spot_img
Homeນານາສາລະ5 ປະໂຫຍດຈາກກະທຽມ ທີ່ສາວໆຕ້ອງຮູ້ໄວ້

5 ປະໂຫຍດຈາກກະທຽມ ທີ່ສາວໆຕ້ອງຮູ້ໄວ້

Published on

GARLIC

ກະ​ທຽມ​ມັນ​ຈະ​ມີ​ກິ່ນ​ແຮງ ເຮັດໃຫ້ບໍ່ຢາກກິນ ສາວໆ​ບາງ​ຄົນ​ອາດ​ເຂ່ຍ​ຖິ້ມ​ທຸກຄັ້ງທີ່​ເຫັນ​ເທິງ​ຈານ​ອາຫານ ແຕ່​ຮູ້​ບໍ່​ວ່າ​ມັນ​ມີ​ປະໂຫຍດ​ຫລວງຫລາຍ​ເລີຍ​ ເຮົາ​ມາ​ເບິ່ງ​ສາລະພັດ​ນານາ​ຂໍ້​ດີ​ຂອງ​ ກະ​ທຽມ​ກັນ​ດີກວ່າ ບອກ​ໄວ້​ເລີຍ​ວ່າ​ຖ້າ​ຢາກ​ງາມ ກໍ​ຕ້ອງ​ກິນ!

  1. ເຮັດໃຫ້​ຜົມງາມ ເມື່ອ​ເຮົາ​ທານ​ກິນ​ກະ​ທຽມ​ເຂົ້າໄປ ມັນ​ຈະ​ຜະລິດ​ນ້ຳ​ມັນ​ເທິງ​ໜັງ​ຫົວ​ຂອງ​ເຮົາ​ຊຶ່ງ​ຊ່ວຍ​ແກ້​ໄຂ​ບັນຫາ​ຜົມ​ເສຍ​ຕ່າງໆ​ ໂດຍ​ມີ​ສານ​ອັລ​ລິ​ຊິນ​ທີ່​ເຮັດໃຫ້​ຜົມ​ຂອງ​ທ່ານ​ງົດ​ງາມ ແລະ ຫ​ລຸດ​ບັນຫາ​ເສັ້ນ​ຜົມ​ຂາດຫຼົ່ນນຳອີກ
  2. ກຳຈັດ​ສິວ ລອງ​ໃຊ້​ກະ​ທຽມ​ຈັດການ​ສິວ​ຂອງ​ທ່ານ​ເບິ່ງໂດຍການ ນຳ​ກະ​ທຽມ​ມາ​ຖູ​ເບົາໆ​ບໍລິເວນ​ທີ່​ສິວ​ຂຶ້ນ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສານອາ​​ນຸ​ມູນ​ອິດສະຫລະ ​ທີ່​ຊ່ວຍ​ຕ້ານ​ທານ​ແບກ​ທີ​ເລຍ​ແລະ​ເຮັດໃຫ້​ສາວໆ​ຢ່າງ​ເຮົາ​ ງາມ​ໃສ​ໄຮ້​ສິວ​ນຳອີກ!
  3. ເພີ່ມ​ພູ​ມ​ຄຸ້ມ​ກັນ ໜຶ່ງ​ໃນ​ເຫດຜົນ​ຫລັກ​ທີ່​ເຮົາ​ຄວນ​ກິນ​ກະ​ທຽມ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສາ​ນອາ​ນຸ​ມູນ​ອິດສະຫລະ ຊ່ວຍ​ເຮັດໃຫ້​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ເຮົາ​ດີ​ຂຶ້ນ ເມື່ອ​ເຮົາ​ມີ​ພູ​ມຄຸ້ມ​ກັນ​ທີ່​ດີ ຮ່າງກາຍ​ເຮົາ​ກໍ​ຈະ​ແຂງ​ແຮງ ບອກ​ລາ​ໄຂ້​ຫວັດ​ໄດ້​ເລີຍ
  4. ຄວບ​ຄຸມ​ນ້ຳ​ໜັກ​ ຍິ່ງ​ກິນ​ກະ​ທຽມ ຍິ່ງ​ຊ່ວຍ​ເຮັດໃຫ້​ໄຂ​ມັນ​ທີ່​ເຮົາ​ມີ​ຢູ່ຫ​ລຸດລົງ ລອງ​ຫາ​ເມ​ນູ​ອາຫານ​ສູດ​ແຄ​ລໍ​ລີ່​ເບົາໆ ທີ່​ມີ​ສ່ວນ​ປະສົມ​ຂອງ​ກະ​ທຽມ​ເປັນ​ຫລັກ​ເບິ່ງ ຮັບຮອງ​ວ່າ​ການ​ໄດ​ເອດ​ເທື່ອ​ນີ້​ຂອງທ່ານ ຈະ​ສຳ​ເລັດ​ຢ່າງ​ແນ່ນອນ
  5. ບາດແຜ​ຫາຍ​ດ້ວຍ​ກະທຽມ ພຽງ​ແຕ່​ວາງ​ກະ​ທຽມ​ໄວ້​ເທິງ ​ເກັດ​ບາດ​ຂອງ​ທ່ານ ​ແລະ ​ປິດ​ທັບ​ດ້ວຍ​ຜ້າ​ພັນ​ບາດ ຮັບຮອງ​ແຜ​ຕົກ​ສະ​ເກັດ​ຂອງທ່ານ​ ​ຈະ​ບໍ່​ຖິ້ມ​ຮອຍ​ດຳ​ປາກົດ​ຢູ່​ເລີຍ​

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...