spot_img
Homeນານາສາລະການປະຕິບັດໂຕເມື່ອມີອາການໄອ

ການປະຕິບັດໂຕເມື່ອມີອາການໄອ

Published on

Cough-1-700x564

ອາການ​ໄອຄື:ຮ່າງກາຍ​ກຳ​ລັງ​ພະຍາຍາມ​ເຮັດໃຫ້​ປອດ​ແລະ​ທາງເດີນ​ຫາຍ​ໃຈ​ປອດໂປ່ງ ໂດຍ​ອາດ​ໄອ​ແບບ​ແຫ້ງໆ(ບໍ່​ມີ​ສະເລດ)ຫລື​ໄອ​ມີ​ສະເລດການ​ໄອ​ອາດ​ເກີດ​ຂຶ້ນ​ຈາກ​ການ​ຕິດ​ເຊື້ອ​ໄວ​ຣັສຫລື​ແບກ​ທີ​ເຣຍບາງເທື່ອ​ອາດ​ເກີດ​ຈາກ​ພາ​ວະ​ພູ​ມແພ້ຫລື​ສິ່ງ​ລະ​ຄາຍ​ເຄືອງ​ໂດຍ​ສະເພາະ​ຢາສູບອາການ​ໄອ​ອາດ​ເປັນ​ຜົນ​ຈາກ​ການ​ລະ​ຄາຍ​ເຄືອງ​ໂດຍ​ກົງ​ຕໍ່​ປອດ ຫລື​ຈາກ​ນ້ຳ​ມູກ​ທີ່​ໄຫລ​ລົງ​ໃນ​ຫລອດ

ເປົ້າ​ໝາຍ​ຂອງ​ການ​ປະ​ເມີນ​ອາການກໍ​ເພື່ອ​ໃຫ້​ຮູ້​ສາ​ເຫດ​ຂອງ​ການ​ໄອ​ວ່າ​ເກີດ​ຈາກ​ການ​ຕິດ​ເຊື້ອຫລື​ເປັນ​ພາ​ວະ​ພູ​ມ​ແພ້ຫລື​ເກີດ​ຈາກ​ສິ່ງ​ລະ​ຄາຍ​ເຄືອງລັກສະນະ​ທີ່​ບົ່ງ​ແຈ້ງ​ວ່າ​ມີ​ການ​ຕິດ​ເຊື້ອ​ແບກ​ທີ​ເຣຍ​ໄດ້​ແກ່ມີ​ໄຂ້​ຫລື​ສະເລດຂົ້ນ​ສີ​ເຂັ້ມຊຶ່ງ​ບອກ​ວ່າ​ເຮົາ​ຄວນ​ໄດ້ຮັບ​ການ​ປິ່ນປົວ​ຈາກ​ແພດ

ມີ​ອາການໄຂ້​ຫລື​ບໍ່

ແກ່ງບາຫລອດ​ກວດ​ໄຂ້​ໃຫ້​ປອດ​ລົງ​ໄປ​ຢູ່​ຕ່ຳ​ສຸດ​ອົມກ້ອງ​ລິ້ນ3ນາ​ທີ​ແລ້ວ​ອ່ານ​ຜົນຖ້າ​ມີ​ໄຂ້​ຕັ້ງ​ແຕ່38.9 C ຂຶ້ນ​ໄປຄວນ​ພົບ​ໝໍ​ທັນ​ທີ

ສະເລດມີສີ

ຖ້າ​ສະເລດ​ມີ​ເລືອດ​ສີ​ປົນ​ສີ​ນ້ຳ​ຕານຫລື​ຂຽວຄວນ​ພົບ​ໝໍ

ການ​ດູແລຮັກສາ​ຕົນເອງ​ເພື່ອ​ບັນ​ເທົາ​ອາ​ກາ

ເນື່ອງ​ຈາກ​ການ​ໄອ​ເປັນ​ກົນ​ໄກ​ປົກ​ປ້ອງ​ຕົວ​ເອງ​ຂອງ​ຮ່າງກາຍ​ເຮັດໃຫ້​ທາງເດີນ​ຫາຍ​ໃຈ​ທີ່​ມີນໍ້າມູກ​ຄ້າງ​ຢູ່​ປອດໂປ່ງ​ຂຶ້ນເປົ້າ​ໝາຍ​ຂອງ​ການ​ດູແລຮັກສາ​ຕົນເອງ​ເພື່ອ​ບັນ​ເທົາ​ອາການ​ກໍ​ຄື​ເຮັດໃຫ້​ຮູ້ສຶກ​ອີ່ມ​ສະບາຍ​ຂຶ້ນໃນ​ຂະນະ​ທີ່​ຊ່ວຍ​ການ​ກຳຈັດ​ນໍ້າມູກ​ນໍາອີກ

ອາການຄວນ​ປຶກ​ສາ​ໝໍ

1.ມີ​ໄຂ້ 38.9 C ຂຶ້ນ​ໄປ

2.ສະເລດ​ປົນ​ເລືອດ​ມີ​ສີ​ນ້ຳ​ຕານຫລື​ຂຽວ

3.ມີ​ອາການ​ຫອບ​ຫືດ

4.ຫາຍ​ໃຈ​ລຳ​ບາກ

5.ເຈັບ​ໜ້າ​ເອິກ​ຢ່າງ​ຮຸນແຮງ

6.ໄອ​ຕິດ​ຕໍ່​ກັນ​ດົນ​ກວ່າ 2 ອາທິດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...