກ ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ ແລະ ປັດຈຸບັນຄະດີຢາເສບຕິດລາຍນີ້, ພວມຢູ່ໃນຂັ້ນຕອນການສືບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນຕື່ມອີກເພື່ອນຳຕົວມາດຳເນີນຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ຜູ້ຕ້ອງຫາທັງສອງແມ່ນເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງເປັນເວລາໜຶ່ງປີຍ້ອນເສບ ແລະ ຄ້າຂາຍຢາເສບຕິດ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...