spot_img
Homeຂ່າວທ້ອງຖິ່ນການບໍລິຈາກເລືອດຢູ່ຫລວງນ້ຳທາ ຍັງບໍ່ພຽງພໍຕໍ່ຄວາມຕ້ອງການ

ການບໍລິຈາກເລືອດຢູ່ຫລວງນ້ຳທາ ຍັງບໍ່ພຽງພໍຕໍ່ຄວາມຕ້ອງການ

Published on

1185646_640506585994250_379737980_n

ຂປລ. ທ່ານ ດຣ ສົມ​ສຸກ ສົມ​ສະຫວັດ ຫົວໜ້າ​ຫ້ອງການ​ກາ​ແດງ ​ແຂວງ​ຫລວງ​ນ້ຳ​ທາ​ໃຫ້​ຮູ້​ວ່າ:​ ໃນ 7 ​​ເດືອ​ນຂອງ​ປີນີ້ ຫ້ອງການກາແດງ ​ແຂວງ ຫລວງນ້ຳທາໄດ້ເອົາໃຈໃສ່ຈັດຕັ້ງການ​ເ​ຄື່ອນ​ໄຫວ ປະຕິບັດໜ້າທີ່ວິຊາ​ສະ​ເພາະ​ຂອງສູນ​ບໍລິຈາກ​ເລືອດ ​ໂດຍໄດ້ປຸກລະດົມສັງຄົມ​ ໃຫ້ເຫັນໄດ້ຄວາມສຳຄັນ ໃນ​ການ​ບໍລິຈາກ​ເລືອດ ດ້ວຍ​ຄວາມ​ສະໝັກ​ໃຈ​, ສາ​ມາດ​ປຸກລະດົມ​ການ​ບໍລິຈາກ​ເລືອດ​ໄດ້ 326 ຖົງ ຕາມແຜນ​ການ​ແມ່ນ 660 ຖົງ ​ເທົ່າ​ກັບ 50% ​ຂອງແຜນການ, ທຽບ​ກັບ​ສົກ​ປີຜ່ານມາ​ແມ່ນ​ຫລຸດ​ລົງ ​​ຈາກ​ການບໍລິຈາກ​ເລືອດ​ໄດ້ 500 ກວ່າຖົງ  (​ຄາດໝາຍ​ 600 ຖົງ) ​ທຽບ​ໃສ່​ແຜນ​ປະຕິບັດ​ໄດ້​ 88%.

ທ່ານຫົວໜ້າ ​ຫ້ອງການ​ກາ​ແດງ​ແຂວງ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຫ້ອງການ​ກາ​ແດງ ສາມາດ​​ສະໜອງເລືອດ​ໃຫ້ແກ່ໂຮງ​ໜໍ​ແຂວງ ແລະ ໂຮງ​ໜໍ​ທະຫານແຂວງ​ໄດ້ກວ່າ 400 ຖົງ ​ເທົ່າ​ກັບ 94,10%. ​ແນວ​​ໃດ​ກໍ​ດີ​ຖ້າ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ຄົນ​ເຈັບທີ່​ນອນ​ປິ່ນປົວ​ຢູ່​ໂຮງໝໍ, ​ການ​​ຕອບ​ສະໜອງ​ເລືອດ​ຍັງບໍ່ພຽງພໍ​ ​ເຊິ່ງຍັງຈະໄດ້ສືບຕໍ່ເຄື່ອນໄຫວ ປຸກລະດົມສັງຄົມ​ໃຫ້​ເຫັນ​ໄດ້ຄວາມສຳຄັນ ຂອງການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງ ຕອບແທນ ​ເພາະ​ຈະ​ໄດ້​ເລືອດ​ທີ່​ປອດ​ໄພ​ກວ່າ ເພື່ອຊ່ວຍເຫລືອ ​ແລະ ກອບກູ້ຊີວິດຄົນເຈັບ ທີ່ຕ້ອງການເລືອດ​​ຕື່ມ​ອີກ.
ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...