spot_img
Homeຂ່າວການສຶກສາກຽມເປີດສົກຮຽນໃໝ່ ຜູ້ປົກຄອງຫວ່ງຄ່າຮຽນ ແລະ ອຸປະກອນ ອາດມີລາຄາສູງຂຶ້ນ!

ກຽມເປີດສົກຮຽນໃໝ່ ຜູ້ປົກຄອງຫວ່ງຄ່າຮຽນ ແລະ ອຸປະກອນ ອາດມີລາຄາສູງຂຶ້ນ!

Published on

4521401437_8010871849
(ພາບປະກອບ)

ຍັງ​ອີກ​ບໍ່​ທໍ່​ໃດ​ມື້ສົກຮຽນໃໝ່ 2015 – 2016 ກໍ​ຈະໝູນວຽນມາຮອດອີກ​ວາລະ​ໜຶ່ງ, ສະ​ເພາະຢູ່ນະຄອນຫຼວງວຽງຈັນປັດຈຸບັນ​ນີ້ໂຮງຮຽນ ​ແລະ ສະຖາບັນການສຶກສາຕ່າງໆນັບທັງພາກລັດ ແລະ ເອກະຊົນ ຕ່າງ​ກໍ​ໄດ້​ກະກຽມ​ໃຫ້​ສົກຮຽນ​ໃໝ່​ດ້ວຍ​ຄວາມ​ຮອບ​ຄອບ ນັບ​ທັງ​ອາຄານ​ສະຖານ​ທີ່​ຫ້ອງການ, ​ໂຕະ, ຕັ່ງ, ກະດານ ​ແລະ ອຸປະກອນ​ຕ່າງໆ ​ເພື່ອ​ການ​ສິດສອນ​ຮ່ຳຮຽນ​ໃນ​ສົກຮຽນ​ໃໝ່​ໄດ້​ດຳ​ເນີນ​ໄປ​ດ້ວຍຄຸນ​ນະ ພາບ, ​ແຕ່​ຄຽງ​ຄູ່​ກັນນັ້ນ ພໍ່ແມ່ຜູ້ປົກຄອງ ບໍ່ວ່າຈະຢູ່ໃນຊັ້ນອະນຸບານກໍຄືໃນຊັ້ນປະຖົມ ແລະ ມັດທະຍົມ ສ່ວນຫຼວງຫຼາຍຍັງມີຄວາມເປັນຫວງຕໍ່ຄ່າຮຽນ ແລະ ອຸປະກອນການສຶກສາ, ເຊິ່ງອາດ​ຈະມີການປັບຕົວ​ສູງ​ຂຶ້ນ. ໃນຂະນະທີ່ພາກສ່ວນມະຫາ​ພາກຍັງບໍ່ທັນມີຂໍ້ຕົກລົງໃດໆກ່ຽວກັບຄ່າຮຽນສຳລັບ ສົກຮຽນໃໝ່ກໍຕາມ ແຕ່ກໍ​ໄດ້​ຍິນ​ຂ່າວ​ວ່າ: ມີບາງໂຮງຮຽນໄດ້ເປີດຮັບເອົານັກຮຽນແລ້ວ​ກໍ​ມີ, ແຕ່ສິ່ງໜຶ່ງທີ່ຜູ້ ປົກຄອງເປັນຫ່ວງແມ່ນຄ່າຮຽນ ແລະ ອຸປະກອນ, ຊຶ່ງອາດຈະເພີ່ມຂື້ນຫຼາຍກວ່າປີຜ່ານມາ, ໂດຍ​ສະ​ເພາະໂຮງຮຽນພາກເອກະຊົນ, ເຖິງວ່າປັດຈຸບັນຍັງບໍ່ມີແຈ້ງ ການຄ່າຮຽນປີນີ້ແຕ່ຢ່າງໃດ ແລະ ສັງເກດເຫັນວ່າຜ່ານມາເຖິງວ່າພາກ ສ່ວນກ່ຽວຂ້ອງຈະ ອອກ

ແຈ້ງການກ່ຽວກັບຄ່າຮຽນແລ້ວກໍຕາມ,ແຕ່ກໍຍັງມີໂຮງຮຽນເອກະຊົນບາງແຫ່ງລະ ເມີດຄຳສັ່ງຂອງຂັ້ນເທິງ ໂດຍການຂຶ້ນຄ່າຮຽນແບບຕາມໃຈ ເຊິ່ງບາງແຫ່ງກໍຂຶ້ນ ລາຄາ ແລະ ເກັບເງິນຄ່າຮຽນແບບບໍ່ເໝາະສົມກັບນັກຮຽນ​ ໂດຍສະເພາະແມ່ນໃນຊັ້ນອະນຸບານ ອັນໄດ້ສ້າງຄວາມເປັນຫວງໃຫ້ກັບພໍ່ແມ່ຜູ້ປົກຄອງນັກຮຽນ,ນັກສຶກສາວ່າຈະຕ້ອງໄດ້ໃຊ້ ຈ່າຍເຂົ້າໃນການສົ່ງເສີມການຮ່ຳຮຽນຂອງລູກຫຼາຍຂຶ້ນແລະ ຫາກພາກສ່ວນກ່ຽວ ຂ້ອງບໍ່ເລັ່ງມືກວດກາ, ແກ້ໄຂແຕ່ຫົວທີ ພະຍາດດັ່ງກ່າວອາດຈະແຜ່ລະບາດອີກກໍເປັນໄດ້ ​ແລະ ຈະນຳເອົາຜົນ ກະທົບບໍ່​ໜ້ອຍມາສູ່ປະຊາຊົນ ໂດຍສະເພາະຜູ້ມີລາຍຮັບຕ່ຳ​ຫາ​ເຊົ້າກິນ​ຄ່ຳ, ໃນຂະນະທີ່ລາຄາສິນຄ້າ ປະເພດອື່ນໆກໍນັບມື້ນັບ ເພີ່ມຂຶ້ນ ເປັນຕົ້ນແມ່ນອຸປະກອນຮັບໃຊ້ການສິດສອນຮ່ຳຮຽນ​ອັນ​ຈຳ​ເປັນ​ອື່ນໆ ​ແລະ ສິ່ງ​ນີ້ຂະ​ແໜງ​ກ່ຽວ​ຂ້ອງກໍ​ຕ້ອງ​ມີ​ມາດ​ຕະການ​ຄຸ້ມ​ຄອງ​ໃຫ້​ເຂັ້ມງວດເພື່ອເຮັດໃຫ້ຄ່າຮຽນຢູ່ໃນ ຄວາມເໝາະສົມກັບຄຳເວົ້າທີ່ວ່າປັດຈຸບັນປະເທດເຮົາພວມເລັ່ງໃສ່ສົ່ງເສີມການສຶກສາ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...