Homeຂ່າວການພັດທະນາລັດຖະບານອະນຸມັດ ເຂດພັດທະນາ ນິຄົມອຸດສາຫະກໍາ ປາກເຊ - ຍີ່ປຸ່ນ

ລັດຖະບານອະນຸມັດ ເຂດພັດທະນາ ນິຄົມອຸດສາຫະກໍາ ປາກເຊ – ຍີ່ປຸ່ນ

Published on

champasak

ຂປລ. ລັດຖະບານ​ລາວ​ ອະນຸຍາດ​ໃຫ້​ນັກ​ລົງທຶນ​ຍີ່ປຸ່ນ ​ເຂົ້າ​ໄປ​ພັດທະນາ ​ແລະ ສ້າງ​ຕັ້ງ​ເປັນ ​ເຂດ​ເສດຖະກິດ​ສະ​ເພາະ​ໜຶ່ງ ​ທີ່​ຂຶ້ນ​ກັບ​ເຂດ​ ເສດຖະກິດ​ພິ​ເສດ ​ແຂວງຈໍາປາ​ສັກ​ຢູ່​ 2 ​ເມືອງປະທຸມ​ພອນ ​ແລະ ບາ​ຈຽງ​ຈະ​ເລີ​ນສຸກ ​ເຊິ່ງພິທີ​ເຊັນ​ສັນຍາ ຢ່າງ​ເປັນ​ທາງ​ການ ​ວ່າ​ດ້ວຍ​ການ​ພັດທະນາ ​ເຂດ​ນິຄົມ​ອຸດສາຫະກໍາ ​ປາກເຊ-ຍີ່ປຸ່ນ​ເອັສ​ເອັມອີ​ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ສິງຫາ 2015 ຢູ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ລັດຖະມົນຕີ ຫົວໜ້າ​ຫ້ອງການ ​ລັດຖະບານ, ທ່ານນາງ ບຸນ​ເພັງ ມູນ​​ໂພ​ໄຊ ລັດຖະມົນຕີ​ ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຮອງ​ປະທານ​ຜູ້​ປະ​ຈໍາ​ການ ​ຄະນະ​ກໍາມະການ​ແຫ່ງ​ຊາດ ​ເພື່ອ​ຄຸ້ມ​ຄອງ​ເຂດ ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ (ຄຂພສ), ທ່ານ ດຣ. ບຸນ​ຖອງ ດີ​ວິ​ໄຊ ​ເຈົ້າ​ແຂວງ​ໆຈໍາປາ​ສັກ, ​ທ່ານ​ເຈົ້າ​ເມືອງ, ຕາງໜ້າ​ນັກທຸລະກິດ​ຍີ່ປຸ່ນ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ຈຸດປະສົງ​ຂອງ​ການ​ສ້າງ​ຕັ້ງ​ ເຂດ​ດັ່ງກ່າວ​ນີ້​ ເພື່ອ​ອໍານວຍ​ຄວາມ​ສະດວກ ​ແລະ ​ເປັນ​ຖານ​ຮອງ​ຮັບ​ ໃຫ້ການ​ດຶງ​ດູດ​ການ​ລົງທຶນ ​ຈາກ​ຕ່າງປະ​ເທດ​,ໂດຍ​ສະ​ເພາະ ​ບໍລິສັດ ​ແລະ ວິ​ສາ​ຫະກິດ​ຕ່າງໆ​ ຈາກ​ປະ​ເທດ​ຍີ່ປຸ່ນ ​ເຂົ້າ​ມາ​ດໍາ​ເນີນ​ການ​ຜະລິດ, ທຸລະ​ກິດ ​ແລະ ການ​ບໍລິການ​ຕ່າງໆ​ ເພື່ອ​ຜະລິດ​ສິນຄ້າ​ສົ່ງ​ອອກ, ຈໍາໜ່າຍ​ພາຍ​ໃນ ​ແລະ ສ້າງ​ວຽກ​ເຮັດ​ ງານ​ທໍາ ​ໃຫ້​ປະຊາຊົນ​ພາຍ​ໃນ​ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ໃນ​ເບື້ອງ​ຕົ້ນ​ແຂວງ​ຈໍາປາ​ສັກ ​ໄດ້​ກໍານົດ​ເຂດ​ນິຄົມ​ອຸດສາຫະກໍາ ​ໃນ​ເນື້ອ​ທີ່​ທັງ​ໝົດ 1.245 ​ເຮັກຕາ ​ໃນ​ນັ້ນ​ໄດ້​ຮັບ​ອະນຸຍາດ ​ຈາກ​ລັດຖະບານ​ແລ້ວ ​ຈໍານວນ 195 ​ເຮັກຕາ​ ເພື່ອ​ສ້າງ​ເປັນ​ນິຄົມ​ອຸດສາຫະກໍາ​ ປາກ​ເຊ-ຍີ່ປຸ່ນ ສ່ວນ​ເຫລືອ​ຈະ​ໄດ້​ສືບ​ຕໍ່​ ນໍາ​ສະ​ເໜີ​ລັດຖະບານ ​ເພື່ອ​ສ້າງ​ເປັນ​ນິຄົມ ​ອຸດສາຫະກໍາ​ຂະໜາດ​ກາງ ​ແລະ ຂະໜາດ​ໃຫຍ່.

ເຂດ​ ນິຄົມ​ອຸດສາຫະກໍາ ​ປາກ​ເຊ-ຍີ່ປຸ່ນ​ເອັສອີຢູ່​ ແຂວງ​ຈໍາປາ​ສັກ ​ເຊິ່ງ​ຈະ​ລົງທຶນ​ເບື້ອງ​ຕົ້ນ​ ເຂົ້າ​ໃນ​ການ​ພັດທະນາ ໂຄງການ​ປະມານ 62 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ເນື້ອ​ທີ່​ສໍາ​ປະທານ 195 ​ເຮັກຕາ​ພາຍ​ໃນ​ໄລຍະ 50 ປີ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...