Homeຂ່າວການສຶກສາພິທີປິດຮຽນແພດຊັ້ນຕົ້ນຊຸດທີ 8 ຂອງທະຫານນະຄອນຫລວງວຽງຈັນ

ພິທີປິດຮຽນແພດຊັ້ນຕົ້ນຊຸດທີ 8 ຂອງທະຫານນະຄອນຫລວງວຽງຈັນ

Published on

fri6sep3

ໃນຕອນບ່າຍຂອງວັນທີ 28 ສິງຫາ 2013 ຜ່ານມານີ້ຢູ່ ທີ່ໂຮງຫມໍທະຫານນະຄອນ ຫລວງວຽງຈັນ ໄດ້ຈັດພິທີປິດຮຽນແພດຊັ້ນຕົ້ນຊຸດທີ VIII, ໂດຍການເຂົ້າຮ່ວມເປັນປະ ທານຂອງສະຫາຍພົນຈັດຕະ ວາ ຄຳຫອມ ແສງບົວລົມ, ເລ ຂາຄະນະພັກ, ຫົວຫນ້າການ ເມືອງກອງບັນຊາການທະ ຫານນະຄອນຫລວງວຽງຈັນ, ມີຜູ້ຕາງຫນ້າຈາກກົມເສນາ ຮັກ, ຈາກກົມອົບຮົມ, ຈາກ ກອງ “ຂ 11”, ກອງ “ຂ 497”, ມີຄະນະພັກ-ຄະນະບັນຊາ ແລະ ນັກຮຽນເຂົ້າຮ່ວມ.
ບົດສະຫລຸບວຽກງານການ ເຄື່ອນໄຫວຂອງໂຮງຮຽນ ແພດຊັ້ນຕົ້ນໃນຊຸດນີ້ໄດ້ຍົກ ໃຫ້ເຫັັນຫລາຍບັນຫາທີ່ພົ້ນ ເດ່ັນ, ເປັນຕົ້ນແມ່ນບັນຫາ ດ້ານການຮຳ່ຮຽນ ຂອງນັກຮຽນເຫັນວ່າມີຄວາມຫ້າວ ຫັນ ຕັ້ງຫນ້າ ເອົາໃຈໃສ່ຕໍ່ ການຮຳ່ຮຽນຈົນສາມາດຍາດ ໄດ້ຄວາມຮູ້ ແລະ ຄະແນນດີ ຈົນບັນລຸຕາມຄາດຫມາຍ 99,9%.
ນັກອົບຮົມເຂົ້າຮ່ວມຮຳ່ ຮຽນໃນຊຸດນີ້ມີ 98 ສະຫາຍ, ຍິງ 33 ສະຫາຍ. ຜ່ານການ ສອບເສັງຈົບແພດຊັ້ນຕົ້ນໄລ ຍະ 8 ເດືອນສາມາດຕີລາຄາ ປະເພດຄະແນນໄດ້ດ່ັງນີ້: ຄະ ແນນດີເລີດມີ 57 ສະຫາຍ   ເທ່ົາກັບ 58,76%, ຄະແນນ ເກັ່ງມີ 40 ສະຫາຍ ເທົ່າກັບ 41,23%.
ໃນພິທີດ່ັງກ່າວຍັງໄດ້ມີ ການມອບໃບຍ້ອງຍໍໃຫ້ແກ່ ນັກຮຽນຜູ້ທີ່ມີຜົນງານດີເດ່ັນ ໃນການຮຳ່ຮຽນ ແລະ ປະຕິ ບັດກົດລະບຽບຂອງໂຮງຮຽນ ວາງອອກໄດ້ຢ່າງເຂັ້ມງວດ ເຊ່ິງມີຢູ່ 41 ສະຫາຍ, ພ້ອມນີ້ ຍັງໄດ້ປະກາດມອບການ ເລື່ອນຊັ້ນ, ຊັ້ນວາທີມີ 54 ສະຫາຍ ແລະ ຊັ້ນສິບເອກ 25 ສະຫາຍ.
ໃນຕອນທ້າຍສະຫາຍຫົວ ຫນ້າການເມືອງກອງບັນຊາ ການທະຫານນະຄອນຫລວງ ວຽງຈັນ ໄດ້ກ່າວໂອ້ລົມຕໍ່ບັນ ດານັກຮຽນໃນຊຸດນີ້ໄດ້ເນັ້ນ ຫນັກໃຫ້ບັນດານັກຮຽນພາຍ ຫລັງຈົບໄປແລ້ວຕ້ອງເອົາໃຈ ໃສ່ຕັ້ງຫນ້າເຮັດວຽກງານວິຊາ ສະເພາະຂອງຕົນເອງໃຫ້ດີ ພ້ອມຈ່ົງນຳເອົາບົດຮຽນທີ່ ຮຽນມາໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນດີ ແລະ ສຳ ເລັດຫນ້າທີ່ຢ່າງຈົບງາມ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...