Homeຂ່າວການສຶກສາໂຮງຮຽນ 307 ຍິງເປົ້າຫມາຍດ້ວຍລູກປືນແທ້ປະສານສຽງແຕກ

ໂຮງຮຽນ 307 ຍິງເປົ້າຫມາຍດ້ວຍລູກປືນແທ້ປະສານສຽງແຕກ

Published on

thu5sep2

ວັນທີ 30 ສິງຫາ 2013, ຄະນະພັກ-ຄະນະບັນຊາໂຮງ ຮຽນ 307 ໄດ້ຈັດຕັ້ງເຄື່ອນທັບ ອອກສະຫນາມຍິງເປົ້າຫມາຍ ດ້ວຍລູກປືນແທ້-ປະສານສຽງ ແຕກຂອງນັກຮຽນເຕັກນິກກົດ ລັບຊັ້ນຕົ້ນຊຸດທີ 18 ສົກຮຽນ 2013-2014 ຂຶ້ນຢູ່ທ່ີສະຫນາມ ຍິງປືນອາຊຽນ, ໂດຍການເຂົ້າ ຮ່ວມຂອງສະຫາຍພັນເອກ ພອນໃຈ  ພັນທະວົງ, ຫົວຫນ້າ ກົມກົດລັບ, ມີຄະນະອຳນວຍ ການໂຮງຮຽນ ພ້ອມດ້ວຍອ້າຍ ນ້ອງນັກຮຽນເຂົ້າຮ່ວມ.
ຈຸດປະສົງແມ່ນເພື່ອປະຕິບັດ ຕາມໂຄງການຫລັກສູດອົບຮົມ ຫັດແອບພາກສີລະປະຍຸດ – ຍຸດທະວິທີ ( ວິຊາການທະຫານ ) ແລະ ເພື່ອເປັນການກວດກາ ຄວາມສາມາດຕົວຈິງທາງດ້ານ ສີລະປະຍຸດ-ຍຸດທະວິທີຂອງນັກ ຮຽນເຕັກນິກກົດລັບຊັ້ນຕົ້ນຊຸດທີ 18 ສົກຮຽນ 2013-2014 .
ບາດກ້າວໃນການປະສານ ສຽງແຕກແມ່ນປິດລັບເຄື່ອນກຳ ລັງຈາກເຂດເຕົ້າຮລວມໄປສູ່ ເສັ້ນຂະຫນານສະຫນາມເລີ່ມ ຕົ້ນບຸກຕີ, ລໍຖ້າຄຳສັ່ງແຕກສຽງ ປືນດັບສູນສັດຕູ,ຕີຢຶດເອົາເສັ້ນ ຂະຫນານຫນ້າ,ຕີສັດຕູຢູ່ລວງ ເລິກສະຫນາມ, ແກ້ໄຂກໍລະນີ ສັດຕູຫົດຕົວເຂົ້າແລະຕ້ານຄືນ, ແລ້ວກ້າວເຂົ້າເປັນເຈົ້າການສະ ໜາມແລ້ວສິ້ນສຸດການປະ ສານສຽງແຕກສັງເກດຕີລາຄາ ຜົນໄດ້ຮັບ ແລະ ໃຫ້ຄະແນນ ການເຝິກແອບຄັ້ງນີ້ຍັງໄດ້ມີການ ສະຫລຸບບົດຮຽນດ້ານດີ-ດ້ານ ອ່ອນກ່ຽວກັບການສິດສອນ-ຮຳ່ຮຽນພາກສີລະປະຍຸດ-ຍຸດ ທະວິທີ ເຊິ່ງເຫັນວ່າໄດ້ຮັບໝາກ ຜົນຢ່າງຫນ້າສັນລະເສີນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...