spot_img
Homeຂ່າວການພັດທະນາລາວ - ຍີ່ປຸ່ນ ແລກປ່ຽນບົດຮຽນ ການພັດທະນາຜະລິດຕະພັນ ເຄື່ອງທີ່ລະນຶກຫັດຖະກໍາ

ລາວ – ຍີ່ປຸ່ນ ແລກປ່ຽນບົດຮຽນ ການພັດທະນາຜະລິດຕະພັນ ເຄື່ອງທີ່ລະນຶກຫັດຖະກໍາ

Published on

laos-japan

ໃນວັນທີ 5 ສິງຫານີ້, ລັດຖະມົນຕີຊ່ວຍວ່າການກະຊວງອຸດສະຫະກໍາ ແລະ ການຄ້າສົມຈິດອິນທະມິດໄດ້ເປັນປະທານກອງປະຊຸຸມສໍາມະນາໃນຫົວຂໍ້ “ເຄື່ອງທີ ່ລະນຶກຫັດຖະກໍາລາວໃໝ່” ເພື່ອເປີດໂອກາດໃຫ້ບັນດາຊ່າງຫັດຖະກໍາລາວ ແລະ ຍີ່ປຸ່ນ, ໄດ້ພົບປະແລກປ່ຽນບົດຮຽນ, ປະສົບການ, ຫົວຄິດປະດິດສ້າງງານສີລະປະ ດ້ວຍສີໄມ້ລາຍມືດ້ານຫັດຖະກໍາເຊິ່ງກັນ ແລະ ກັນ, ແນໃສ່ເພື່ອປັບປຸງໃຫ້​ຜະລິດ​ຕະພັນ​ຫັດຖະກຳ​ຂອງ​ລາວມີ​ເອກະລັກ​ໂດດ​ເດັ່ນ, ສວຍງາມ, ສາມາດດຶງ​ດູດ​ຈິດໃຈ​ແຂກ​ ແລະ ນັກທ່ອງທ່ຽວ, ທັງສາມາດ​ນຳ​ໃຊ້​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ ແລະ ​ເປັນມິດກັບ​ສະພາບ​ແວດ​ລ້ອມ, ມີຄຸນະພາບດີ ແລະ ເປັນທີ່ຕ້ອງການຂອງຕະຫລາດຫັດຖະກໍາພາຍໃນ ແລະ ຕ່າງປະເທດນໍາດ້ວຍ ແລະ ໃນເດືອນຕົ້ນພະຈິກທີ່ຈະເຖິງນີ້ແມ່ນຈະມີງານມະຫາກໍາສີມືຫັດຖະກໍາລາວປະຈໍາປີ 2015 ທີ່ນະຄອນຫລວງວຽງຈັນ, ເຊິ່ງພາຍໃນງານດັ່ງ ກ່າວຈະມີການປະກວດຜະລິດຕະພັນເຄື່ອງທີ່ລະນຶກຈາກຫັດຖະກໍາລາວແລະຜະລິດຕະພັນທີ່ຊະນະເລີດແຕ່ອັນດັບ1- 5 ຈະໄດ້ຮັບສິດໄປທັດສະນະສຶກສາທີ່ປະເທດຍີ່ປຸ່ນ.

ນອກຈາກນີ້, ຍັງຈະເປັນຂອງຝາກຂອງຕ້ອນໃຫ້ແກ່ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນປີ 2016 ທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບອີກດ້ວຍ.

ກອງປະຊຸມສໍາມະນາຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກອົງການສົ່ງເສີມການຄ້າຍີ່ປຸ່ນປະຈໍານະຄອນ ຫລວງວຽງຈັນ (JETRO Vientiane) ຊຶ່ງມີຊາວຊ່າງຫັດຖະກໍາລາວແລະຍີປຸ່ນເຂົ້າຮ່ວມເປັນຈໍານວນຫລາຍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...