Homeຂ່າວທ້ອງຖິ່ນນ້ຳຖ້ວມເນື້ອທີ່ນາ ຢູ່ບ້ານນ້ຳທວາຍ ເມືອງຮົ່ມ ເສຍຫາຍເປັນຄັ້ງປະຫວັດສາດ!

ນ້ຳຖ້ວມເນື້ອທີ່ນາ ຢູ່ບ້ານນ້ຳທວາຍ ເມືອງຮົ່ມ ເສຍຫາຍເປັນຄັ້ງປະຫວັດສາດ!

Published on

113

ຂປລ. ເມື່ຶອທ້າຍ​ເດືອນ​ກໍລະກົດ ຫາຕົ້ນ​ເດືອນ​ສິງຫານີ້ ​ໄດ້​ເກີດ​ຝົນຕົກ​ແຮງ​ ຫລາຍ​ມື້​ຕິດ​ຕໍ່​ກັນ ສົ່ງຜົນ​ເຮັດ​ໃຫ້​ລະດັບ​ນ້ຳ​ ເພີ່ມ​ຂຶ້ນຖ້ວມ​ເນື້ອທີ່​ ການ​ຜະລິດ​ຂອງ​ປະຊາຊົນ ​ຫລາຍ​ທ້ອງ​ຖິ່ນ ​ເສຍ​ຫາຍສົມຄວນ​ ​ເຊິ່ງໜຶ່ງ​ໃນ​ນີ້ ຢູ່​ບ້ານນ້ຳທວາ​ຍ ​ເມືອງ​ຮົ່ມ ​ແຂວງ​​ໄຊ​ສົມບູນ ໂດຍເນື້ອທີ່ນາຫລາຍ10 ເຮັດຕາຖືກນ້ຳຖ້ວມ​.ຂະນະ​ທີ່ສັດລ້ຽງ ປະ​ເພດ​ງົວຖືກ​ນ້ຳ​ໄຫລ​ 12 ​ໂຕ,ໝູ10  ​ແລະ ສັດ​ປິກ​ອີກ​ຈຳນວນໜຶ່ງ.

ນາຍບ້ານໆນ້ຳທວາຍ​​ ກ່າວຕໍ່​ ນັກ​ຂ່າວ ໜັງສື​ພິມ​ປະ​ເທດ​ລາວ ​ເມື່ອ​ມໍ່ໆນີ້ວ່າ: ຫລາຍ​ປີຜ່ານມາ​​​ເນື້ອ ທີ່​ນາ​ຂອງ​ປະ​ຊາ​ຊົນ​ ບ້ານ​ຕົນ​ບໍ່​ເຄີຍ​ ຖືກ​ນ້ຳຖ້ວມ​ເສຍ​ຫາຍ, ແຕ່​ປີນີ້ ເນື້ອທີ່​ນາກວ່າ40 ເຮັກຕາຈາກກວ່າ 100 ເຮັກຕາ, ສ່ວນຝາຍ​ກໍເປ່​ເພ​ 9 ​ແຫ່ງ ​ແລະ ບໍ່​ສາມາດ ​​ສະໜອງນ້ຳ​ ໃຫ້​ແກ່​ເນື້ອທີ່​ນາ​. ນອກນີ້ສັດລ້ຽງ ກໍ​ຖືກ​ນ້ຳ​ຊຸໄຫລ ​ໃນ​ນີ້ ງົວ12 ​ໂຕ, ໝູ 10 ​ໂຕ, ສັດ​ປິກ​ເກືອບ 200 ​ໂຕ ​ແລະ ໜອງປາ​ຈຳນວນໜຶ່ງ. ຂະນະ​ທີ່​ລະບົບ​ ຫົວ​ງານ​ນ້ຳລິນ ​ແລະ ທໍ່​ນ້ຳກໍ​ຖືກ​ ນ້ຳຊຸເປ່​ເພ ​ແລະ ຂາດ ອັນ​ໄດ້​ເຮັດ​ໃຫ້​ ປະຊາຊົນ​ ບໍ່​ມີນ້ຳດື່ມ​ນ້ຳ​ໃຊ້​ ໃນ​ການ​ດຳລົງ​ຊີວິດ ​ປະຈຳ​ວັນ.
ນາຍບ້ານດັ່ງກ່າວ ບອກວ່າ: ຜົນ​ ເສຍ​ຫາຍ​ດັ່ງກ່າວ ​ໄດ້​ກະທົບ​ຕໍ່​ຊີວິດ​ ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ໂດຍ​ສະ​ເພາະ​ຈະ​ເຮັດ​ໃຫ້​ ຂາດ​ເຂົ້າກິນ​ເນື່ອງ​ຈາກ ​ເນື້ອທີ່​ນາ​ຈຳນວນໜຶ່ງ​ ບໍ່ສາມາດ​​ຜະລິດ​ໄດ້ ​ຖ້າ​ບໍ່​​ສ້ອມ​ແປງ​ຝາຍ ​ແລະ ​​ກວາດຫີນ-ຊາຍ ​ອອກ​ຈາກ​ເນື້ອທີ່​ນາ. ແນວໃດກໍດີຮຽກຮ້ອງ​ໃຫ້​ ພາກສ່ວນ​ກ່ຽວຂ້ອງ​ ຊ່ວຍ​ຟື້ນຟູ ​ແລະ ສ້ອມ​ແປງ​ຄືນ​ໃໝ່ ເພື່ອ​ເຮັດ​ໃຫ້​ປະຊາຊົນ​ ສາມາດ​ຜະລິດ ​ເຂົ້າ​ໄດ້​ປົກກະຕິ.
ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...