Homeເກັບຕົກ-ເລື່ອງແປກຮ້ອງ​ໄຫ້ ແຕ່​ນ້ຳ​ຕາ​ກາຍ​ເປັນ.................

ຮ້ອງ​ໄຫ້ ແຕ່​ນ້ຳ​ຕາ​ກາຍ​ເປັນ……………..

Published on

crystaltear01
ຍິ​ງບຮາຊິນ​ມີ​ພາ​ວະ​ປະ​ຫລາດຮ້ອງ​ໄຫ້​ແຕ່​ນ້ຳ​ຕາ​ກາຍ​ເປັນ​ຄິດ​ຕັນ ເກີດ​ເຍື່ອ​ສີ​ຂາວ​ແຂງ​ຕົວ​ຈົນ​ເຈັບ​ຕາໄປໝໍ​ຫລາຍ​ຄົນແລ້ວຈົນ​ໃນ​ທີ່ສຸດ​ຈຶ່ງ​ຮູ້ວ່າເຫດ​ເພາະ​ດວງ​ຕາ​ຜະລິດ​ເຄົາ​ຕິນ​ຫລາຍ​ຜິດ​ປົກກະຕິ 
ເວັບ​ໄຊ​ເດ​ລີ່​ເມວເຜີຍ​ກໍລະນີ​ຍິງ​ຮ້ອງ​ໄຫ້​ເປັນ​ນ້ຳ​ຕາ​ຄິດ​ຕັນ ໃນ​ລາຍ​ງານ​ເມື່ອ​ວັນທີ່ 5 ສິງ​ຫາ2015 ໂດຍ​ນາງ​ຄົນ​ນີ້​ຄື ນາງ​ລໍ​ລ່າ ພອນ ອາຍຸ 35 ປີ ​ຈາກ​ເມືອງ​ລິນປະເທດ​ບຣາ​ຊິນ ມີ​ຄວາມ​ຜິດ​ປົກກະຕິ​ທີ່​ຍາມ​ມີ​ນ້ຳ​ຕາຈະ​ເກີດ​ເຍື່ອ​ຂາວໆຂຶ້ນ​ທີ່​ດວງ​ຕາ​ແລະ​ຈັບ​ຕົວ​ກັນ​ເປັນ​ກ້ອນຕອນ​ທຳອິດ​ທີ່​ກໍ່​ຕົວ​ຍັງ​ນຸ່ມ​ແຕ່​ເມື່ອ​ຖືກ​ອາ​ກາດ​ກໍ​ແຂງ​ຕົວ​ຂຶ້ນ​ຈົນ​ມີ​ລັກສະນະ​ຄ້າຍ​ຄິດ​ຕັນ ສ້າງ​ຄວາມ​ລະ​ຄາຍ​ເຄືອງ​ແກ່​ດວງ​ຕາ​ຢ່າງ​ຫລາຍຈົນ​ນາງ​ລໍ​ລ່າ​ຕ້ອງ​ຄອຍຖ້າ​ຈັບ​ອອກ​ເລື່ອຍ​ໆ ມີ​ໄລຍະ​ໜຶ່ງ​ເມື່ອ 2 ປີ​ທີ່​ຜ່ານມາ ອາການ​ດັ່ງ​ກ່າວ​ເປັນ​ໜັກ​ຫລາຍ ນາງ​ຕ້ອງ​ຄອຍຖ້າ​ຄີບ​ເອົາ​ນ້ຳ​ຕາ​ຄິດ​ຕັນ​ອອກ​ກວ່າ​ມື້​ລະ 30 ເທື່ອ ນອກ​ຈາກ​ເຈັບ​ຕາ​ແລ້ວຍັງ​ເປັນ​ອຸປະສັກ​ຕໍ່​ການເຮັດວຽກງານບາງ​ມື້​ນາງ​ຕ້ອງ​ຢຸດ​ວຽກ​ໄປ​ເພາະ​ອາການ​ນີ້​ເກີດ​ຂຶ້ນ​ເລື້ອຍໆຈົນ​ໜ້າ​ລຳ​ຄານ ລໍ​ລ່າ​ຜະເຊີນ​ອາການ​ນ້ຳ​ຕາ​ກາຍ​ເປັນ​ຄິດ​ຕັນ​ເທື່ອ​ທຳອິດ​ຕອນ​ອາ​ຍຸ 15 ປີແມ່​ຮີບ​ພາ​ນາງ​ໄປ​ພົບ​ໝໍແຕ່ໝໍ​ກໍ​ບໍ່​ສາມາດ​ຕອບ​ໄດ້​ວ່າ​ເກີດ​ຈາກ​ຫຍັງນາງ​ຍັງ​ໄປ​ຫາ​ໝໍ​ອີກ​ຫລາຍໆຄົນ ​ທັງ​ໝົດ​ກໍ​ລ້ວນ​ບໍ່​ສາມາດ​ພິຈາລະນາ​ສາ​ເຫດ​ອາການ​ດັ່ງ​ກ່າວ​ຂອງ​ນາງ​ໄດ້ ຈົນກະ​ທັ່ງ​ໄດ້​ພົບ​ກັບ​ດອກ​ເຕີ​ລາ​ອູນ ກອນ​ຄານ​ເວດ ທີ່​ກວດ​ອາການ​ຂອງ​ນາງ​ແລ້ວ​ນຳ​ໄປ​ຄົ້ນ​ຄວ້າ​ປຽບທຽບ​ກັບ​ບັນ​ທຶກ​ທາງ​ການ​ແພດ​ທີ່​ເຄີຍ​ມີ​ມາຈົນ​ໄດ້​ພົບ​ວ່າອາການ​ຂອງ​ນາງ​ເກີດ​ຈາກ​ການເຮັດວຽກງານ​ທີ່​ຜິດ​ປົກກະຕິ​ຂອງ​ດວງ​ຕາ​ທີ່​ຜະລິດ​ເຄົາ​ຕິນ​ຫລາຍ​ເກີນ​ໄປເມື່ອ​ປະກອບ​ກັບ​ສານ​ອື່ນໆຈາກ​ດວງ​ຕາ ຮັດໃຫ້​ເກີດ​ນ້ຳ​ຕາ​ລັກສະນະ​ຄ້າຍ​ຄິດ​ຕັນ    ດອກ​ເຕີ້ ​ລາ​ອູນ ​ອະທິບາຍ​ວ່າທຸກ​ເທື່ອ​ທີ່​ຄົນ​ເຮົາ​ກະ​ພິບ​ຕາ ນັ້ນ​ຄື​ກະ​ບວນ​ການ​ຫລໍ່​ລື່ນ​ດວງ​ຕາ​ຕາມ​ທຳມະຊາດ ແລະ​ເມື່ອ​ມີ​ສິ່ງ​ແປກປອມ​ຫລື​ເຊື້ອ​ພະຍາດ​ສຳ​ຜັດ​ຜິວ​ດວງ​ຕາສ່ວນ​ທີ່​ເປັນ​ໂປ​ຕີນ​ໃນ​ນ້ຳ​ຕາ​ກໍ​ຈະ​ເຂົ້າ​ມາ​ຈັດການແຕ່​ໃນ​ກໍລະນີ​ຂອງ​ນາງ​ລໍ​ລ່າ ກະ​ບວນ​ການ​ປ້ອງ​ກັນ​ຊັ້ນ​ທຳອິດ​ເຮັດວຽກ​ບົກຜ່ອງກະ​ບວນ​ການ​ປ້ອງ​ກັນ​ຊັ້ນ​ທີ່​ສອງ​ຈຶ່ງ​ເຮັດວຽກ​ແທນນັ້ນ​ຄື​ຊັ້ນ​ເຄົາ​ຕິນ​ທີ່​ເຄືອບ​ຜິວ​ດວງ​ຕາ​ຖືກ​ຜະລິດ​ອອກ​ມາ​ຫລາຍ​ເກີນ​ປົກກະຕິຈົນ​ເກີດ​ພາ​ວະ​ເປັນ​ເຍື່ອ​ຂາວໆທີ່​ກາຍ​ເປັນ​ຄິດ​ຕັນ​ນ້ຳ​ຕາ​ໄປ​ນັ້ນ​ເອງ
crystaltear02

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...