spot_img
Homeນານາສາລະອັນຕະລາຍທີ່ອາດເກີດຈາກຜະລິດຕະພັນ ສີຍ້ອມຜົມ

ອັນຕະລາຍທີ່ອາດເກີດຈາກຜະລິດຕະພັນ ສີຍ້ອມຜົມ

Published on

450_12

ຜະລິດຕະພັນ​ສຳລັບ​ສີ​ຍ້ອມຜົມ​ມີ​ຈຳ​ໜ່າຍ​ໃນ​ຕາມຕະຫລາດ​​ຫລາຍ​ປະ​ເພດ​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​​ຫລວງ​ຫລາຍຜູ້​ໃຊ້​ມັກ​ໃຊ້​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນອາດ​ເຮັດ​ໃຫ້ເປັນ​ອັນຕະລາຍ​ຕໍ່​ສຸຂະພາບຖ້າ​ຂາດ​ຄວາມ​ລະ​ມັດ​ລະ​ວັງ​ໃນ​ການ​ໃຊ້ດັ່ງ​ນັ້ນຜູ້​ບໍລິ​ໂພກ​ຄວນ​ໄດ້ຮັບ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ກ່ຽວກັບ​ຂໍ້​ລະ​ວັງ​ໃນ​ການ​ໃຊ້ເພື່ອ​ປ້ອງ​ກັນ​ອັນຕະລາຍ​ທີ່​ຈະ​ເກີດ​ຂຶ້ນ
ໃນ​ຜະລິດຕະພັນ​ສີ​ຍ້ອມຜົມປະກອບ​ດ້ວຍສານ​ພາ​ລາ​ຟິ​ນີ​ລິນ​ໄດ​ອະ​ມີນ,ສານ​ເມ​ທິນ​ຟິ​ນີ​ລີນ​ໄດ​ອະ​ມີນ4-ອະ​ມິ​ໂນ-2-ໄຮ​ດ​ລອກ​ຊີ​ໂທ​ລູ​ອີນແລະ​ພາ​ລາ​ອະ​ມີ​ໂນ​ຟີ​ນອນຊຶ່ງ​ເປັນ​ສານ​ກໍ່​ມະ​ເຮັງ​ແລະ​ເຮັດໃຫ້​ເກີດ​ມະ​ເຮັງ​ໃນ​ໜູ​ທົດລອງໂດຍ​ສີ​ຍ້ອມ​ທີ່​ມີທ່ອ່ຽງ​​ກໍ່​ໃຫ້​ເກີດ​ການ​ ​ແພ້​ໄດ້ຊຶ່ງ​ຜູ້​ໃຊ້​ຈະ​ມີ​ອາການ​ບວມ​ບໍລິເວນ​ເປືອກ​ຕາ,​ໜ້າແລະ​ຮີມ​ສົບ
ໂດຍ​ຂັ້ນ​ອຳທິດ​ຜິວ​ໜັງ​ຈະ​ມີ​ຜື່ນ​ແດງ​ເປັນ​ຕຸ່ມ​ໃສແລະ​ມີ​ນ້ຳ​ເຫລືອງມີ​ອາການ​ຄັນ​ບໍລິເວນ​ຫົວ,​ໜ້າ​,ແລະ​ຕົ້ນ​ຄໍຖ້າ​ມີ​ອາການ​ແພ້​ຫລາຍ​ຂຶ້ນ​ຈະ​ເຮັດໃຫ້​ຫາຍ​ໃຈ​ລຳ​ບາກນອກ​ຈາກ​ນີ້​ອາດ​ເກີດ​ຮອຍ​ຈ້ຳ​ຂຽວ​ເປັນ​ຜື່ນຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ມີ​ການ​ທົດສອບ​ການ​ແພ້​ກ່ອນ​ການ​ໃຊ້​ທຸກ​ຄັ້ງ

ຖ້າເມື່ອ​ພົບ​ອາການ​ແພ້ຕ້ອງ​ຮີບ​ລ້າງ​ໜັງ​ຫົວ​ແລະ​ເສັ້ນ​ຜົມ​ອອກ​ດ້ວຍ​ນ້ຳ​ສະ​ບູຫລື​ຢາສະຜົມ​​ອ່ອນໆເພື່ອ​ລ້າງ​ຜະລິດຕະພັນ​ສີຍ້ອມ​ຜົມ​ທີ່​ຍັງ​ເຫລືອ​ຢູ່​ໃຫ້​ຫນ້ອຍ​ທີ່ສຸດ​ແລະ​ໃຊ້​ສານ​ລະ​ລາຍ​ເຈືອ​ຈາງ​ຂອງ​ດ່າງ​1ສ່ວນ​ຕໍ່​ນ້ຳ 5, 000 ສ່ວນເພື່ອ​ໃຫ້​ຊະ​ລ້າງ​ສານ​ພາ​ລາ​ຟິ​ນິ​ລິນ​ໄດ​ອະ​ມິນ​ໃຫ້​ໝົດ​ຈາກ​ເສັ້ນ​ຜົມຫລື​ພົບ​ເພດ​ເພື່ອ​ມີການ​ປິ່ນປົວ​ຕໍ່​ໄປ
ຜູ້​ໃຊ້​ຕ້ອງ​ອ່ານ​ສະ​ຫລາກ​ແລະ​ປະຕິບັດ​ຕາມ​ຄຳ​ເຕືອນ​ແລະ​ວິທີ​ໃຊ້​ຢ່າງ​ເຄັ່ງຄັດໃນ​ຂະນະ​ທີ່​ເລືອກ​ຊື້​ຕ້ອງ​ສັງເກດ​ສະ​ຫລາກ​​ທີ່​ມີ​ລາຍ​ລະອຽດ​ຄົບ​ຖ້ວນບໍ່​ໃຊ້​ຕິດ​ຕໍ່​ກັນ​ເປັນ​ໄລ​ຍະ​ເວລາ​ດົນຄວນ​ທົດສອບ​ການ​ແພ້​ກ່ອນ​ໃຊ້ໂດຍ​ມີ​ວິ​ທອນ​ທົດສອບ​ງ່າຍໆ​ດັ່ງນີ້
1. ເຮັດ​ຄວາມ​ສະ​ອາດ​ບໍລິເວນ​ຫລັງ​ຫູຫລື​ບໍລິເວນ​ຂໍ້​ພັບ​ແຂນສອກ​ທາງໃນ
2. ໃຊ້​ກ້ານ​ສຳ​ລີ​ຈຸ່ມ​ຜະລິດຕະພັນ​ຍ້ອມ​ຜົມ​ທີ່​ປະສົມ​ແລ້ວ​ພຽງ​ເລັກນ້ອຍທາ​ທີ່​ບໍລິເວນ​ດັ່ງ​ກ່າວ​ໃຫ້​ກວ້າງ​ປະ​ມານ​ເຄິ່ງ​ນິ້ວ
3. ຖິ້ມ​ໄວ້​ໃຫ້​ແຫ້ງ​ໂດຍ​ບໍ່​ຕ້ອງ​ລ້າງ​ອອກ​ເປັນ​ເວລາ24ຊົ່ວ​ໂມງຖ້າ​ມີ​ອາການ​ຄັນ​ແລະ​ຜື່ນ​ ແດງບໍ່​ຄວນ​ໃຊ້​ຜະລິດຕະພັນ​
ຫ້າມ​ໃຊ້​ເມື່ອໜັງ​ຫົວ​ມີ​ຮອຍ​ເຫລີ້ນເປັນ​ບາດແຜ​ຫລື​ພະຍາດ​ຜິວ​ໜັງລວມ​ທັງ​ບໍ່​ຄວນ​ເກົາ​ຫົວ​ຢ່າງ​ແຮງ​ຂະນະ​ຍ້ອມ​ສີ​ຜົມເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສານ​ເຄ​ມີ​ຖືກ​ດູດ​ຊຶມ​ເຂົ້າ​ສູ່​ຮ່າງກາຍບໍ່​ປ່ອຍ​ໃຫ້​ສີ​ຍ້ອມ​ຜົມ​ຄ້າງ​ເທິງ​ເສັ້ນ​ຜົມ​ຫລື​ໜັງ​ຫົວ​ດົນ​ກ່ວາຄວາມມ​ຈຳ​ເປັນ​ເພາະ​ອາດ​ເຮັດ ໃຫ້​ສານ​ເຄ​ມີ​ຊຶ່ງ​ຜ່ານ​ໜັງ​ຫົວ​ຫລື​ຜິວ​ໜັງ​ໃກ້​ຄຽງ​ເຮັດໃຫ້​ເກີດ​ອາການ​ແພ້​ໄດ້ແລະ​ຄວນ​ໃສ່​ຖົງ​ມື​ທຸກ​ຄັ້ງ
ເມື່ອ​ໃຊ້​ຜະລິດຕະພັນ​ຍ້ອມ​ຜົມສະ​ຜົມ​ໃຫ້​ສະ​ອາດ​ຫລັງ​ຈາກ​ໃຊ້​ຜະລິດຕະພັນ​ຍ້ອມ​ຜົມ​ແລ້ວ​ແລະ​ຄວນ​ຢຸດ​ໃຊ້​ທັນ​ທີ​ເມື່ອ​ເກີດ​ຄວາມ​ຜິດ​ປົກກະຕິ​ຢ່າງ​ຫນ້ອຍເຊັ່ນ:ແສບ,ຮ້ອນແດງ,ຄັນ​ຍຸບ​ຍິບ,ຖ້າເກີດ​ອາການ​ດັ່ງ​ກ່າວ​ໃຫ້​ຮີບ​ລ້າງ​ອອກ​ດ້ວຍ​ນ້ຳຖ້າ​ອາການ​ຍັງ​ບໍ່​ດີ​ຂຶ້ນ ຄວນ​ຮີບ​ພົບ​ແພດຍິງ​ມີ​ມົດລູກ​ບໍ່​ຄວນ​ໃຊ້​ຜະລິດຕະພັນ​ສີຍ້ອມ​ຜົມ​ໂດຍ​ເດັດ​ຂາດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...