Homeຂ່າວຍົນຕົກເຮືອບິນສູ້ຮົບຂອງຊີເຣຍ ຕົກໃສ່ກາງຕະຫລາດສົດ ຕາຍຢ່າງໜ້ອຍ 31 ຄົນ ບາດເຈັບອີກເດຍລະດາດ!

ເຮືອບິນສູ້ຮົບຂອງຊີເຣຍ ຕົກໃສ່ກາງຕະຫລາດສົດ ຕາຍຢ່າງໜ້ອຍ 31 ຄົນ ບາດເຈັບອີກເດຍລະດາດ!

Published on

EyWwB5WU57MYnKOuXuWsb8iXUhWnYKnsPBPxPHQICRE1YsJgq0566V

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ເກີດເຫດເຮືອບິນສູ້ຮົບບໍ່ຮູ້ລຸ້ນຂອງກອງທັບລັດທະບານຊີເຣຍ ຕົກກາງຕະຫລາດສົດໃນເມືອງອາຣິຮາ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ໃນຂະນະທີ່ອອກປະຕິບັດການຖິ້ມລະເີບດໂຈມຕີກຸ່ມຕິດອາວຸດ ເປັນເຫດເຮັດໃຫ້ມີພົນລະເມືອງເສຍຊີວິດຢ່າງໜ້ອຍ 31 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຈຳນວນບໍ່ຕ່ຳກ່ວາ 60 ຄົນ ໂດຍນັກບິນແມ່ນຍັງບໍ່ຮູ້ຊາຕາກຳ.

ຜູ້ເຫັນເຫດການໄດ້ໃຫ້ຮູ້ວ່າ ເຮືອບິນລຳດັ່ງກ່າວໄດ້ບິນຖິ້ມລະເບີດໂຈມຕີໃຈກາງເມືອງອາຣິຮາ ແຕ່ໃນຕອນເຊົ້າຊຶ່ງເປັນໄລຍະທີ່ຊາວຄ້າຂາຍເລີ່ມເປີດຮ້ານ ເຮືອບິນໄດ້ຕົກລົງກາງຕະຫລາດ ໂດຍຍັງບໍ່ຮູ້ສາເຫດ.

 

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...