ທ່ານພົນໂທ ດວງໃຈ ພິຈິດ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ທີ່ປະເທດບຣູໄນ

tue3sep4

ລະຫວ່າງວັນທີ 27-30 ສິງຫາ 2013 ນີ້, ທ່ານພົນໂທ ດວງໃຈ ພິຈິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດ ການເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ແລະ ກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ-ບວກຄັ້ງ ທີ 2 ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ຫລວງບັນດາເສລີເບກາວັນ ແຫ່ງປະເທດບຣູໄນ ດາຣູຊາ ຣຳ ໃນລະຫວ່າງວັນທີ 28-29 ສິງຫາ 2013. ກອງປະຊຸມຄັ້ງ ນີ້, ມີບັນດາລັດຖະມົນຕີປ້ອງ ກັນປະເທດຈາກ 10 ປະເທດ ອາຊຽນ ແລະ ບັນດາລັດຖະ ມົນຕີປ້ອງກັນປະເທດບວກຄື: ອົດສະຕຣາລີ, ສ.ປ ຈີນ, ສະ ຫະພັນລັດເຊຍ, ນິວຊີແລນ, ສາທາລະນະລັດອິນເດຍ, ສ. ເກົາຫລີ, ຍີ່ປຸ່ນ ແລະ ສະຫະ ລັດອາເມລິກາເຂົ້າຮ່ວມ.
ຕະຫລອດໄລຍະເວລາ 2 ວັນ ຂອງການດຳເນີນກອງປະ ຊຸມ, ໂດຍພາຍໃຕ້ການເປັນປະ ທານຂອງທ່ານ ເປີຮີນດາຕູ ຊິງກາມັນເຕີຣີ ລັດຖະມົນຕີ  ວ່າການກະຊວງພະລັງງານ ປະຈຳສຳນັກງານນາຍົກລັດ ຖະມົນຕີ ແຫ່ງລາຊະອານາ ຈັກບຣູໄນດາຣູຊາຣຳ. ກອງ ປະຊຸມໄດ້ທົບທວນຄືນຜົນຂອງການຈັດຕັ້ງປະຕິບັດບັນ ດາເນື້ອໃນຂອງກອງປະຊຸມ ໃນຄັ້ງທ່ີຜ່ານມາ ເປັນຕົ້ນ ແມ່ນ: ການຮ່ວມມືໃນຂະ ແໜງການປ້ອງກັນຊາດແລະ  ການທະຫານອາຊຽນ, ການ ປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງຂອງ ພາກພື້ນ ແລະ ສາກົນກໍ່ຄືການ ປະກອບສ່ວນອັນສຳຄັນຂອງ ການຮ່ວມມືໃນຂອບກອງປະ ຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ ແລະ ໃນຂອບ ກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ-ບວກ ເຂົ້າໃນຂະບວນການສ້າງປະ ຊາຄົມອາຊຽນໃນປີ 2015 ໃຫ້ປະກົດຜົນເປັນຈິງ, ໂດຍ ສະເພາະແມ່ນ: ປະຊາຄົມ ການເມືອງ ແລະ ຄວາມຫມັ້ນ ຄົງ. ນອກຈາກນີ້ບັນດາລັດຖະ ມົນຕີກະຊວງປ້ອງກັນປະ ເທດອາຊຽນ ແລະ ບວກ ຍັງ ໄດ້ແລກປ່ຽນທັດສະນະກ່ຽວ ກັບສະພາບດ້ານປ້ອງກັນ ຊາດ ແລະ ຄວາມຫມັ້ນຄົງ ຂອງພາກພື້ນ ແລະ ສາກົນ, ເຊິ່ງຫລາຍປະເທດໄດ້ສະ ແດງຄວາມເປັນຫ່ວງຕໍ່ກັບສະ ຖານະການຄວາມວຸ້ນວາຍ ທາງການເມືອງຂອງປະເທດ ຊີເລຍ ບັນຫາອາວຸດນິວເຄຣຍ ໃນແຫລມເກົາຫລີ ແລະ ບັນ ຫາທະເລຈີນໃຕ້. ນອກຈາກນີ້ ຍັງໄດ້ຍົກໃຫ້ເຫັນໄພຂົ່ມຂູ່ຕໍ່ ຄວາມຫມັ້ນຄົງທ່ີບໍ່ແມ່ນການ ທະຫານເປັນຕົ້ນແມ່ນ: ບັນ ຫາໄພພິບັດທາງທຳມະຊາດ,​ອາດສະຍາກຳຂ້າມຊາດ, ການກໍ່ການຮ້າຍ, ການຄ້າ ຂາຍຢາເສບຕິດ, ພະຍາດລະ ບາດ ແລະ ອື່ນໆ. ຈາກບັນຫາ ທ່ີກ່າວມານັ້ນ, ມັນຮຽກຮ້ອງ ໃຫ້ບັນດາປະເທດສະມາຊິກ ອາຊຽນ ແລະ ປະເທດບວກ ຈົ່ງເພີ່ມທະວີການປະສານ ສົມທົບ ແລະ ຮ່ວມມືກັນຢ່າງ ໃກ້ຊິດເພື່ອພ້ອມກັນແກ້ໄຂ ບັນຫາດັ່ງກ່າວຮ່ວມກັນ ແນ ໃສ່ເຮັດໃຫ້ພາກພື້ນນີ້ກາຍ ເປັນພາກພື້ນແຫ່ງສັນຕິພາບ, ມີສະຖຽນລະພາບ, ມີຄວາມ ຫມັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາຢ່າງແທ້ ຈິງ. ໃນກອງປະຊຸມຄັ້ງນີ້ທ່ານ ພົນໂທ ດວງໃຈ ພິຈິດ ຍັງໄດ້ ຍົກໃຫ້ເຫັນການປະກອບ ສ່ວນຂອງ ສປປ ລາວ ຕໍ່ກັບ ວຽກງານດ້ານມະນຸດສະທຳ ສາກົນເປັນຕົ້ນແມ່ນໂຄງການ ຂຸດຄົ້ນເພື່ອຊອກຫາກະດູກ ແລະ ສິ່ງເສດເຫລືອຂອງທະ ຫານອາເມລິກາທ່ີຫາຍສາບ ສູນໃນປາງສົງຄາມຢູ່ ສປປ ລາວ ແລະ ບັນຫາລະເບີດບໍ່ ທັນແຕກທ່ີຕົກຄ້າງແຕ່ປາງ ສົງຄາມຢູ່ລາວ, ເຊິ່ງບັນຫານີ້ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ລາວບັນດາເຜົ່າ ແລະ ທັງເປັນ ການກົດຫນ່ວງຕໍ່ກັບການພັດ ທະນາເສດຖະກິດ-ສັງຄົມໃນ ປັດຈຸບັນ, ຈິ່ງຮຽກຮ້ອງໃຫ້ອົງ ການຈັດຕັ້ງສາກົນຈົ່ງໃຫ້ການ ສະຫນັບສະຫນູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນການ ແກ້ໄຂບັນຫານີ້ຕ່ືມອີກ. ຕໍ່ກັບ ບັນຫາທະເລຈີນໃຕ້, ສປປ ລາວ ສືບຕໍ່ຢືນຢັນຈຸດຢືນອັນ ສະເໝີຕົ້ນສະເໝີປາຍຂອງ ຕົນໃນການຮຽກຮ້ອງໃຫ້ທຸກ ຝ່າຍທ່ີກ່ຽວຂ້ອງຈົ່ງສືບຕໍ່ປຶກ ສາຫາລືກັນ ແລະ ພ້ອມກັນ ແກ້ໄຂບັນຫາດ້ວຍສັນຕິວິທີ. ນອກນັ້ນ, ທ່ານຍັງຮຽກຮ້ອງ ໃຫ້ປະເທດສະມາຊິກອາຊຽນ ອື່ນໆຈົ່ງພ້ອມກັນຢຶດຫມັ້ນໃນ ຫລັກການຄວາມເປັນແກນ ກາງຂອງອາຊຽນໃນການຂັບ ເຄ່ືອນກົນໄກການຮ່ວມມື ດ້ານປ້ອງກັນຊາດ ແລະ ການ ທະຫານທັງໃນຂອບກອງປະ ຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ (ADMM ) ແລະ ໃນຂອບກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາ ຊຽນ-ບວກ(ADMM-PLUS)  ເພື່ອເຮັດແນວໃດເຮັດໃຫ້ ການພົວພັນຮ່ວມມືໃນຂົງ ເຂດວຽກງານຕ່າງໆສາມາດ ນຳມາຊຶ່ງຜົນປະໂຫຍດສູງ ສຸດມາໃຫ້ແກ່ປະຊາຄົມບັນ ດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ກໍ່ຄືບັນດາປະ ເທດສະມາຊິກໂດຍລວມ, ສິ່ງ ສຳຄັນໃນກອງປະຊຸມຄັ້ງນີ້, ໄດ້ລົງນາມຮັບຮອງເອົາຖະ ແຫລງການຮ່ວມຂອງກອງ ປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນ-ບວກຄັ້ງທີ 2 ເຊິ່ງມີເນື້ອໃນທ່ີເນັ້ນເຖິງການ ປ້ອງກັນຄວາມປອດໄພຂອງ ປະຊາຊົນອາຊຽນ ແລະ ອະ ນາຄົດຂອງອາຊຽນຮ່ວມກັນ.
ນອກຈາກການເຂົ້າຮ່ວມ ກອງປະຊຸມແລ້ວ, ລັດຖະມົນ ຕີວ່າການກະຊວງປ້ອງກັນປະ ເທດເຮົາຮ່ວມກັບລັດຖະມົນ ຕີປ້ອງກັນປະເທດອາຊຽນ- ບວກເຂົ້າຢ້ຽມຄຳນັບເຈົ້າມະ ຫາຊີວິດແຫ່ງບຣູໄນ ດາຣູຊາ ລາມ, ໄດ້ພົບປະກັນສອງຝ່າຍ ກັບບັນດາລັດຖະມົນຕີປ້ອງ ກັນປະເທດອາຊຽນ ແລະ ບວກຈຳນວນຫນຶ່ງເປັນຕົ້ນ ແມ່ນ: ຍີ່ປຸ່ນ, ມາເລເຊຍ, ມຽນມາ ແລະ ບຣູໄນ. ເນື້ອໃນ ການພົບປະແມ່ນເວົ້າເຖິງ ການຮັດແຫນ້ນສາຍພົວພັນ ມິດຕະພາບ, ການແລກປ່ຽນ ຢ້ຽມຢາມຄະນະນາຍທະ ຫານຂັ້ນຕ່າງໆ, ການຊ່ວຍ ເຫລືອກັນໃນການພັດທະນາ ຊັບພະຍາກອນມະນຸດ ໂດຍ ສະເພາະແມ່ນພາສາອັງກິດ ແລະເຕັກໂນໂລຢີ ຂ້ໍມູນຂ່າວ ສານຫລື IT, ສະເພາະກັບຍີ່ ປຸ່ນແມ່ນໄດ້ປຶກສາຫາລືກ່ຽວ ກັບການເປັນປະທານຮ່ວມ ຫນ່ວຍງານຜູ້ຊ່ຽວຊານດ້ານ ການໃຫ້ການຊ່ວຍເຫຼືອດ້ານ ມະນຸດສະທຳ ແລະ ບັນເທົາ ທຸກເມ່ືອເກີດໄພພິບັດ ເຊິ່ງ ກອງທັບປະຊາຊົນລາວ ແລະ ກອງທັບຍີ່ປຸ່ນໄດ້ຮັບກຽດເປັນ ເຈົ້າພາບຮ່ວມກັນເຊິ່ງຈະ ເລີ່ມລົງມືປະຕິບັດໃນປີ 2014 ຫາ 2017. ສ່ວນພົບ ປະສອງຝ່າຍກັບມາເລເຊຍ ແມ່ນການສະເໜີສ້າງຕັ້ງຫ້ອງ ການທ່ີປຶກສາທູດຝ່າຍທະ ຫານນຳກັນ.
ນອກຈາກບັນຫາທ່ີກ່າວມາ ຂ້າງເທິງ, ກອງປະຊຸມຄັ້ງນີ້ຍັງ ໄດ້ມອບໂອນຫນ້າທ່ີເປັນປະ ທານຈັດກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 8 ປີ 2014 ໃຫ້ມຽນມາ ແລະ ສະແດງຄວາມຍິນດີຕໍ່ ປະເທດມາເລເຊຍທ່ີຈະເປັນ ເຈົ້າພາບຈັດກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາ ຊຽນ-ບວກ ຄັ້ງທີ 3 ໃນປີ 2015.

ທີ່ມາhttp://www.kongthap.gov.la