Homeຂ່າວການສຶກສາມະຫາວິທະຍາໄລເຊອູນ ມອບປຶ້ມແບບຮຽນ ຄູ່ມືການແພດໃຫ້ ມວສ

ມະຫາວິທະຍາໄລເຊອູນ ມອບປຶ້ມແບບຮຽນ ຄູ່ມືການແພດໃຫ້ ມວສ

Published on

ມະຫາວິທະຍາໄລເຊອູນ ມອບປຶ້ມແບບຮຽນ ຄູ່ມືການແພດໃຫ້ ມວສ

ພິທີ​ມອບ-ຮັບ​ປຶ້ມ ລະຫວ່າງ​ມະຫາວິທະຍາໄລ​ເຊ​ອູນ ສ.ເກົາຫຼີ ແລະ ມະຫາວິທະຍາໄລ ວິທະຍາສາດ​ສຸຂະພາບ (ມວ​​ສ) ໂດຍ​ໂຄງການ ​ດຣ. ລີ​ຈົງ​ວຸກ-ໂຊນ ຈັດ​ຂຶ້ນ​ໃນ​ວັນ​ທີ 26 ສິງຫາ 2013 ທີ່​ຫ້ອງ​ປະຊຸມ​ຄູ ມວ​​ສ ຜູ້​ມອບ​ແມ່ນ​ທ່ານ​ນາງ ເອີນ​ເຮ​ຢູນ (Eun Hae Yoon) ຕາງໜ້າ​ໃຫ້​ມະຫາວິທະຍາໄລ​ເຊ​ອູນ ຜູ້​ຮັບ​ແມ່ນ​ທ່ານ ​ຮຈ.​ດຣ. ວັນ​ລ່ຽມ ບົວ​ຣະ​ວົງ ຮອງ​ອະທິການ​ບໍດີ ມວ​​ສ ບັນດາ​ທ່ານ​ຄະນະບໍດີ ຜູ້ອຳນວຍການ​ໂຮງໝໍ​ມະໂຫສົດ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ປຶ້ມ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ປະກອບ​ມີ 8 ວິຊາ​ຄື: ເລືອດ​ວິທະຍາ (ກຸມມານ​ເວດ) ພະຍາດ​ວິທະຍາ​ຈຸ​ລະ​ຊີວະ​ວິທະຍາ​ໂອສົດ ວິທະຍາ​ສະ​ລິ​ລະ​ວິທະຍາ​ກາ​ຍະ​ວິພາກ​ສາດ ຕ່ອມ​ຂັບ​ຍ່ອຍ​ໃນ​ວິທະຍາ ການ​ກວດ​ເອ​ໂກ​ເດັກ​ໃນ​ທ້ອງທີ່​ຜິດ​ປົກກະຕິ ແຕ່​ລະວິ​ຊາ​ຈຳນວນ 500 ຫົວ ແລະ ພົດຈະນານຸກົມ​ພາສາ​ລາວ ເກົາຫຼີ ອັງກິດ ແລະ ພາສາ​ຝຣັ່ງ ຈຳນວນ 416 ຫົວ ລວມ​ມູນ​ຄ່າ 195 ລ້ານ​ກວ່າ​ກີບ ປະມານ 25.000 ໂດ​ລາ​ສະຫະລັດ ປື້ມ​ຈຳນວນ​ດັ່ງກ່າວ ຈະ​ໄດ້​ໃຊ້​ເຂົ້າ​ໃນ​ການ​ຮຽນ-ການ​ສອນ ການ​ຄົ້ນຄວ້າ​ຮ່ຳຮຽນ​ຂອງ​ບັນດາ​ຄູ-ອາຈານ ແລະ ນັກ​ສຶກ​ສາ​ໃນ ມວ​​ສ ໃນ​ການ​ພັດ​​ທະ​ນາຍົກ​ລະດັບ​ວິຊາ​ສະເພາະ​ໃຫ້​ນັບ​ມື້​ນັບ​ສູງ​ຂຶ້ນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...