spot_img
Homeນານາສາລະສັນຍະ​ກຳ​ໜ້າເ​ອິກ ກັບ​ເລື່ອງ​ຄວນ​ຮູ້​ກ່ອນ​ຄິດ​ຈະ​ເຮັດ

ສັນຍະ​ກຳ​ໜ້າເ​ອິກ ກັບ​ເລື່ອງ​ຄວນ​ຮູ້​ກ່ອນ​ຄິດ​ຈະ​ເຮັດ

Published on

th
        ສັນຍະ​ກຳ​ໜ້າ​ເອິກ ກັບ​ເລື່ອງ​ຄວນ​ຮູ້​ກ່ອນ​ຄິດ​ຈະ​ເຮັດ ຫາກ​ໃຜ​ມີ​ແຜນ​ຈະ​ເສີມ​ເຕົ້າ​ລະ​ຮີບ​ຮູ້​ຂໍ້​ມູນ​ເຫລົ່າ​ນີ້​ໄວ້​ກ່ອນ​ດີກວ່າ?
ເອີ້ນໄດ້​ວ່າ​ການ​ສັນຍະ​ກຳ​ໜ້າ​ອົກ ເປັນ​ສິ່ງ​ທີ່​ຜູ້ຍິງ​ຫລາຍ​ຄົນ​ໃຝ່​ຝັນ​ຢາກ​ຈະ​ເຮັດ​ກັນ​ຫລາຍ ເພາະ​ເຖິງ​ແນວໃດ​ການ​ມີ​ໜ້າ​ເອິກ​ທີ່​ໃຫຍ່​ ກໍ​​ເຮັດໃຫ້​ໃສ່​ເສື້ອ​ຜ້າ​ງາມ​ກວ່າ​ຫລື​ຊ່ວຍ​ໃຫ້​ມີ​ສະເໜ່ ​ດຶງ​ດູດ​ໄດ້​ຫລາຍກວ່າ ແຕ່​ດ໋ຽວ​ກ່ອນ? ການເຮັດ​ສັນຍະ​ກຳ​ໜ້າ​ເອິກ​ກໍ​ຖື​ວ່າ​ເປັນ​ເລື່ອງ​ໃຫຍ່​ທີ່​ຕ້ອງ​ໃຊ້​ການ​ຕັດ​ສິນ​ໃຈ​ຫລາຍ ມື້​ນີ້​ລາວໂພສ​​ກໍ​ເລີຍ​ນຳ​ເລື່ອງ​ຄວນ​ຮູ້​ກ່ຽວກັບ​ການ​ສັນຍະ​ກຳ​ໜ້າເ​ອິກ​ຈາກມາ​ຝາກ​ກ່ອນ​ເຮັດ​ສາວໆຈະ​ໄດ້​ຮູ້​ຈັກ​ກັບ​ມັນ​ຫລາຍ​ຂຶ້ນ​
ການເຮັດ​ສັນລະຍະ​ກຳ​ໜ້າ​ເອິກ​ເປັນ​ການ​ສັນຍະ​ກຳ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ທີ່ສຸດ ແລະ​ການ​ເສີມ​ໜ້າ​ເອິກ​ດ້ວຍ​ການ​ໃຊ້​ຊິ​ລິ​ໂຄນ​ຄັ້ງທຳອິດ​ຖືກ​ເຮັດ​ຂຶ້ນ​ທີ່​ລັດ​ເທັກ​ຊັດ ສ່ວນ​ສິ່ງ​ທີ່​ໃຊ້​ເສີມ​ໜ້າ​ເອິກ​ສ່ວນ​ໃຫຍ່​ໃນ​ສະ​ຫລັດ​ອະ​ເໝ​ລິ​ກາ​ຈະ​ເປັນ​ສານ​ໂພ​ລີ​ເມີ​ສັງ​ເຄາະ​ຊົງ​ກົມ​ທີ່​ມີ​ຊື່​ເອີ້ນວ່າ ອິ​ລາດ​ໂຕ​ເມີລ໌ ແຕ່​ຫລັງ​ຈາກ​ນັ້ນ​ໃນ​ປີ 1992 ຊິ​ລິ​ໂຄນ​ຕົວ​ນີ້​ກໍ​ຖືກ​​ຫ້າມ​ໃຊ້​ໄປ ເພາະ​ຢ້ານ​ວ່າ​ມັນ​ຈະ​ແຕກ​ເຮັດໃຫ້​ເນື້ອ​ຈີກ​
ຈົນກະທັ້ງ​ມາ​ເຖິງ​ປີ 2006 ການ​ເສີມ​ໜ້າເ​ອົກ​ກໍ​ຖືກ​ເຮັດ​ດ້ວຍ​ການ​ໃຊ້​ຖົງ​ນ້ຳ​ເກືອ​ແລະ​ກໍ​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ ສ່ວນ​ວິທີ​ການ​ເສີມ​ໜ້າເ​ອິກ​ກໍ​ມີ​ທັງ​ການ​ສອດ​ໃສ່​ວັດ​ດຸ​ເສີມ​ເຕົ້າ​ໄວ້​ທີ່​ກ້ອງ​ເນື້ອ​ເຍື່ອ​ເຕົ້າ​ນົມ ຫລື​ກ້ອງ​ກ້າມ​ເນື້ອ​ໜ້າເ​ອິກ​ຂະໜາດ​ໃຫຍ່ ຫລື​ບ່ອນກ້ອງ​​ກ້າມ​ເນື້ອ​ໜ້າ​ອົກ​ທັງ​ໝົດ ແລະ​ການ​ສອດ​ໃສ່​ຈະ​ເຮັດ​ໂດຍ​ຜ່າ​ອ້ອມຮອບ ວົງ​ນົມ ຫລື​ບ່ອນຂີ້ແຮ້​ກ່ອນ ແລ້ວ​ຄ່ອຍ​ສອດ​ໃສ່​ເຂົ້າໄປ
ເມື່ອ​ສອດ​ໃສ່​ເຂົ້າໄປ​ພໍ​ເຂົ້າ​ທີ່​ເຂົ້າ​ທາງ​ແລ້ວ​ກໍ​ຈະ​ຫຍິບ​ປິດ​ແຜ​ໃຫ້​ຮຽບຮ້ອຍ ແລະ​ເຖິງວ່າ​ຈະ​ເກີດ​ຄວາມ​ຜິດ​ພາດ​ຫລັງ​ການເຮັດ​ສັນຍະ​ກຳ​ໜ້າ​ອົກ​ຂຶ້ນ​ທຸກ​ປີ ທັງ​ວັດ​ດຸ​ເສີມ​ເຕົ້າ​ແຕກ, ເກີດ​ຮອຍ​ແຜ​ເປັນ ຫລື​ນ້ຳ​ເກືອ​ໃນ​ຖົງ​ຊຶມ​ເຂົ້າ​ຮ່າງກາຍ ແຕ່​ກໍ​ເປັນ​ທີ່​ໜ້າ​ແປກ​ທີ່​ຕົວ​ເລກ​ການເຮັດ​ສັນຍະ​ກຳ​ໜ້າເ​ອິກ​ກໍ​ຍັງ​ເພີ່ມ​ຂຶ້ນ​ເລື່ອຍ​ໆ ຢ່າງ​ຕໍ່​ເນື່ອງ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...