spot_img
Homeຂ່າວການພັດທະນາເສັ້­ນທາງ​ເພ​ຫລາຍ ​ສ່ວນ­​ໜຶ່ງ​ແມ່ນ­​ຍ້ອນ­​ການ­​ກໍ່ສ້າງ​ບໍ່​ໄດ້​ມາດຕະຖາ­ນ

ເສັ້­ນທາງ​ເພ​ຫລາຍ ​ສ່ວນ­​ໜຶ່ງ​ແມ່ນ­​ຍ້ອນ­​ການ­​ກໍ່ສ້າງ​ບໍ່​ໄດ້​ມາດຕະຖາ­ນ

Published on

dongdok-nongbuek

ດັ່ງ​ພວກ​ເຮົາ​ໄດ້​ເຫັນ­​ຕົວ​ຈິງ, ຝົນ­ຕົກ​ລົງ​ມາ​ພຽງ​ບໍ່​ເທົ່າ​ໃດ​ຫ່າ​ກໍ​ສົ່ງ​ຜົ­​ນ​ໃຫ້​ເສັ້­ນທາງ​ເປ່​ເພ​ຫລາຍ​ເກືອບ​ຢູ່​ທົ່ວ​ທຸ​ກພາກ​ຂອງ​ປະ​ເທດຄື​: ເສັ້ນ­ທາງ 13 ​ເໜືອ ​ໃນ­​​ໄລຍະ​ທາງ​ແຕ່​ເມືອງ​ວັງ​ວຽງ-ກາສີ ​ແຂວງ​ວຽງ​ຈັ­ນ ອອກ​ໄປ​ຮອດ​ຫລວງ​ພະ​ບາງ ​ແມ່­ນ​ມີ​ສະພາບ​ຮ້າຍ​ແຮງ​ຫລາຍ, ຫລາຍ​ຈຸດ​ຫລາຍ​ບ່ອນ­​ກາຍ​ເປັ­ນ​ບວກ​ເປັ­ນ​ຂຸມ​ແປງ​ແລ້ວ​ແປງ​ອີກ​ກໍ​ຍັງ​ຕົກ​ຢູ່​ໃ­ນ​ສະພາບ​ຄຸນນ­​­ະພາ​ບຕ່ຳ. ກໍ​ດັ່ງ​ເສັ້­ນທາງ​ຫລາຍ​ສາຍ​ໃ­ນ​ຕົວ​ເ​ມື​ອງ, ນ­ະຄອນ­ຫລວງ​ວຽງ​ຈັນ­ ສ້າງ​ຂຶ້­ນມາ​ພຽງ​ບໍ່​ເທົ່າ​ໃດ​ປີ​ກໍ​ຕົກ​ຢູ່​ໃນ­​ສະພາບ​ຊຸດ​ໂຊມ​ໜັກ ​ແລະ ຮ້າຍ​ແຮງ​ທີ່​ສຸດ​ກໍ​ແມ່ນ­​ເສັ້ນ­ທາງ​ແຕ່​ໄຟ​ແດງ​ຄິວ​ລົດ​ສາຍ​ໃຕ້​ຕັດ​ອອກ​ສູ່​ດົງ​ໂດກ-ໜອງ​ບຶກ ກໍ​ຈົນ­​ຈະ​ໃຊ້​ງານ­​ບໍ່​ໄດ້, ​ເມື່ອ​ໃດ​ຝົນ­ຕົກ​ລົງ​ມາ​ກໍ​ເປິະ​ເປື້ອ­​ໄປ​ດ້ວຍ​ຂີ້ຕົມ, ​ແດດ​ອອກ​ມາ​ກໍ​ເຕັມ​ໄປ​ດ້ວຍ​ຂີ້ຝຸ່­ນ ສົ່ງ​ຜົນ­​ກະທົບ​ໜັກ​ໃຫ້​ແກ່​ການ­​ຄົມມະ­ນາຄົມ, ສັ­ນຈອ­ນ​ໄປມາ ​ແລະ ຮ້າຍ​ແຮງ​ໄປ​ກວ່ານ​­ັ້ນ­ ກໍ​ມັກ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ­​ເປັ­ນ​ປະຈຳ, ​ແຕ່​ແລ້ວ​ສະພາບ​ດັ່ງກ່າວ​ກໍ​ຍັງ​ບໍ່​ມີ​ຫຍັງເຊິ່ງ​ແກ່ຍາວ​ມາ​ໄດ້​ຫລາຍ​ປີ​ແລ້ວ ​ ແລະ ຂະ​ແໜງ​ກາ­ນ​ກ່ຽວຂ້ອງ​ກໍ​ມັກ​ອ້າງ​ວ່າ​ເສັ້­ນທາງ​ດັ່ງກ່າວ​ຈະ​ມີ​ກາ­ນ​ກໍ່ສ້າງ​ຄື­ນ​ໃໝ່​ດ້ວຍ​ທຶ­ນ​ຊ່ວຍ​ເຫລືອ​ຂອງ​ຕ່າງປະ​ເທດ, ຟັງ​ແລ້ວ​ຄື​ວ່າ​ຕົວະ​ກັ­ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕ້ອງ​ໄດ້​ອົດທົ­ນ​ເພື່ອ​ຫວັງກິ­ນ​ປາ​ວັງ​ໜ້າ, ສ່ວ­ນ​ເສັ້­ນທາງ​ເຂດ​ຊານ­​ເມືອງ, ບ່ອ­ນ​ຫ່າງ​ໄກ​ສອກຫລີກ​ກໍ​ຍິ່ງ​ຮ້າຍ​ແຮງ ​ເຊິ່ງມັກ​ຈະ​ມີ​ສະພາບ​ດິ­ນ​ເຈື່ອ­​ຖົມ, ທາງ​ຂາດ, ​ເປັ­ນ​ບວກ​ເປັ­ນ​ຂຸມ ​ເຮັດ​ໃຫ້ກາ­​ສັ­ນຈອ­ນ​ໄປມາ​ພົບ​ຄວາມ​ຫຍຸ້ງຍາກ​ເປັ­ນ​ທີ່​ສຸດ.

ມີ​ຫລາຍ​ຄົ­ນ​ຜູ້​ມີ​ປະສົບ​ກາ­ນ​ໃ­​ນດ້ານ­​ຂົວ​ທາງ​ໃຫ້​ທັດສະ­ະ​ວ່າ: ສິ່ງ​ດັ່ງກ່າວ​ກໍ​ມີ​ສອງ​ສາມ​ເຫດຄື​:ໜຶ່ງ ​ເປັນ­​ເສັ້­ນທາງ​ເກົ່າ​ແກ່​ຊຸດ​ໂຊມ ​ແລະ ສອງ​ແມ່­​ນຍ້ອ­ນ​ກາ­ນ​ກໍ່ສ້າງ​ບໍ່​ໄດ້​ມາດຕະຖາ­ນ,​ເຊິ່ງ​ເກີດ​ຈາກ​ຂອດ​ການ­​ກວດກາ​ຂອງ​ວິຊາ​ກາ­ນ​ດ້ານ­ນ​­ີ້ຍັງ​ຖື​ເບົາ, ບໍ່​ເອົາ​ໃຈ​ໃສ່​ກວດກາ​ລະອຽດແຕ່ລະ​ຂັ້­ນຕອ­ນ​ການ­​ກໍ່ສ້າງ​ນ­ັບ​ແຕ່​ຂອດ​ຢຽບ​ດິນ­​ມາ​ຈົນ­​ຮອດ​ປູຢາງ​ມີ​ມາດຕະຖາ­ນ​ແລ້ວ​ບໍ່ ?, ຮ່ອງ​ລະບາຍນ​­້ຳ​ເດ​ເປັນ­​ແນ­ວ​ໃດ ? ​ແລະ ຫລາຍໆ​ຂອດ​ອື່ນ­ໆ​ອີກ. ດັ່ງນ­ັ້­ນ ອາດ​ເປັນ­​ບົດຮຽນ­​ໃຫ້​ຂະ​ແໜງ​ການ­​ຂົວ​ທາງ​ພວກ​ເຮົາ​ເພີ່ມ​ທະວີ​ວຽກ​ງານ­​ກວດກາ​ໂຄງກາ­ນ​ກໍ່ສ້າງ​ເສັ້­ນທາງ ຫລື ອາຄານ­​ບ້ານ­​ເຮືອນ­​ຕ່າງໆ​ກໍ​ຍິ່ງ​ມີ​ຄວາມ​ຈຳ​ເປັນ­ ​ເພື່ອ​ຮັບປະກັ­​ນຄຸນ­ນ​­ະພາ​ບ ​ແລະ ມາດຕະຖາ­ນ​ຂອງ​ມັ­ນ.

 

ຂອບໃຈຂ່າວຈາກ:

ລພນ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...