Homeເກັບຕົກ-ເລື່ອງແປກເປີດໂຕໝາໜ້າບູດທີ່ສຸດໃນໂລກເນື້ອຄູ່ແມວ Grumpy Cat

ເປີດໂຕໝາໜ້າບູດທີ່ສຸດໃນໂລກເນື້ອຄູ່ແມວ Grumpy Cat

Published on

dog

ຫລັງ​ຈາກ​ຫລາຍໆຄົນ​ຮູ້​ຈັກ​​ແມວກຣາມ​ປີ້ ແຄດ  (Grumpy Cat) ຫລື​ ເຈົ້າ​ແມວ​ໜ້າ​ບູດທີ່​ໂດ່ງ​ດັ່ງ​ຂຶ້ນ​ແທ່ນ​ເປັນ​ແມວ​ໄຮໂຊ​ຈົນ​ສາມາດ​ເຮັດ​ເງິນ​ໃຫ້​ເຈົ້າ​ຂອງ​ໄດ້​ເຖິງ​ຫລັກ​ພັນ​ລ້ານລ່າ​ສຸດ​ແມວ​ກຣາມ​ປີ້ ແຄດ ຈະ​ມີ​ຄູ່​ແຂ່ງ​​ແລ້ວຫລື​ວ່າ​ຈະ​ເປັນ​ເນື້ອ​ຄູ່​ດີ​

ເວັບ​ໄຊ​ເດ​ລີ​ເມລ 28 ກໍລະກົດ2015ທີ່ຜ່ານມາເຜີຍແຜ່​ຮູບ​ໝາ​ສາຍ​ພັນ​ປັກເກີ້ນ(ປັກ ​ ປະສົມ​ກັບ ບີ​ເກີ້ນ)ຈາກ​ລັດ​ໄອ​ໂອ​ວາ ສະ​ຫະລັດອາເມລິກາມີ​ຊື່​ວ່າ:ເ​ອິ​ລ ອາຍຸ 5 ເດືອນ ມັນ​ມີ​ໜ້າ​ບູດ​ແບບໃຈຮ້າຍ​ທຸກ​ຢ່າງ​ເທິງ​ໂລກ​ຊຶ່ງ​ຄາດ​ວ່າ​ມັນ​ອາດຈະ​ເປັນ​ໝາ​ທີ່​ໜ້າ​ບູດທີ່ສຸດ​ໃນ​ໂລກ​ກໍ​ວ່າ​ໄດ້ແລະ​ດ້ວຍ​ເຫດ​ນີ້​ມັນ​ຈຶ່ງ​ຖືກ​ເອີ້ນວ່າ ກຣາມ​ປີ້ ດັອກ ແລະ ​ໄດ້ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫລາຍ​ໃນ​ໂລກ​ອອນ​ລາຍສາມາດ​ດຶງ​ດູດ​ໃຫ້​ມີ​ຜູ້​ເຂົ້າ​ມາ​ເບິ່ງຂະນະ​ນີ້​ກວ່າ 2 ລ້ານ​ຄົນ​ແລ້ວ

ເດ​ເລັກ ບລູມ​ຟິນ ອາຍຸ 25 ປີ ເຈົ້າ​ຂອງ​ໝາ ເ​ອິ​ລ ເປີດເຜີຍ​ວ່າ​ທີ່​ໜ້າ​ຕາ​ມັນ​ເປັນ​ລັກສະນະ​ນີ້​ບໍ່ແມ່ນ​ວ່າ​ປ່ວຍ​ແຕ່​ຢ່າງ​ໃດມັນ​ມີ​ສຸຂະພາບ​ດີ​ຄື​ກັບ​​ໝາ​ທົ່ວ​ໆໄປທີ່​ມັນ​ເປັນ​ເຊັ່ນ​ນີ້​ກໍ​ເພາະ​ວ່າ​ແຂ້ວ​ລຸ່ມ​ຂອງ​ມັນ​ຍື່ນ​ອອກ​ມາ​ຄອບ​ແຂ້ວ​ເທິງຊຶ່ງ​ເມື່ອ​ລວມ​ກັບ​ຮ່ອງຮອຍ​ແລະ​ສີ​ຜິວ​ເທິງ​​ໜ້າ​ຂອງ​ມັນ​ຈຶ່ງ​ເຮັດໃຫ້​ໜ້າ​ຂອງ​ມັນ​ເບິ່ງ​ເຄັ່ງຕຶງ​ແບບທີ່​ເຫັນນອກ​ຈາກ​ນີ້​ມັນ​ຍັງມີ​ພຶດຕິກຳ​ທີ່​ແປກ​ຈາກ​ໝາ​ທຳມະດາ​ນໍາອີກ​ຄື:ມັນ​ຈະ​ມັກ​ກິນ​ຂະໜົມ​ກອບໆໄປ​ນອນ​ອາບ​ແດດ​ຫລື​ແລ່ນ​ໄລ່​ລູກ​ບານ​ອ້ອມຮອບສວນ
ເດ​ເລັກ ບລູມ​ຟິນແລະ​ແຟນ​ສາວ​ມັກ​ຈະ​ຮູ້ສຶກ​ຜ່ອນ​ຄາຍ​ທຸກ​ເທື່ອ​ທີ່​ມີ​ໝາເ​ອິ​ລ​ຢູ່​ນໍາມັນ​ຈະ​ມັກ​ເຂົ້າໄປ​​ອອດ​ອ້ອນແລະ​ເພາະ​ສີ​ໜ້າ​ທ່າ​ທາງ​ຂອງ​ມັນ​ຈຶ່ງ​ເຮັດໃຫ້​ພວກເຂົາ​ຕ້ອງ​ຫົວ​ຂວັນ​ອອກ​ມາ​ທຸກ​ເທື່ອ​ດ້ວຍ​ຄວາມ​ເອັນດູ
dog1

 

dog2

 

dog3

 

dog4

 

dog6

 

dog7

 

dog8

 

dog9

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...