spot_img
Homeຂ່າວພາຍ​ໃນຍົກລະດັບວຽກງານກວດກາເຕັກນິກ ໃຫ້ແກ່ຕຳຫຼວດຈະລາຈອນທົ່ວປະເທດ

ຍົກລະດັບວຽກງານກວດກາເຕັກນິກ ໃຫ້ແກ່ຕຳຫຼວດຈະລາຈອນທົ່ວປະເທດ

Published on

ຍົກລະດັບວຽກງານກວດກາເຕັກນິກ ໃຫ້ແກ່ຕຳຫຼວດຈະລາຈອນທົ່ວປະເທດ

ໃນ​ລະຫວ່າງ​ວັນ​ທີ 6-8 ສິງຫາ 2013 ກົມ​ຕຳຫຼວດ​ຈະລາຈອນ ໄດ້​ຈັດ​ຊຸດ​ເຝິກອົບຮົມ​ເຕັກນິກ​ການ​ກວດກາ ມາດຕະຖານ​ຄວາມ​ປອດ​ໄພ​ຂອງ​ຍານພາຫະນະ​ຕາມ​ທ້ອງ​ຖະໜົນ ໃຫ້​ຕຳຫຼວດ​ຈະລາຈອນ​ທົ່ວ​ປະເທດ ໃຫ້​ກຽດ​ເປັນ​ປະທານ​ເປີດ​ຊຸດ​ເຝິກອົບຮົມ​ດັ່ງກ່າວ ມີ​ທ່ານ ພັນ​ໂທ ຄຳ​ຖະຫວາຍ ເພັດ​ອຸໄທ ຫົວໜ້າ​ກົມ​ຕຳຫຼວດ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທ່ານ ບົວ​ເພັດ ໄຊ​ຍະ​ສານ ຮອງ​ຫົວໜ້າ​ກົມ​ຂົນສົ່ງ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ເຊິ່ງ​ມີ​ຜູ້​ຊ່ຽວຊານ​ໂຄງການ​ຄວາມ​ປອດ​ໄພ​ທາງ​ຖະໜົນ ບັນດາ​ນັກ​ສຳ​ມະ​ນາ​ກອນ​ທີ່​ມາ​ຈາກ​ກົມ​ຕຳຫຼວດ​ຈະລາຈອນ ພະ​ແນກ​ຕຳຫຼວດ​ຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ແລະ ບັນດາ​ແຂວງ​ທົ່ວ​ປະເທດ.

ການ​ຈັດ​ເຝິກອົບຮົມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ໃຫ້​ບັນດາ​ນັກ​ສຳ​ມະ​ນາ​ກອນ ໄດ້​ກາຍເປັນ​ນັກ​ກວດກາ ກາຍເປັນ​ຄູ​ເຝິກ​ໃນ​ອະນາຄົດ ແລະ ສາມາດ​ຖ່າຍ​ທອດ​ໃຫ້​ໝູ່ຄູ່ ເພື່ອນ​ຮ່ວມ​ງານ ແລະ ຕຳຫຼວດ​ລຸ້ນ​ນ້ອງ​ໃນ​ອະນາຄົດ​ໄດ້ ນອກຈາກ​ນີ້ ບັນດາ​ນັກ​ສຳ​ມະ​ນາ​ກອນ ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ຕັ້ງ​ຈຸດ​ກວດກາ​ສະພາບ​ເຕັກນິກ​ຂອງ​ລົດ​ທຸກ​ຄັນ ທີ່​ແລ່ນ​ບົນ​ທ້ອງ​ຖະໜົນ​ໃຫ້​ໄດ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ປົກກະຕິ​ລົດ​ທຸກ​ຄັນ​ຕ້ອງ​ໄດ້​ຮັບ​ການ​ກວດກາ​ຢູ່​ສູນ​ກວດກາ​ເຕັກນິກ​ທຸກໆ 6-12 ເດືອນ ແລ້ວແຕ່​ກໍລະນີ.

ການ​ກວດກາ​ມາດຕະຖານ​ຄວາມ​ປອດ​ໄພ​ຂອງ​ພາຫະນະ​ທີ່​ແລ່ນ​ຕາມ​ທ້ອງ​ຖະໜົນ ມັນ​ເປັນ​ເລື່ອງ​ທີ່​ຈຳເປັນ​ພາວະ​ວິໄສ ແລະ ຫຼີກ​ລ້ຽງ​ບໍ່​ໄດ້ ການ​ກວດກາ​ເຕັກນິກ​ລົດ​ນີ້ ຄວນ​ເລັ່ງ​ໃສ່​ລົດຈັກ​ເປັນຕົ້ນ​ຕໍ ເພາະ​ລົດຈັກ​ມີ​ສ່ວນ​ຮ່ວມ​ສ້າງ​ອຸບັດເຫດ​ຫຼາຍ​ກວ່າ​ໝູ່ ແລະ ມີ​ສັດສ່ວນ​ຈຳນວນ​ລົດ​ກວມ​ເຖິງ 80% ຂອງ​ຈຳນວນ​ພາຫະນະ​ທັງ​ໝົດ ນອກຈາກ​ນີ້ ລົດ​ໃຫຍ່ ແລະ ລົດ​ອື່ນໆ ກໍ​ຕ້ອງ​ໄດ້​ກວດກາ​ເຊັ່ນ​ດຽວ​ກັນ ສະນັ້ນ ກົມ​ຂົນສົ່ງ​ຈຶ່ງ​ໄດ້​ມອບ​ໝາຍ​ໃຫ້​ທ່ານ Mats Arvesten ຊ່ຽວຊານ​ໂຄງການ​ຄວາມ​ປອດ​ໄພ​ທາງ​ຖະໜົນ ແລະ ກົນ​ຈັກ ເປັນ​ຜູ້​ເຝິກອົບຮົມ​ໃຫ້​ແກ່​ນັກ​ສຳ​ມະ​ນາ​ກອນ​ໃນ​ຄັ້ງ​ນີ້.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...