Homeຂ່າວຕ່າງປະເທດໄລຍະ 7 ເດືອນຂອງປີນີ້ ກຳປູເຈຍສົ່ງອອກເຂົ້າແລ້ວ 3 ແສນກ່ວາໂຕນ ລື່ນປີກາຍທົບເຄິ່ງ!

ໄລຍະ 7 ເດືອນຂອງປີນີ້ ກຳປູເຈຍສົ່ງອອກເຂົ້າແລ້ວ 3 ແສນກ່ວາໂຕນ ລື່ນປີກາຍທົບເຄິ່ງ!

Published on

A woman works at a rice paddy field on the outskirts of Phnom Penh
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫາຜ່ານມານີ້ວ່າ ທາງການກຳປູເຈຍໄດ້ລະບຸ ໃນໄລຍະ 7 ເດືອນຂອງປີ 2015 ນີ້ ໄດ້ສົ່ງອອກເຂົ້າໄປຕະຫລາດຕ່າງປະເທດແລ້ວ 312,317 ໂຕນ ຊຶ່ງເພີ່ມຂຶ້ນ 53.1% ເມື່ອທຽບກັບໄລຍະດຽວກັນຂອງປີ 2014 ໂດຍມີບໍລິສັດ 72 ແຫ່ງ ທຳການສົ່ງອອກເຂົ້າຂອງກຳປູເຈຍ ໄປຍັງ 53 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ທັງນີ້ ກຳປູເຈຍຜະລິດເຂົ້າໄດ້ຫລາຍກ່ວາ 9 ລ້ານໂຕນຕໍ່ປີ ແລະ ໃນຈຳນວນດັ່ງກ່າວນີ້ ແມ່ນມີສ່ວນເຫລືອສຳລັບສົ່ງອອກໃນແຕ່ລະປີສູງເຖິງ 3 ລ້ານໂຕນ ໂດຍສະເພາະພາຍໃນປີ 2015 ນີ້ ກຳປູເຈຍໄດ້ຕັ້ງເປົ້າໄວ້ວ່າ ຈະສົ່ງອອກເຂົ້າໃຫ້ບັນລຸ 1 ລ້ານໂຕນ ພາຍໃນທ້າຍປີ 2015 ນີ້.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...