Homeນານາສາລະຄວາມເປັນມາຂອງວັນເຂົ້າພັນສາ

ຄວາມເປັນມາຂອງວັນເຂົ້າພັນສາ

Published on

OrdinationED1

ໃນລະດູຝົນ ເປັນລະດູການ ຜະລິດກະສິກຳ ໂດຍສະເພາະເພາະແມ່ນການປູກພືດຕ່າງໆ ດັ່ງນັ້ນ, ການທ່ອງທ່ຽວໄປ-ມາຂອງພະສົງ ບໍ່ວ່າຈະເປັນການໄປເທດສະໜາ ສັ່ງສອນປະຊາຊົນ ຫຼືໄປທຳກິດຂອງສົງ ກໍໄດ້ຢຽບຍ່ຳຖືກເຄື່ອງປູກຂອງຝັງຂອງປະຊາຊົນ ຈົນຖືກຕຳໜິສົ່ງຂ່າວຈາກປະຊາຊົນ ແລະເລື່ອງດັ່ງກ່າວກໍຖືກໄປຂາບທູນພະພຸດທະເຈົ້າ (ພຸດທະການຕອນຕົ້ນ ພະສົງຍັງບໍ່ໄດ້ເຂົ້າພັນສາ).

ເພື່ອຕັດບັນຫານີ້ ພະພຸດທະເຈົ້າ ກໍເລີຍຊົງກຳໜົດໃຫ້ພະພິກຂຸສົງ ເມື່ອເຂົ້າລະດູຝົນ ໃຫ້ພະສົງຢູ່ກັບທີ່ ຕັ້ງແຕ່ແຮມ 1 ຄ່ຳເດືອນ 8 ຈົນເຖິງຂຶ້ນ 15 ຄ່ຳເດືອນ 11 ໃຫ້ຢູ່ເປັນທີ່ເປັນບ່ອນ ບໍ່ໃຫ້ທ່ອງທ່ຽວໄປມາ ໂດຍສະເພາະແມ່ນຫ້າມໄປນອນແຮມຄືນທີ່ອື່ນ ຖ້າໃຜຕ້ອງການຢາກຟັງເທດກໍໃຫ້ ມາຫາພະສົງຢູ່ວັດ ມາເຮັດບຸນຢູ່ວັດ ນັ້ນເອີ້ນກວ່າ ການເຂົ້າພັນສາ.

ແຕ່ອີກມຸມໜຶ່ງ ພະອົງຊົງຖືໂອກາດ ທີ່ເກີດເປັນບັນຫານີ້ ໄດ້ຊົງປ່ຽນຄຳກ່າວຫາໃຫ້ກາຍເປັນ ໂອກາດອັນດີຂອງພະພິກຂຸສົງ ເມື່ອພະພິກຂຸສົງຢູ່ປະຈຳວັດກໍຈະໄດ້ ອົບຮົມສັ່ງສອນພະສົງທີ່ບວດໃໝ່ແດ່ ແລະພະສົງອົງບວດໃໝ່ກໍຈະໄດ້ຕັ້ງໜ້າ ສຶກສາຮ່ຳຮຽນຫຼັກທຳ ຄຳສອນ ທຸກມື້ຢ່າງຕໍ່ເນື່ອງແລະໄດ້ຮັບຜົນດີ.

OrdinationED6

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...