spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຈຸດລັບຈຸດ​ສຳຄັນ​ທີ່​ຕ້ອງ​ເບິ່ງແຍງ​ເປັນ​ພິເສດ

ຈຸດລັບຈຸດ​ສຳຄັນ​ທີ່​ຕ້ອງ​ເບິ່ງແຍງ​ເປັນ​ພິເສດ

Published on

26_20150719222724.

       ຈຸດ​ລັບຂອງ​ຜູ້ຍິງ​ເປັນ​ບໍລິເວນ​ທີ່​ບອບ​ບາງມີ​ຄວາມ​ອັບ​ຊື້ນ ການ​ເບິ່ງແຍງ​ຜິວ​ໜັງ​ບໍລິເວນ​ຈຸດ​ລັບ​ຈຶ່ງ​ເປັນ​ສິ່ງ​ສຳຄັນຫາກ​ເບິ່ງແຍງ​ບໍ່​ຖືກ​ຕ້ອງ​ອາດ​ເກີດ​ການ​ລະ​ຄາຍ​ເຄືອງລວມ​ໄປ​ເຖິງ​ການ​ຕິດ​ເຊື້ອ​ໄດ້
1. ຫລີກ​ລ້ຽງ​ການ​ໃຊ້​ສະ​ບູ່ ແລະ​ສານ​ເຮັດ​ຄວາມ​ສະ​ອາດ​ທີ່​ມີ​ລິດ​ລະ​ຄາຍ​ເຄືອງ ເຊັ່ນສະ​ບູ່​ແຫລວ​ແລະ​ຜະລິດຕະພັນ​ທີ່​ມີ​ສ່ວນ​ປະສົມ​ຂອງ​ນ້ຳ​ຢາ​ຂ້າ​ເຊື້ອ ເນື່ອງ​ຈາກ​ມີ​ຄວາມ​ເປັນ​ດ່າງ​ສູງ ກໍ່​ໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ​ໄດ້​ງ່າຍແລະ​ຄວນ​ຫລີກ​ລ້ຽງ​ຜະລິດຕະພັນ​ທີ່​ມີ​ກິ່ນ​ຫອມເນື່ອງ​ຈາກ​ກໍ່​ໃຫ້​ເກີດ​ການ​ພ່າຍແພ້​ໄດ້ ຄວາມ​ຈິງ​ແລ້ວ​ໃຊ້​ນ້ຳ​ທຳມະດາເຮັດ​ຄວາມ​ສະ​ອາດ​ກໍ​ພຽງ​ພໍ​ແລ້ວ
2. ຫລີກ​ລ້ຽງ​ການ​ໃຊ້​ເຈ້ຍ​ຊຳ​ລະ​ທີ່​ມີ​ສີ​ແລະ​ມີ​ກິ່ນ​ຫອມເຈ້ຍ​ຊຳ​ລະ​ຊະນິດ​ປຽກ​ທີ່​ມີ​ແອນ​ກໍ​ຮໍ ​ອາດ​ກໍ່​ໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ ລວມ​ທັງ​ສານ​ທີ່​ເຮັດໃຫ້​ເກີດ​ກິ່ນ​ຫອມ​ແລະ​ສານ​ກັນ​ເສຍ​ທີ່​ອາດ​ກໍ່​ໃຫ້​ເກີດ​ການ​ແພ້​ໄດ້

  1. ເບິ່ງແຍງ​ໃຫ້​ແຫ້ງ​ສະ​ອາດ​ຢູ່​ສະເໝີເນື່ອງ​ຈາກ​ຄວາມ​ອັບ​ຊື້ນ​ເປັນ​ປັດ​ໄຈ​ໜຶ່ງ​ທີ່​ສົ່ງ​ເສີມ​ໃຫ້​ເກີດ​ການ​ຕິດ​ເຊື້ອ ໂດຍ​ການ​ປ່ຽນ​ສະລິບຫລັງ​ການ​ອອກ​ກຳ​ລັງ​ກາຍ​ແລະ​ກິດຈະກຳ​ທີ່​ມີ​ເຫື່ອ​ອອກ​ຫລາຍ ສຳລັບ​ຜູ້ຍິງ​ທີ່​ກຳ​ລັງມີ​ປະຈຳ​ເດືອນຄວນ​ປ່ຽນ​ຜ້າ​ອະນາໄມ​ເລື້ອຍໆ ແລະ​ຫລີກ​ລ້ຽງ​ການ​ໃຊ້​ຜ້າ​ອະນາໄມ​ທີ່​ມີ​ກິ່ນ​ຫອມ
    4. ຄວນ​ຊັກສະລິບໃຫ້​ສະ​ອາດ ລ້າງ​ແຟ໋ບ​ຫລື​ນ້ຳ​ຢາ​ທຳ​ຄວາມ​ສະ​ອາດ​ອອກ​ໃຫ້​ໝົດແລະ​ຫລີກ​ລ້ຽງ​ການ​ໃຊ້​ນ້ຳ​ຢາ​ປັບ​ຜ້າ​ນຸ່ມ
    5. ຫລີກ​ລ້ຽງ​ການ​ຮຸກຖູ ຂັດ​ຖູ​ບໍລິເວນ​ຈຸດ​ລັບ
    – ງົດ​ການ​ໃຊ້​ຟອງ​ນ້ຳ ເສັ້ນ​ໃຍ​ສັງ​ເຄາະ ຜ້າ​ຂົນ​ໜູ​ຂັດ​ຖູ​ບໍລິເວນຂໍ້​ພັບ
    – ບໍ່​ຄວນ​ແຖ ຫລື​ແວກ​ຂົນເນື່ອງ​ຈາກ​ອາດ​ເຮັດໃຫ້​ເກີດ​ການ​ອັກ​ເສບ​ຕິດ​ເຊື້ອ​ຂອງ​ຮູ​ຂຸມ​ຂົນ
    – ຫລີກ​ລ້ຽງ​ການ​ໃຊ່​ສະລິບ ຖົງ​ນ່ອງ, ໂສ້ງ​ທີ່​ຄັບ​ແໜ້ນ​ ເນື່ອງ​ຈາກ​ເຮັດໃຫ້​ເກີດ​ການ​ຮຸກຖູ​ແລະ​ອັບ​ຊື້ນ
    6. ຖ້າ​ເກີດ​ອາການ​ຜິດ​ປົກກະຕິ ເຊັ່ນມີ​ຜື່ນ​ແດງ ມີ​ອາການ​ຄັນ ຄວນ​ປຶກ​ສາ​ແພດ ບໍ່​ຄວນ​ຊື້​ຢາ​ທາ​ເອງ ເພາະ​ອາດ​ບໍ່​ກົງ​ພະຍາດ​ແລະ​ເຮັດໃຫ້​ອາການ​ເປັນ​ຫລາຍ​ຂຶ້ນ​ໄດ້

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...