Homeຂ່າວການສຶກສາສ້າງຊ່ຽວຊານກຸມມານເວດສາດ-ອາຍຸລະສາດ

ສ້າງຊ່ຽວຊານກຸມມານເວດສາດ-ອາຍຸລະສາດ

Published on

ສ້າງຊ່ຽວຊານກຸມມານເວດສາດ-ອາຍຸລະສາດ

ອົງການ​ແດນ​ໃໝ່​ເພື່ອ​ສຸຂະພາບ (Health Frontiers) ໄດ້​ຕົກລົງ​ໃຫ້​ທຶນ​ຊ່ວຍເຫຼືອ​ແກ່ ​ສປປ ລາວ ເພື່ອ​ສືບຕໍ່​ປະຕິບັດ​ໂຄງການ​ສຶກ​ສາ​ການ​ແພດ​ຫຼັງ​ປະລິນຍາ​ຕີ ພາກ​ອາຍຸ​ລະ​ສາດ ກຸມມານ​ເວດ​ສາດ ແລະ ການ​ກໍ່ສ້າງ​ແພດ​ຊ່ຽວຊານ​ສະເພາະ​ທາງ​ໃນ ​ສປປ ລາວ ໄລຍະ 5 ປີ (1/7/2013-30/6/2018) ລວມ​ມູນ​ຄ່າ 544.945 ໂດ​ລາ​ສະຫະລັດ ຫຼື ປະມານ 4,359 ຕື້​ກີບ ໂດຍ​ພິທີ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ການ​ຊ່ວຍເຫຼືອ​ດັ່ງກ່າວ ໄດ້​ມີ​ຂຶ້ນ​ວັນ​ທີ 27 ສິງຫາ 2013 ຢູ່​ມະຫາວິທະຍາໄລ​ວິທະຍາສາດ​ສຸຂະພາບ (ມວ​​ສ) ລະຫວ່າງ​ທ່ານ ​ຮຈ.​ດຣ. ສົມ​ຈິດ ບຸບຜາ ອະທິການ​ບໍດີ ມວ​​ສ ແລະ ທ່ານ Hakon Torjesen ປະທານ​ອົງການ Health Frontiers ໂດຍ​ຊ້ອງ​ໜ້າ​ພະນັກງານ​ກ່ຽວຂ້ອງ.

ອົງການ Health Frontiers ໄດ້​ເລີ່ມ​ໃຫ້​ທຶນ​ຊ່ວຍເຫຼືອ​ໃນ​ການ​ກໍ່ສ້າງ​ແພດ​ຊ່ຽວຊານ​ແກ່ ​ສປປ ລາວ ແຕ່​ປີ 1990 ເປັນຕົ້ນ​ມາ ໂດຍ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ຄະນະ​ວິທະຍາສາດ​ການ​ແພດ ແລະ ອົງການ​ດັ່ງກ່າວ ເພື່ອ​ຊ່ວຍ​ພັດທະນາ​ດ້ານ​ການ​ແພດ​ໃຫ້​ແກ່​ບັນດາ​ທ່ານໝໍ ແລະ ຊ່ຽວຊານ​ເດັກ (ກຸມມານ​ເວດ​ສາດ) ແລະ ພາຍ​ໃນ (ອາຍຸ​ລະ​ສາດ) ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ດ້ານ​ຮັກສາ​ສຸຂະພາບ ແລະ ປິ່ນປົວ​ປະຊາຊົນ ມາ​ຮອດ​ປັດຈຸບັນ​ໃນ​ທົ່ວ​ປະເທດ​ມີ​ແພດ​ຊ່ຽວຊານ​ເດັກ 66 ທ່ານ ແລະ ແພດ​ພາຍ​ໃນ 50 ທ່ານ ໄດ້​ຮັບ​ການ​ຍົກ​ລະດັບ ແລະ ກຳລັງ​ປະຕິບັດ​ໜ້າທີ່​ຢູ່​ບັນດາ​ໂຮງໝໍ​ຂັ້ນ​ສູນ​ກາງ ແຂວງ ແລະ ເມືອງ ແຕ່​ຈຳນວນ​ຕົວ​ເລກ​ດັ່ງກ່າວ ກໍ​ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກະຊວງ​ສາທາລະນະ​ສຸກ ດັ່ງນັ້ນ ຈຶ່ງ​ເຫັນ​ວ່າ​ຄວນ​ມີ​ການ​ສືບຕໍ່​ໂຄງການ​ອີກ ເພື່ອ​ບັນລຸ​ຕາມ​ແຜນ​ຍຸດ​ທະ​ສາດ ພັດທະນາ​ພະນັກງານ​ສາທາລະນະ​ສຸກ ແຕ່​ນີ້​ຫາ​ປີ 2020.

ສຳລັບ​ເງິນ​ຊ່ວຍເຫຼືອ​ທີ່​ໄດ້​ລົງ​ນາມ​ກັນ ຈະ​ນຳ​ໃຊ້​ເຂົ້າ​ໃນ​ກິດຈະການ​ຕົ້ນຕໍ​ຂອງ​ໂຄງການ​ເຊັ່ນ: ກໍ່ສ້າງ​ຊ່ຽວຊານ​ເດັກ (ກຸມມານ​ເວດ​ສາດ) ແລະ ພາຍ​ໃນ (ອາຍຸ​ລະ​ສາດ) ຈັດ​ຫາ​ແພດ​ຊ່ຽວຊານ​ຕ່າງປະເທດ​ມາ​ອົບຮົມ​ດ້ານ​ວິຊາ​ການ ແລະ ພາກ​ປະຕິບັດ​ຕົວ​ຈິງ ໃຫ້ການ​ຊ່ວຍເຫຼືອ​ດ້ານ​ການ​ຮຽນ-ການ​ສອນ​ພາສາ​ຕ່າງປະເທດ ແກ່​ແພດ​ຊ່ຽວຊານ​ດັ່ງກ່າວ ນອກ​ນີ້​ຍັງ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດ​ຊື້​ອຸປະກອນ​ການ​ແພດ​ຄອມ​ພິວ​ເຕີ ແລະ ເຄື່ອງໃຊ້​ທີ່​ຈຳເປັນ​ຈຳນວນ​ໜຶ່ງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...