spot_img
Homeຄົມຄິດຄົມຄົນ10 ຂໍ້ຄິດດີໆ ທີ່ຄວນຮູ້ຕັ້ງແຕ່ດົນແລ້ວ

10 ຂໍ້ຄິດດີໆ ທີ່ຄວນຮູ້ຕັ້ງແຕ່ດົນແລ້ວ

Published on

1510646_572554799512666_6771012195800233125_n

10 ຂໍ້ຄິດດີໆ ທີ່ຄວນຮູ້ຕັ້ງແຕ່ດົນ

ເຮົາເຊື່ອວ່າເມື່ອທ່ານໃຫຍ່ຂຶ້ນ ແລະເຂົ້າສູ່ຊ່ວງຊີວິດໜຶ່ງ ການປ່ຽນແປງຕ່າງໆ ຈະນຳມາ ບໍ່ວ່າຈະເປັນທາງຄວາມຄິດ ອາລົມ ຄວາມຮູ້ສຶກ ຫຼືມຸມມອງທັດສະນະຄະຕິຕ່າງໆ ທີ່ເມື່ອທ່ານຜ່ານຊ່ວງອາຍຸໜຶ່ງໄປແລ້ວ ຖ້າທ່ານລອງເບິ່ງຢ້ອນກັບໄປ ແລະຄິດທົບທວນອີກເທື່ອໜຶ່ງ ກ່ຽວກັບໂຕທ່ານເອງໃນຕອນນັ້ນ.

ການປ່ຽນແປງຖືເປປັນສິ່ງສຳຄັນ ແລະຈະບໍ່ມີຄຳວ່າສວາຍໄປແລ້ວ ເກີດຂຶ້ນກັບທ່ານອີກ ພຽງແຕ່ຂໍໃຫ້ທ່ານມີຄວາມຕັ້ງໃຈ ແລະຄວາມກ້າທີ່ຈະປ່ຽນແປງໂຕທ່ານ ໃນທາງທີ່ດີຂຶ້ນ ແລະນີ້ຄື 10 ຂໍ້ຄິດດີໆ ທີ່ໜ້າຈະຮູ້ແຕ່ຕອນທີ່ອາຍຸໜ້ອຍກວ່ານີ້.

1. ຢ່າໄປກັງວົນ ຫຼືສົນໃຈວ່າຄົນອື່ນຈະຄິດຈັ່ງໃດ ກ່ຽວກັບທ່ານ

ຄົນສ່ວນຫຼາຍກັງວົນ ຫຼືສົນໃຈກັບຄຳເວົ້າຂອງຄົນອື່ນຫຼາຍກວ່າ ການເຊື່ອໝັ້ນໃນການຕັດສິນໃຈດ້ວຍໂຕເອງ ມັນເປັນການເສຍເວລາທີ່ມົວແຕ່ຈະ ລໍຄອຍຄວາມເຊື່ອໝັ້ນ ຫຼືຄວາມແນ່ໃຈຈາກຄົນອື່ນ ແທນທີ່ທ່ານຈະຕັດສິນໃຈດ້ວຍຄວາມ ເຊື່ອໝັ້ນຕົນເອງ ມັນເປັນການດີທີ່ຜູ້ອື່ນຮ່ວມ ອອກຄວາມຄິດເຫັນ ແຕ່ຢ່າລືມວ່າ ມຸມມອງຂອງແຕ່ລະຄົນນັ້ນ ແຕກຕ່າງກັນ ຈົ່ງເອົາຄວາມຄິດເຫັນມາໂຮມກັນ ແລະວິເຄາະອອກມາເປັນຜົນລັບ ທີ່ທ່ານເຊື່ອໝັ້ນ ໃນແບບຂອງທ່ານ ແລະນັ້ນຈະເປັນແນວທາງທີ່ດີທີ່ສຸດແນ່ນອນ.

2.ປັດຈຸບັນສຳຄັນທີ່ສຸດ

ຈົ່ງມີຄວາມສຸກກັບທຸກຊ່ວງເວລາ ຂອງຄວາມເປັນປັດຈຸບັນ ບໍ່ມີໃຜຮູ້ດອກວ່າມື້ອື່ນຈະເປັນແນວໃດ ຖ້າທ່ານຄິດຈະເຮັດຫຍັງ ຫຼືມີຄວາມຝັນຫຍັງໄວ້ ຂໍໃຫ້ເຊື່ອແລະລົງມືເຮັດມັນເລີຍ ແລະຂໍໃຫ້ທ່ານໃຫ້ຄວາມສົນໃຈກັບ ສິ່ງທີ່ກຳລັງເກີດຂຶ້ນໃນປັດຈຸບັນ ບໍ່ວ່າຈະເປັນກັບຜູ້ຄົນອື່ນໆ ຮອບໂຕຂອງທ່ານ ວຽກຂອງທ່ານ ຫຼືການຕັດສິນໃຈຕ່າງໆ ຖ້າມື້ນີ້ດີແລ້ວ ເຮົາເຊື່ອວ່າ ມື້ອື່ນກໍຈະຕ້ອງດີຕາມມາເຊັ່ນກັນ.

3. ປ່ອຍມັນໄປ

ອິຫຍັງທີ່ຜ່ານໄປແລ້ວ ຈົບໄປແລ້ວກໍຂໍໃຫ້ປ່ອຍມັນໄປ ບໍ່ວ່າຈະເປັນຄວາມກັງວົນ ຄວາມຜິດຫວັງຕ່າງໆ ທີ່ຈົບລົງໄປແລ້ວ ເພາະທ່ານປ່ຽນແປງຫຍັງມັນບໍ່ໄດ້ ດັ່ງນັ້ນ ຈົ່ງປ່ອຍວາງແລະຊ່າງມັນ ຢ່າໄປຈົມຢູ່ກັບອະດີດເຫຼົ່ານັ້ນ ມັນເປັນການທຳຮ້າຍຕົນເອງຮູບແບບໜຶ່ງ ແລະເຮັດໃຫ້ທ່ານບໍ່ເດິນຕໍ່ໄປຂ້າງໜ້າ.

4. ທຸກຢ່າງມັນມີເຫດຜົນຂອງມັນເອງ

ການປະສົບຄວາມສຳເລັດໃນທຸກໆ ຢ່າງ ຍ່ອມອາໄສການລົງມືເຮັດ ແລະບາງທີການລົງມືເຮັດນັ້ນ ກໍອາໄສທັງພະລັງກາຍແລະພະລັງໃຈຢ່າງສູງ ທຸກຢ່າງຕ້ອງອາໄສເວລາ ການກຽມການສັ່ງສົມປະສົບການໄປເລື້ອຍໆ ຈົນໄປເຖິງຈຸດໝາຍເປົ້າໝາຍທີ່ທ່ານວາງໄວ້ ສິ່ງເຫຼົ່ານີ້ເປັນເຫດຜົນ ທີ່ຈະນຳພາໃຫ້ທ່ານປະສົບຄວາມສຳເລັດ ຂໍແຕ່ເດິນໜ້າເຮັດມັນຕໍ່ໄປ ຢ່າຢຸດຢັ້ງທີ່ຈະເຮັດ.

5. ເຊື່ອໃນຕົນເອງ

ໂຕທ່ານເອງນັ້ນແຫຼະທີ່ເປັນໂຕສະໜັບສະໜຸນ ທຸກຢ່ງທີ່ດີທີ່ສຸດ ຖ້າມັນເລິ່ມຈາກການທີ່ທ່ານບໍ່ມີ ຄວາມເຊື່ອໝັ້ນຕົນເອງເລີຍ ແລ້ວທ່ານຈະໄປຄາດຫວັງກັບໃຜໄດ້ ທ່ານຕ້ອງມີສັດທາໃນໂຕທ່ານເອງ ແລະເຮົາເຊື່ອວ່າທ່ານສາມາດທີ່ຈະດຶງພະລັງສັດທາ ໃນໂຕເອງອອກມາໄດ້ ທຸກຄົນມີຄວາມສຳຄັນ ຄວາມສາມາດ ແລະມີຄ່າເທົ່າທຽມກັນ ຮຽນຮູ້ຈາກຄວາມຫຼົ້ມແຫຼວ ຫຼືອະດີດທີ່ຜ່ານມາ ແລະເອົາມັນມາໃຊ້ເປັນປະສົບການ ທີ່ຈະນຳພາໄປສູ່ເປົ້າໝາຍແຫ່ງຄວາມ ເຊື່ອໝັ້ນໃນຕົນເອງ.

6. ຢ່າຕັດຂາດຄວາມສຳພັນກັບຜູ້ອື່ນ

ທ່ານບໍ່ມີທາງຮູ້ດອກວ່າຜູ້ຄົນຕ່າງໆ ຮອບໂຕທ່ານທີ່ທ່ານຮູ້ຈັກ ຫຼືເຮັດວຽກນຳນັ້ນ ບາງເທື່ອເຂົາເຫຼົ່ານັ້ນ ຈະກາຍມາເປັນຜູ້ຊ່ວຍເຫຼືອ ຫຼືຜູ້ສະໜັບສະໜຸນໃນບາງເວລາ ຈຳເປັນກໍເປັນໄດ້ບໍ່ວ່າ ຈະໃນດ້ານໃດກໍດ້ານໜຶ່ງ ການຜູກມິດດີກວ່າການສ້າງສັດຕູ ພະຍາຍາມຮັກສາເຄືອຂ່າຍເອົາໄວ້ ດ້ວຍຄວາມເຄົາລົບໃນໂຕກຸ່ມຜູ້ຄົນເຫຼົ່ານັ້ນ ໃນທຸກລະດັບແລະເປີດໃຈຍອມຮັບບຸກຄົນໃໝ່ໆ ເຊັ່ນດຽວກັນ.

7. ເງິນບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ

ແນ່ນອນວ່າເງິນເປັນສິ່ງທີ່ຈຳເປັນ ທີ່ຈະເຮັດໃຫ້ເຮົາສາມາດດຳລົງຊີວິດຢູ່ໄດ້ ແຕ່ໃນທີ່ສຸດແລ້ວເງິນບໍ່ແມ່ນເປົ້າໝາຍ ຂອງຊີວິດດອກ ການໄດ້ເຮັດວຽກແລະມີຄວາມສຸກ ກັບວຽກທີ່ທ່ານເຮັດ ຫຼືການໄດ້ເຮັດໃນສິ່ງທີ່ທ່ານຮັກ ແລະມີຄວາມສຸກກັບຊີວິດໃນທຸກໆວັນ ນັ້ນຕ່າງຫາກຄືເປົ້າໝາຍຂອງຊີວິດ ທີ່ແທ້ຈິງ ເງິນໃຫ້ສິ່ງເຫຼົ່ານີ້ແກ່ທ່ານບໍ່ໄດ້ ສິ່ງເຫຼົ່ານີ້ເປັນສິ່ງທີ່ທ່ານຕ້ອງສ້າງ ແລະສະແຫວງຫາມັນດ້ວຍໂຕຂອງ ທ່ານເອງ.

8. ຢ່າຢ້ານກັບຄວາມໜັກແໜ້ນ ຫຼືສະແດງອອກຕໍ່ສິ່ງໜຶ່ງສິ່ງໃດ

ຂໍພຽງທ່ານມີຄວາມເຊື່ອໝັ້ນ ແລະຢືນຂຶ້ນບອກສິ່ງເຫຼົ່ານັ້ນໃຫ້ຜູ້ຄົນ ໄດ້ຮັບຮູ້ເຖິງຈຸດຢືນອັນຊັດເຈນຂອງທ່ານ ວ່າສິ່ງທີ່ທ່ານຢືນຢັດຢູ່ນັ້ນ ເປັນສິ່ງສຳຄັນ ຖ້າທ່ານກ້າເຮັດ ໃນສິ່ງທີ່ແຕກຕ່າງ ມັນອາດຈະເປັນຈຸດປ່ຽນທີ່ສຳຄັນ ທີ່ຈະຊ່ວຍໃຫ້ເກີດສິ່ງດີໆ ອີກຫຼວງຫຼາຍຕາມມາ ເຮົາຢາກຂໍໃຫ້ທ່ານເປັນໂຕຂອງໂຕເອງ ຢ່າໄປສົນໃຈກັບມາຕະຖານສ່ວນໃຫຍ່ ຂອງສັງຄົມ ຢືນຢັດແລະສູ້ຕໍ່ໄປໃນແບບຂອງທ່ານ.

9. ຊີວິດບໍ່ແມ່ນການແຂ່ງຂັນ

ແນ່ນອນວ່າຊີວິດນີ້ເຕັມໄປດ້ວຍ ການຟັ່ງຟ້າວເຮັດແນວນັ້ນແນວນີ້ ໃຫ້ແລ້ວໆໄປ ແຕ່ຖ້າລອງເບິ່ງໃຫ້ດີ ຊີວິດຄົນເຮົາມັນກໍຍາວນານສົມຄວນ ເຮົາຍັງມີເວລາອີກຫຼວງຫຼາຍທີ່ຈະ ເຕີມເຕັມສິ່ງທີ່ຂາດຫາຍໄປເຂົ້າມາໃນຊີວິດ ສິ່ງທີ່ຈະເປັນຄວາມສຸກ ຄ່ອຍໆ ໃຊ້ຊີວິດ ຄ່ອຍໆ ໃຊ້ທຸກເວລາຢ່າງກຸ້ມຄ່າ ວິທີທີ່ດີ ຄື ການວາງແຜນຊີວິດຂອງທ່ານ ຢ່າໄປຟັ່ງຟ້າວກັບມັນ.

10. ພະຍາຍາມເບິ່ງທຸກຢ່າງໃນແງ່ດີເອົາໄວ້

ການເບິ່ງໂລກໃນແງ່ດີ ເບິ່ງເຫັນສິ່ງດີໆ ໃນທຸກໆ ຢ່າງ ນຶກເຖິງສິ່ງທີ່ຈະເຮັດໃຫ້ທ່ານມີຄວາມສຸກ ບໍ່ວ່າສິ່ງນັ້ນຈະເປັນເລື່ອງນ້ອຍໆ ຫຼືເລື່ອງໃຫຍ່ໆກໍຕາມ ໃນທຸກບັນຫາ ມັນຍ່ອມມີທາງອອກຢູ່ ການເບິ່ງໂລກໃນແງ່ດີຊ່ວຍສະໝອງ ຂອງທ່ານປອດໂປ່ງ ແລະຄິດທາງອອກໃນທຸກໆ ບັນຫາໄດ້ດີ ມັນເຮັດໃຫ້ທ່ານບໍ່ຕຶງຄຽດ ໝົດຄວາມກັງວົນ ແຕ່ຈົ່ງລະນຶກຢູ່ສະເໝີວ່າ ຄວາມທຸກມັນຍັງຢູ່ກັບເຮົາ ໄປພ້ອມໆ ກັນ ຮຽນຮູ້ຈາກມັນ ແລະຢູ່ບົບພື້ນຖານຂອງຄວາມຈິງ ພຽງສ່ຳນີ້ຊີວິດຂອງທ່ານກໍມີຄວາມສຸກແລ້ວ.

ເປັນປົກກະຕິຂອງຊີວິດທີ່ຈະມີທັງຊ່ວງດີ ແລະຊ່ວງທີ່ບໍ່ດີ ແຕ່ພະລັງແຫ່ງຄວາມຫວັງເຫຼົ່ານີ້ ຈະຊ່ວຍໃຫ້ທ່ານຜ່ານໄປໄດ້ ແລະມີຄວາມສຸກກັບທຸກຊ່ວງເວລາ ຂອງຊີວິດ.

ລອງເອົາໄປຄົ້ນຄິດແລະປັບໃຊ້ເບິ່ງ ແລ້ວທ່ານຈະເຫັນຄວາມປ່ຽນແປງ ໃນໂຕເອງ ແລະຢ່າລືມແຊເລື່ອງລາວນີ້ໃຫ້ເພື່ອນໆ ຂອງທ່ານແດ່ເດີ!

ທີ່ມາ Lifehack

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...