spot_img
Homeຂ່າວຍົນຕົກຢືນຢັນ ຍົນເຮລິກອບເຕີ ພ້ອມຈຸບິນແລະຜູ້ໂດຍສານ 23 ຕົກ !

ຢືນຢັນ ຍົນເຮລິກອບເຕີ ພ້ອມຈຸບິນແລະຜູ້ໂດຍສານ 23 ຕົກ !

Published on

11745624_1021617947869877_6949293100943138285_n

ແຫຼ່ງຂ່າວພາຍໃນ ແຈ້ງອອກມາວ່າ ຍົນເຣລິກອບເຕີ MU 17 -062 ບິນຈາກ ນະຄອນຫຼວງວຽງຈັນ ເວລາ 13:10 ນາທີ ວັນທີ 27 ກໍລະກົດ 2015 ໄປ ຫົວພັນ ແມ່ນເກີດອຸບັດຕິເຫດ ຕຳພູ ແລະ ຕົກຢູເຂດ ທ່າສີ ຊາຍແດນ ບໍລິຄຳໃຊ ກັບ ໄຊສົມບູນ. ອີງຕາມການລາຍງານຂອງ ສາຍຂ່າວທ້ອງຖິ່ນບອກວ່າ ໃນເວລາບ່າຍ 1 ໂມງກວ່າໆ ໄດ້ມີລົມພາຍຸພັດໃນບໍລິເວນດັ່ງກ່າວ. ທ່ຽວບິນດັ່ງກ່າວ ປະກອບມີມີຈຸບິນ ແລະຜູ້ໂດຍສານທັງໝົດ 23 ຄົນ

ຈຸບິນ 4 ທ່ານ ຄື:

1. ພັນໂທ ຄຳເພງ ຊົມສີຫາປັນຍາ
2. ພັນໂທ ລຸນມາລາ ອຸດທະວົງ ຊ່າງບິນ
3. ຮ້ອຍໂທ ໄສທອງ
4. ຮ້ອຍເອກ ວົງສອນ ທິບພະວົງ

ແລະມີຜູ້ໂດຍສານ 19 ຄົນຄື
1. ພັນໂທ ພູວອນ (ຄົນເຈັບທີ່ກັບຈາກການປິ່ນປົວ)
2. ພັນໂທ ວິລະພອນ
3. ດຣ ນາງ ອາທິດ
4. ດຣ ທອນສີ
5. ທ ສູນ
6. ທ ຄຳພັດ
7. ທ ສາຍລົມ
8. ທ ວຽງເພັດ
9. ທ ແຂກ
10. ນ ນຸ້ຍ
11. ທ ອ່ອງ
12. ນ ປານ
13. ທ ຕ່າຍ
14. ນ ຄຳ
15. ທ ບຸນຈັນ
16. ຮ້ອຍໂທ ການ
17. ນ ນ່າ
18. ນ ໂກ
19. ນ ລີຊ່າ

ເຊິ່ງທາງເຈົ້າໜ້າທີ່ ກູ້ໄພ ໄດ້ລະດົມຄົ້ນຫາ ຈຸດເກີດເຫດ ແລະ ຊອກຫາຜູ້ລອດຊີວິດ ແລະຍັງບໍ່ມີລາຍງານຜູ້ບາດເຈັບ ຫຼືເສຍຊີວິດແຕ່ຢ່າງໃດ.

ຂ່າວຈາກ ນັກຂ່າວທ້ອງຖິ່ນ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...